Sunday, October 20, 2024
Homeຂ່າວຕ່າງປະເທດລະດູໃບໄມ້ປົ່ງປີນີ້ຂອງຍີ່ປຸ່ນ ສ້າງສະຖິຕິຮ້ອນທີ່ສຸດໃນຮອບ 125 ປີ

ລະດູໃບໄມ້ປົ່ງປີນີ້ຂອງຍີ່ປຸ່ນ ສ້າງສະຖິຕິຮ້ອນທີ່ສຸດໃນຮອບ 125 ປີ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 2 ມິຖຸນາ ຜ່ານມາ, ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຂອງຍີ່ປຸ່ນ (JMA) ໄດ້ເປີດເຜີຍບົດລາຍງານວ່າ: ອຸນຫະພູມສະເລ່ຍລະຫວ່າງເດືອນມີນາເຖິງເດືອນພຶດສະພາ ຜ່ານມາ ສູງກວ່າຄ່າສະເລ່ຍປະມານ 1,59 ອົງສາ ຊຶ່ງເປັນໄລຍະລະດູໃບໄມ້ປົ່ງ ເຮັດໃຫ້ປີນີ້ຮ້ອນທີ່ສຸດ ນັບຕັ້ງແຕ່ JMA ເລີ່ມມີການປຽບທຽບອຸນຫະພູມໃນປີ 1898.

ຂະນະດຽວກັນ, JMA ໄດ້ເປີດເຜີຍບົດລາຍງານອຸນຫະພູມສະເລ່ຍຂອງນໍ້າທະເລໃນຍີ່ປຸ່ນຕະຫຼອດໄລຍະ 3 ເດືອນດັ່ງກ່າວມີຄວາມຮ້ອນສູງທີ່ສຸດເປັນອັນດັບ 3 ນັບຕັ້ງແຕ່ປີ 1982. ທັງນີ້, JMA ວິເຄາະວ່າ ພາວະການປ່ຽນແປງຂອງສະພາບອາກາດໂລກ ຫຼື ພາວະໂລກຮ້ອນຈະສົ່ງຜົນໃຫ້ເກີດການທຳລາຍສະຖິຕິດ້ານອຸນຫະພູມແບບນີ້ຫຼາຍຂຶ້ນ ແລະ ຈະກາຍເປັນເລື່ອງປົກກະຕິ ຖ້າຫາກຄວາມຮຸນແຮງຂອງພາວະໂລກຮ້ອນຍັງຄົງເປັນແບບນີ້ຕໍ່ໄປ ຫຼື ເພີ່ມຄວາມຮຸນແຮງຂຶ້ນ.

ອີກຢ່າງໜຶ່ງ, ອົງການອຸຕຸນິຍົມວິທະຍາໂລກ (WMO) ໄດ້ຄາດຄະເນວ່າ ມີຄວາມເປັນໄປໄດ້ສູງຫຼາຍໃນລະຫວ່າງປີ 2023-2027 ຈະເປັນໄລຍະເວລາທີ່ໂລກມີອຸນຫະພູມສູງທີ່ສຸດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments