Monday, October 21, 2024
Homeຂ່າວໜ້າໜຶ່ງສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ

ສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບອົງການປົກຄອງນະຄອນຫຼວງວຽງຈັນ, ບັນດາແຂວງ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງຄົມ,ໄດ້ຈັດ ງານສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 24 ປີ ແລະ ວັນສິ່ງແວດລ້ອມໂລກ ຄົບຮອບ 50 ປີ (5 ມີຖຸນາ 2023) ພາຍໃຕ້ຄຳຂັວນ ”ສິ່ງແວດລ້ອມພວກເຮົາຈະ ດີຖ້າຫຼຸດຜ່ອນການນຳໃຊ້ພລາສຕິກ” ຂຶ້ນໃນຕອນເຊົ້າ ຂອງ ວັນທີ 3 ມີຖຸນາ ທີ່ປະຕູໄຊ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງ ນາຍົກ ລັດຖະມົນຕີ ແຫ່ງ ສ ປ ປ ລາວ, ພາກສ່ວນທີ່ກ່ຽວຂອງນະຄອນຫຼວງວຽງຈັນ, ບັນດາແຂວງ ແລະ ມວນຊົນເຂົ້າຮ່ວມ

ທ່ານ ນາງ ບຸນຄຳ ວໍລິຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມກ່າວວ່າ: ປີນີ້ ເປັນປີ ທີ່ມີຄວາມໝາຍຄວາມສໍາຄັນເນື່ອງຈາກວ່າ ວັນສິ່ງແວດລ້ອມໂລກ ແມ່ນໄດ້ໝູນວຽນມາ ຄົບຮອບ 50 ປີ ຊຶ່ງໃນທົ່ວໂລກໄດ້ພ້ອມກັນສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວຢ່າງປັນຂະບວນຟົດຟື້ນ. ດັ່ງທີ່ພວກເຮົາຮູ້ນໍາກັນດີແລ້ວວ່າ, ໂລກ ກໍາລັງປະເຊີນກັບສິ່ງທ້າທາຍຫຼາຍດ້ານ ໃນການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ; ໃນຂະນະທີ່ເຮົາກໍາລັງຍືນຢູ່ນີ້ ສິ່ງແວດລ້ອມທໍາມະຊາດກໍາລັງຖືກທໍາລາຍ, ການເຊື່ອມໂຊມຂອງລະບົບນິເວດ ກໍາລັງເຊື່ອມໂຊມລົງຊຶ່ງມີສາເຫດມາຈາກ ສະພາບການປ່ຽນແປງຂອງດິນຟ້າອາກາດ ອັນໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ປະຊາກອນໂລກໃນປັດຈຸບັນ ແລະ ອາດຈະສົ່ງຜົນກະທົບແກ່ຍາວໄປສູ່ຄົນຮຸ່ນຫຼັງໃນອະນາຄົດ.

ທ່ານກ່າວຕື່ມວ່າ: ສຳລັບ ປະເທດພວກເຮົາກໍເຊັ່ນດຽວກັນ ແມ່ນກຳລັງປະເຊີນໜ້າກັບຜົນກະທົບຕໍ່ສິ່ງແວດລ້ອມທີ່ເກີດຈາກ ໄຟໄໝ້ປ່າ, ນໍ້າເປື້ອນ ແລະ ບັນຫາຂີ້ເຫຍື້ອ ໂດຍສະເພາະແມ່ນຂີ້ເຫຍື້ອພລາສຕິກ ທີ່ນັບມື້ນັບເພີ່ມຂຶ້ນຈາກການຊົມໃຊ້ ແລະ ການຖິ້ມຊະຊາຍຕາມຊຸມຊົນ, ຖະໜົນຫົນທາງ, ຕາມຕົວເມືອງໃຫຍ່, ຕົວເມືອງນ້ອຍ ຍ້ອນການກໍາຈັດ ແລະ ຫຼຸດຜ່ອນຍັງເຮັດໄດ້ໜ້ອຍ.

ຕໍ່ສະພາບການ ແລະ ບັນຫາດັ່ງກ່າວ ພັກ ແລະ ລັດຖະບານ ກໍໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ເພື່ອສ້າງໃຫ້ປະເທດລາວ ເປັນປະເທດ ຂຽວສະອາດ ງາມຕາ ໂດຍໃຫ້ມີນິຕິກໍາ, ຄູ່ມື, ຄໍາແນະນໍາຕ່າງໆ ແລະ ໃຫ້ໂຄສະນາເຜີຍແຜ່ ແລະ ສ້າງຈິດສໍານຶກ ໃຫ້ທົ່ວສັງຄົມ ພ້ອມກັນປະກອບສ່ວນ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດ ໂດຍສະເພາະການແກ້ໄຂບັນຫາຂີ້ເຫຍື້ອ ທີ່ນອນໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ກໍ່ຄືການຫຼຸດຜ່ອນຂີ້ເຫຍື້ອ ແລະ ການສ້າງສະໜາມຂີ້ເຫຍື້ອ ເພື່ອຮອງຮັບສິ່ງເສດເຫຼືອຈາກການຊົມໃຊ້ທີ່ເພີ່ມຂຶ້ນ ພ້ອມທັງສ້າງຕົວເມືອງໃຫ້ສະອາດ ງາມຕາ ປາສະຈາກມົນລະພິດ.​ ສຳລັບການສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ຄົບຮອບ 50 ປີ ຂອງປີນີ້, ປະເທດກົດດີວົວ ກັບ ປະເທດໂຮນລັງ ໄດ້ເປັນເຈົ້າພາບຮ່ວມ ໃນການຈັດງານສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກຄັ້ງນີ້ຊຶ່ງໄດ້ຮຽກຮ້ອງໃຫ້ພວກເຮົາທຸກຄົນ ເປັນເຈົ້າການນໍາກັນ ໃນການແກ້ໄຂບັນຫາມົນລະພິດຈາກພລາສຕິກ ໂດຍສະເພາະ ພາກລັດ ແລະ ພາກເອກະຊົນ ທີ່ມີບົດບາດສໍາຄັນ ໃນການແກ້ໄຂບັນຫາດັ່ງກ່າວ ດ້ວຍການຊຸກຍູ້ໃຫ້ເກີດການປ່ຽນແປງຫຼາຍດ້ານ ເປັນຕົ້ນ ການຫ້າມນໍາໃຊ້ຖົງຢາງປລາສຕິກ, ການນໍາໃຊ້ຜະລິດຕະພັນທາງເລືອກ ທົດແທນພລາສຕິກທີ່ນໍາໃຊ້ຄັ້ງດຽວ, ການລະດົມທຶນເພື່ອຄວາມຍືນຍົງ ແລະ ການຊີ້ນໍາ ນໍາພາ ເພື່ອກ້າວໄປສູ່ຂໍ້ຕົກລົງລະດັບໂລກ ໃນການຫຼຸດຜ່ອນມົນລະພິດຈາກພລາສຕິກ.

ໃນໂອກາດດັ່ງກ່າວ ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ໃຫ້ກຽດຕັດແຖບຜ້າເປີດງານຢ່າງເປັນທາງການ ຊຶ່ງກິດຈະກຳພາຍໃນງານຄັ້ງນີ້ປະກອບມີກິດຈະກຳ ຍ່າງເພື່ອສຸຂະພາບ, ການວາງສະແດງຜົນງານຈາກບັນດາຫ້ອງການ,ກົມ, ສະຖາບັນພາຍໃນກະຊວງ ກຊສ, ພະແນກການໃນນະຄອນຫຼວງວຽງຈັນ, ອົງການຈັດຕັ້ງທາງສັງຄົມ , ສາກົນ ແລະ ກິດຈະກຳການຣິໄຊເຄິນແຍກຂີ້ເຫຍື້ອ ແລະ ກິດຈະກຳຖາມ-ຕອບກ່ຽວກັບສິ່ງແວດລ້ອ, ໃນນັ້ນອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ມອບຖັງໃສ່ຂີ້ເຫຍື້ອໃຫ້ກະຊວງ ກຊສ ອີກດ້ວຍ.

(ຂ່າວ-ພາບ:ສຳນານ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments