Monday, October 21, 2024
Homeຂ່າວພາຍໃນຟຟລ ແລະ ຜ-ຟຟລ ຈັດພິທີປູກຕົ້ນໄມ້ ແລະ ປ່ອຍປ່າ ໂອກາດ 2 ວັນສໍາຄັນ

ຟຟລ ແລະ ຜ-ຟຟລ ຈັດພິທີປູກຕົ້ນໄມ້ ແລະ ປ່ອຍປ່າ ໂອກາດ 2 ວັນສໍາຄັນ

ເນື່ອງໃນວັນເດັກນ້ອຍສາກົນ ຄົບຮອບ 99 ປີ(1/6/1924-1/6/2023) ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 43 ປີ (1/6/1980-1/6/2023), ລັດວິສາຫະກິດໄຟຟ້າລາວ (ຟຟລ) ແລະ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຮ່ວມໃຈກັນປູກຕົ້ນໄມ້ ຈໍານວນ 300 ຕົ້ນ ແລະ ປ່ອຍປາ 10.000 ໂຕ ຢູ່ພື້ນທີ່ບໍລິເວນເຂື່ອນໄຟຟ້ານໍ້າເລິກ ເມືອງລ້ອງຊານ ແຂວງໄຊສົມບູນ ໃນວັນທີ 3 ມິຖຸນາ ນີ້ ເພື່ອພ້ອມກັນປູກຈິດສຳນຶກໃນການປົກປ້ອງປ່າໄມ້ ແລະ ຮັກສາສິ່ງແວດລ້ອມ.

ບັນດາທ່ານທີ່ມາຮ່ວມໃຈກັນປູກຕົ້ນໄມ້ ແລະ ປ່ອຍປາຄັ້ງນີ້ມີ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ຟຟລ ທັງເປັນຮອງປະທານສະພາບໍລິຫານ ຜ-ຟຟລ, ທ່ານ ບຸນກອງ ຊົ່ງປາຢິ້ງ ເຈົ້າເມືອງລ້ອງຊານ, ທ່ານ ວັນແສງ ວັນນະວົງ ຜູ້ອຳນວຍການໃຫຍ່ ຜ-ຟຟລ ພ້ອມດ້ວຍບັນດາພະນັກງານກ່ຽວຂ້ອງຂອງສອງບໍລິສັດ, ຂອງເມືອງລ້ອງຊານ ແລະ ຄູ-ອາຈານ, ນັກຮຽນ ຈາກໂຮງຮຽນອະນຸບານ-ປະຖົມ ບ້ານພູປ່າມັນ ແລະ ໂຮງຮຽນປະຖົມ ບ້ານຖໍ້າດິນ.

ທ່ານ ຈັນທະບູນ ສຸກອາລຸນ ໄດ້ກ່າວເປີດພິທີວ່າ: ແນວທາງນະໂຍບາຍຂອງພັກ-ລັດ ທີ່ກຳນົດເອົາວັນທີ 1 ເດືອນ ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ກໍຍ້ອນເປັນວັນເດັກນ້ອຍສາກົນ ຊຶ່ງໃນນັ້ນເດັກນ້ອຍລາວບັນດາເຜົ່າ ກໍຖືວ່າເປັນອະນາຄົດຂອງຊາດລາວ ແລະ ການປູກຕົ້ນໄມ້ແມ່ນປູກໃຫ້ລູກໃຫ້ຫຼານ ປູກເພື່ອອະນາຄົດຂອງຊາດ. ການປູກຕົ້ນໄມ້ ແລະ ປ່ອຍປາຄັ້ງນີ້, ເປັນພິທີການເພື່ອປູກຈິດສຳນຶກ ໃນການຟື້ນຟູ ແລະ ຮັກສາສະພາບແວດລ້ອມທາງທໍາມະຊາດ ໃຫ້ມີຄວາມຂຽວສົດງົດງາມ, ຮັກສາປ່າໄມ້ ແລະ ຮັກສາແຫຼ່ງນໍ້າ ຊຶ່ງນີ້ລວມແລ້ວແມ່ນທັງເປັນການປູກຈິດສຳນຶກໃຫ້ພວກເຮົາ, ໃຫ້ລູກຫຼານ, ໃຫ້ອຳນາດການປົກຄອງ ເພື່ອຈະໄປຫາວິທີການແນວໃດ ໃຫ້ໄດ້ປົກປັກຮັກສາປ່າໄມ້, ແຫຼ່ງນໍ້າ ແລະ ສິ່ງແວດລ້ອມ. ເຖິງວ່າການປູກຕົ້ນໄມ້ໃນພິທີ ຈະມີແຕ່ 300 ຕົ້ນ ແຕ່ທາງບໍລິສັດພວກເຮົາ ກໍຍັງມີແຜນທີ່ຈະຮ່ວມກັບອົງການປົກຄອງທ້ອງຖິ່ນ ເພື່ອຈະປູກເສີມຢູ່ພື້ນທີ່ອ່າງໂຕ່ງ ທາງເບື້ອງເຂື່ອນອີກຢ່າງໜ້ອຍ ປະມານ 3.000 ຕົ້ນ ຊຶ່ງຈະເປັນອັນໜຶ່ງທີ່ຈະຂະຫຍາຍກິດຈະກຳ ທີ່ເປັນປູກຝັງຈິດສຳນຶກໃຫ້ກັບປະຊາຊົນ ໃຫ້ມີສ່ວນຮ່ວມນໍາກັນ ແລະ ຈະຊອກຫາວິທີເພື່ອໃຫ້ມີຜົນປະໂຫຍດຮ່ວມກັນ ໃນການປູກຕົ້ນໄມ້ ແລະ ຮັກສາຕົ້ນໄມ້ ເພື່ອອະນາຄົດຂອງຊາດ, ອະນາຄົດຂອງລູກຫຼານເຮົາ.

ທ່ານ ບຸນກອງ ຊົ່ງປາຢິ້ງ ກ່າວວ່າ: ການປູກຕົ້ນໄມ້ ແລະ ປ່ອຍປາ ຢູ່ພື້ນທີ່ບໍລິເວນເຂື່ອນນໍ້າເລິກຄັ້ງນີ້ ມີຄວາມໝາຍສຳຄັນ, ເປັນສ່ວນໜຶ່ງໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກ່ຽວກັບການພັດທະນາຕາມທິດສີຂຽວ ແລະ ຍືນຍົງ ເພື່ອເຮັດໃຫ້ອັດຕາປົກຫຸ້ມຂອງເນື້ອທີ່ປ່າໄມ້ ນັບມື້ນັບຂະຫຍັບເຂົ້າໃກ້ໂຕເລກຄາດໝາຍ ທີ່ພັກ, ລັດຖະບານວາງອອກ; ເປັນຄວາມພະຍາຍາມ, ຄວາມບຸກບືນ ຂອງຄະນະພັກ, ສະພາບໍລິຫານ ຜ-ຟຟລ ກໍຄື ຄະນະພັກ-ຄະນະອໍານວຍການເຂື່ອນໄຟຟ້ານໍ້າເລິກ ໃນການຈັດຕັ້ງແຜນຟື້ນຟູສະພາບແວດລ້ອມ ໃນບໍລິເວນອ່າງເກັບນໍ້າ ກໍຄືພື້ນທີ່ພັດທະນາເຂື່ອນໄຟຟ້ານໍ້າເລິກ ເພື່ອເປັນພູມຄຸ້ມກັນ ລະຫວ່າງ ປະລິມານນໍ້າເພື່ອການຜະລິດໄຟຟ້າ ກັບຄວາມຕ້ອງການຜະລິດໄຟຟ້າໃຫ້ສົມດຸນ ແລະ ຍືນຍົງ. ອີກດ້ານໜຶ່ງ, ກໍເປັນການສ້າງກິດຈະກຳຮ່ວມກັນ ລະຫວ່າງ ລັດວິສາຫະກິດ, ອົງການປົກຄອງ ແລະ ປະຊາຊົນຂອງເມືອງລ້ອງຊານ ບົນຈິດໃຈພ້ອມກັນປົກປັກຮັກສາ ພ້ອມກັນສ້າງສາພັດທະນາ ແລະ ພ້ອມກັນໄດ້ຮັບຜົນປະໂຫຍດ.

ໃນພິທີຄັ້ງນີ້, ຍັງໄດ້ມີການມອບອຸປະກອນການຮຽນ-ການສອນ ແລະ ເຄື່ອງກິລາຈໍານວນໜຶ່ງ ໃຫ້ກັບໂຮງຮຽນອະນຸບານ-ປະຖົມ ບ້ານພູປ່າມັນ ແລະ ໂຮງຮຽນປະຖົມ ບ້ານຖໍ້າດິນ; ພ້ອມນີ້, ກໍຍັງໄດ້ແຈກຢາຍຂອງຂວັນ ແລະ ຂະໜົມ ໃຫ້ກັບນ້ອງນ້ອຍນັກຮຽນ ອີກດ້ວຍ.

ຂ່າວ-ພາບ: ສຸກສະຫວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments