Sunday, October 20, 2024
Homeຂ່າວຕ່າງປະເທດNDB ສະໜັບສະໜູນການລົງທຶນ ແລະ ການລະດົມທຶນດ້ວຍສະກຸນເງິນຂອງປະເທດສະມາຊິກ

NDB ສະໜັບສະໜູນການລົງທຶນ ແລະ ການລະດົມທຶນດ້ວຍສະກຸນເງິນຂອງປະເທດສະມາຊິກ

ຂ່າວສານຊີອາໄອລາຍງານ ເມື່ອບໍ່ດົນມານີ້, ທະນາຄານພັດທະນາໃໝ່ (NDB) ໄດ້ຈັດກອງປະຊຸມຄະນະບໍລິຫານງານຄັ້ງທີ 8 ຢູ່ນະຄອນຊຽງໄຮ້ ປະເທດຈີນ, ທ່ານນາງ ດິນມາ ຣູສເຊຟ ຜູ້ວ່າການທະນາຄານພັດທະນາໃໝ່ແນະນຳໃຫ້ຮູ້ວ່າ: ທະນາຄານດັ່ງກ່າວຈະສືບຕໍ່ສະໜັບສະໜູນການລົງທຶນ ແລະ ການລະດົມທຶນດ້ວຍສະກຸນເງິນຂອງປະເທດສະມາຊິກ, ຂະຫຍາຍຄູ່ຮ່ວມມືຢ່າງຕໍ່ເນື່ອງ, ສະໜັບສະໜູນການພັດທະນາຂອງກຸ່ມເສດຖະກິດຈະເລີນໃໝ່.

ທ່ານນາງ ດິນມາ ຣຸສເຊຟ ເຫັນວ່າ: ການຂະຫຍາຍຄູ່ຮ່ວມມື, ສະໜັບສະໜູນການລົງທຶນ ແລະ ການລະດົມທຶນດ້ວຍສະກຸນເງິນຂອງປະເທດສະມາຊິກ ແມ່ນວຽກງານຈຸດສຸມຂອງທະນາຄານທີ່ຈະພັດທະນາໃນຕໍ່ໜ້ານີ້. ທະນາຄານພັດທະນາໃໝ່ຕັ້ງເປົ້າໝາຍຮັບປະເທດສະມາຊິກຕື່ມອີກ, ສືບຕໍ່ເພີ່ມທະວີບົດບາດເປັນເວທີຮ່ວມມືຂອງກຸ່ມເສດຖະກິດຈະເລີນໃໝ່, ເພີ່ມທະວີການຮ່ວມມືດ້ານການລະດົມທຶນກັບອົງການທະນາຄານຫຼາຍແຫ່ງ, ທະນາຄານພັດທະນາແຫ່ງຊາດ ແລະ ອົງກອນເອກະຊົນຂອງປະເທດຕ່າງໆ.

ທະນາຄານພັດທະນາໃໝ່ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຊຽງໄຮ້, ແມ່ນທະນາຄານພັດທະນາຫຼາຍຝ່າຍທີ່ປະເທດເບຣຊິນ, ຣັດເຊຍ, ອິນເດຍ, ຈີນ ແລະ ອາຟຣິກາໃຕ້ ຮ່ວມກັນສ້າງຕັ້ງຂຶ້ນໃນປີ 2015, ມີຈຸດປະສົງເພື່ອຈັດສັນຊັບພະຍາກອນໃຫ້ແກ່ໂຄງການພື້ນຖານໂຄງລ່າງ ແລະ ໂຄງການພັດທະນາແບບຍືນຍົງຂອງປະເທດພວມພັດທະນາ ແລະ ກຸ່ມເສດຖະກິດຈະເລີນໃໝ່ເຊັ່ນ: ບັນດາປະເທດບຣິກ ແລະ ອື່ນໆ, ທັງທຳຄວາມພະຍາຍາມເຂົ້າໃນການເຕີບໂຕ ແລະ ການພັດທະນາຂອງໂລກ ໃນຖານະເປັນອົງການທະນາຄານຫຼາຍຝ່າຍ ແລະ ພາກພື້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments