Friday, October 18, 2024
Homeຂ່າວພາຍໃນຍົກສູງປະສິດທິພາບການເຄື່ອນໄຫວຂອງບັນດາແມ່ຍິງສະມາຊິກສະພາແຫ່ງຊາດ

ຍົກສູງປະສິດທິພາບການເຄື່ອນໄຫວຂອງບັນດາແມ່ຍິງສະມາຊິກສະພາແຫ່ງຊາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 5 ມິຖຸນາ ຜ່ານມາຢູ່ຮ່າໂນ້ຍ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ພົບປະກັບບັນດາແມ່ຍິງສະມາຊິກສະພາແຫ່ງຊາດ ຊຸດທີ XV.

ທ່ານ ຫງວຽນຝູຈ້ອງ ໂອ້ລົມກັບບັນດາແມ່ຍິງສະມາຊິກສະພາແຫ່ງຊາດ ວ່າ: ຢູ່ບັນດາອົງການສູງສຸດຂອງລັດ, ຜ່ານສະພາແຫ່ງຊາດຊຸດຕ່າງໆ, ບັນດາແມ່ຍິງສະມາຊິກສະພາແຫ່ງຊາດ ຍາມໃດກໍສະແດງຄຸນທາດ, ພູມປັນຍາ, ຄວາມເກັ່ງກ້າສາມາດ, ຄວາມສຸດຈິດສຸດໃຈ, ສົມເປັນແມ່ຍິງຜູ້ດີເດັ່ນ, ເປັນຜູ້ແທນຂອງປະຊາຊົນ. ທ່ານກ່າວວ່າ: ແມ່ຍິງສະມາຊິກສະພາແຫ່ງຊາດແຕ່ລະຄົນຕ້ອງຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຢ່າງບໍ່ຢຸດຢັ້ງ, ຍົກສູງຄຸນທາດ, ຈັນຍາບັນ ແລະ ລະດັບຄວາມຮູ້, ຄວາມສາມາດດ້ານວິຊາຊີບ. ພ້ອມກັນນັ້ນ, ບັນດາແມ່ຍິງສະມາຊິກສະພາແຫ່ງຊາດ ກໍຕ້ອງເສີມຂະຫຍາຍຄຸນທາດ ແລະ ພູມປັນຍາ, ແມ່ນແບບຢ່າງທີ່ເຫຼື້ອມໃສກ່ຽວກັບຄວາມສາມັກຄີ, ສູ້ຊົນ, ກ້າວໜ້າ, ພັດທະນາ ແລະ ແຜ່ຂະຫຍາຍ, ແມ່ນສິ່ງບັນດານໃຈໃຫ້ແກ່ແມ່ຍິງໃນທົ່ວປະເທດ, ພິເສດແມ່ນໄວໜຸ່ມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments