Sunday, October 20, 2024
Homeຂ່າວພາຍໃນລັດຖະມົນຕີປະຈຳສຳນັກງານນາຍົກ ຊຸກຍູ້ໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ ແລະ ໂຄງການໄຟຟ້າພະລັງງານແສງຕາເວັນ ເມືອງໂຂງ

ລັດຖະມົນຕີປະຈຳສຳນັກງານນາຍົກ ຊຸກຍູ້ໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ ແລະ ໂຄງການໄຟຟ້າພະລັງງານແສງຕາເວັນ ເມືອງໂຂງ

ໂອກາດລົງເຄື່ອນໄຫວວຽກງານຢູ່ແຂວງຈຳປາສັກ ໃນວັນທີ 1 ມິຖຸນາ ນີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງຕິດຕາມ, ຊຸກຍູ້ໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ ແລະ ໂຄງການໄຟຟ້າພະລັງງານແສງຕາເວັນ ຢູ່ ເມືອງໂຂງ, ໂດຍມີ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ, ທ່ານ ນາງ ຄໍາພູ ລິດທິສັກ ເຈົ້າເມືອງໆໂຂງ, ພ້ອມດ້ວຍການນຳບັນດາພະແນກການຂອງແຂວງ, ຂະແໜງການກ່ຽວຂ້ອງ ຮ່ວມຕິດຕາມ.

ທ່ານ ອຸໄທ ແກ້ວໃຈຍົມ ຮອງອຳນວຍການໃຫຍ່ ບໍລິສັດ ຮ່ວມພັດທະນາສີທັນດອນ ຈຳກັດ ໄດ້ລາຍງານ ສະພາບລວມຂອງໂຄງການ ຊຶ່ງເຂດພັດທະນາເສດຖະກິດໃໝ່ສີທັນດອນ ເປັນໜຶ່ງເຂດພັດທະນາ ທີ່ໄດ້ຮັບອະນຸຍາດລົງທຶນຈາກລັດຖະບານແຫ່ງ ສປປ ລາວ ດ້ວຍມູນຄ່າການລົງທຶນ 1.330 ລ້ານໂດລາ, ມີອາຍຸສໍາປະທານ 50 ປີ ແລະ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດໂຄງການ ນັບແຕ່ປີ 2018 ເປັນຕົ້ນມາ, ຈັດຕັ້ງປະຕິບັດ ມີຜົນສຳເລັດອັນສຳຄັນຫຼາຍດ້ານ ເປັນຕົ້ນແມ່ນການກໍ່ສ້າງພື້ນຖານໂຄງລ່າງ ປະກອບສ່ວນທຶນເຂົ້າໃນການປັບປຸງ ພັດທະນາພື້ນຖານໂຄງລ່າງສຳຄັນຈຳເປັນ ບໍ່ສະເພາະເພື່ອນໍາໃຊ້ເຂົ້າໃນວຽກງານຂອງໂຄງການ ແຕ່ຍັງຊ່ວຍເຫຼືອສັງຄົມ, ຊຸມຊົນ, ປະຊາຊົນໄດ້ນໍາໃຊ້ ໂດຍສະເພາະການກໍ່ສ້າງເສັ້ນທາງອ້ອມດອນໂຂງ ມີຄວາມຍາວ 43,5 ກິໂລແມັດ, ໂຄງການກໍ່ສ້າງກັນເຈື່ອນແມ່ນໍ້າຂອງ 4,8 ກິໂລແມັດ ໄດ້ກໍ່ສ້າງກັນເຈື່ອນສຳເລັດແລ້ວ 2,4 ກິໂລແມັດ ມູນຄ່າການລົງທຶນທັງໝົດ 16.480.000 ໂດລາ ແລະ ການຊ່ວຍເຫຼືອກໍ່ສ້າງໂຮງຮຽນປະຖົມບ້ານຂີ້ນາກ ລວມເປັນມູນຄ່າ ຫຼາຍກວ່າ 34,5 ລ້ານໂດລາ. ການກໍ່ສ້າງໂຮງແຮມ, ສະໜາມກັອບ, ຕຶກອາຄານຕ່າງໆ ລວມທັງໂຄງການກໍ່ສ້າງຕຶກແຄນຄູ່ ຊຶ່ງໄດ້ເປັນສັນຍາລັກຂີດໝາຍອັນສຳຄັນ ຂອງການພັດທະນາໂຄງການ ໃຫ້ກ້າວສູ້ຜົນສຳເລັດຢ່າງສົມ ບູນໃນຕໍ່ໜ້າ.

ໂອກາດດັ່ງກ່າວ, ທ່ານລັດຖະມົນຕີປະຈຳສຳນັກງານນາຍົກ ພ້ອມດ້ວຍຄະນະນໍາຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ກໍໄດ້ມີຄຳເຫັນປະກອບເຂົ້າໃສ່ ແຜນການພັດທະນາ ຂອງບໍລິສັດຜູ້ພັດທະນາ, ພ້ອມນັ້ນ ກໍຈະໄດ້ຮັບເອົາບັນດາຂໍ້ສະເໜີ, ຂໍ້ຫຍຸ້ງຍາກຕ່າງໆກັບໄປຄົ້ນຄວ້າ ເພື່ອສະເໜີລາຍງານຕໍ່ລັດຖະບານ ເພື່ອຊຸກຍູ້ເລັ່ງທວງໃຫ້ໂຄງການດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ປະສິທິຜົນຕາມແຜນທີ່ວາງໄວ້, ຈາກນັ້ນທ່ານລັດຖະມົນຕີປະຈຳສຳນັກງານນາຍົກ ພ້ອມດ້ວຍຄະນະ ຍັງໄດ້ລົງເບິ່ງຕົວຈິງບັນດາກິດຈະກຳຕ່າງໆຂອງໂຄງການ ເປັນຕົ້ນຈຸດກໍ່ສ້າງຕຶກແຄນຄູ່, ເບິ່ງເຂດນິຄົມອຸດສາຫະກຳການປະມົງລາວ-ແມ່ນ້ຳຂອງ ທີ່ເປັນສ່ວນໜຶ່ງຂອງໂຄງການດັ່ງກ່າວ ແລະ ໃນວັນດຽວກັນ, ທ່ານລັດຖະມົນຕີປະຈຳສຳນັກງານນາຍົກ ຍັງໄດ້ລົງຊຸກຍູ້ໂຄງການໄຟຟ້າພະລັງງານແສງຕາເວັນ ເມືອງ ໂຂງ ແຂວງຈຳປາສັກ ທີ່ ບໍລິສັດ ເມືອງໂຂງ ຄຣິນເອເນີຈີ ຈຳກັດ ເປັນຜູ້ພັດທະນາໂຄງການດັ່ງກ່າວ ນຳອີກ.

ຂ່າວ-ພາບ: ທັດຊະນະ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments