Friday, October 18, 2024
Homeຂ່າວກິລາສະຖິຕິໜ້າສົນໃຈ ແມນຊິຕີ ກັບແຊ໋ມ 2 ລາຍການ ພຣີເມຍລີກ ແລະ ເອັບເອຄັບ

ສະຖິຕິໜ້າສົນໃຈ ແມນຊິຕີ ກັບແຊ໋ມ 2 ລາຍການ ພຣີເມຍລີກ ແລະ ເອັບເອຄັບ

ລວມໂມເມັນກັບການສະຫຼອງແຊ໋ມ ເອັບເອ ຄັບ ສະໄໝທີ 7 ຂອງ ແມນເຊັດເຕີ ຊິຕີ ພ້ອມສະຖິຕິທີ່ໜ້າສົນໃຈທີ່ເກີດຂຶ້ນ ຊຶ່ງເປັນເກມດາບີ້ແມ໊ດ ນັດທີ 190 ໂດຍ 189 ນັດທີ່ຜ່ານມາ ແມນເຊັດເຕີ ຢູໄນເຕັດ ຊະນະ 78 ຄັ້ງ ແມນເຊັດເຕີ ຊິຕີ ຊະນະ 58 ຄັ້ງ ແລະ ສະເໝີ 53 ນັດ. ຂະນະທີ່ ແມນເຊັດເຕີ ຊິຕີ ເຂົ້າຊີງລາຍການນີ້ມາແລ້ວ 11 ຄັ້ງໄດ້ແຊ໋ມ 7 ສະໄໝ ມາຄອງໄດ້ສຳເລັດ.

ນີ້ເປັນຄັ້ງທີ 2 ທີ່ແມນເຊັດເຕີ ຊິຕີ ໄດ້ທັງແຊ໋ມ ພຣີເມຍລີກ ແລະ ເອັບເອ ຄັບ ໃນລະດູການດຽວກັນ ໂດຍຄັ້ງທຳອິດເກີດຂຶ້ນໃນລະດູການ 2018-2019. ນີ້ເປັນຄັ້ງທຳອິດໃນປະຫວັດສາດໃນນັດຊີງ ເອັບເອ ຄັບ ທີ່ຫົວໜ້າທີມທັງ 2 ທີມ ຍິງປະຕູຄູ່ແຂ່ງ.

ອິນຄາຍ ກຸນໂດກັນ ອາຍຸ 32 ປີ ກາຍເປັນນັກເຕະທີ່ສ້າງສະຖິຕິຍິງໄວທີ່ສຸດໃນປະຫວັດສາດນັດຊີງຊະນະເລີດ ເອັບເອ ຄັບ ໃຊ້ເວລາພຽງ 13 ວິນາທີ ເທົ່ານັ້ນ ທຳລາຍສະຖິຕິເກົ່າຂອງ ຫຼຸຍ ຊາຮາ ທີ່ຍິງໄດ້ 25 ວິນາທີ ໃນປີ 2009. ນອກຈາກນີ້ ກຸນໂດກັນ ຍັງເປັນຜູ້ຫຼິ້ນທີ່ອາຍຸຫຼາຍທີ່ສຸດທີ່ຍິງປະຕູໃນນັດຊີງຊະນະເລີດ ການແຂ່ງຂັນເຕະບານ ເອັບເອ ຄັບ ດ້ວຍ.

ທ່ານ ເປບ ກວາດິໂອລາ ກາຍເປັນຄູຝຶກທີມຄົນທີ 3 ໃນ ພຣີເມຍລີກ ທີ່ຄວ້າແຊ໋ມລີກ ແລະ ແຊ໋ມເອັບເອ ຄັບ ໄດ້ 2 ສະໄໝ ຕໍ່ຈາກ ທ່ານ ອາແຊນ ເວນເກີ ໃນປີ 1997-1998, 2001-2002 ແລະ ທ່ານ ເຊີອະເລັກ ເຟີກູສັນ ໃນປີ 1993-1994, 1995-1996 ແລະ 1998-1999.

ຮຽບຮຽງໂດຍ: ພອນເພັດ ບຸນຄ້ຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments