Monday, October 21, 2024
Homeຂ່າວຕ່າງປະເທດການາດາ ເປັນປະເທດທຳອິດໃນໂລກທີ່ຕິດຄຳເຕືອນເທິງຢາສູບ

ການາດາ ເປັນປະເທດທຳອິດໃນໂລກທີ່ຕິດຄຳເຕືອນເທິງຢາສູບ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 1 ມິຖຸນາ ຜ່ານມາ, ກະຊວງສາທາລະນະສຸກຂອງການາດາ ໄດ້ປະກາດວ່າ: ນັບຕັ້ງແຕ່ວັນທີ 1 ສິງຫາ 2023 ນີ້ເປັນຕົ້ນໄປ ຢາສູບທຸກຍີ່ຫໍ້ທີ່ຈຳໜ່າຍໃນປະເທດຕ້ອງຕິດຄຳເຕືອນເທິງກອກຢາທຸກອັນ ຊຶ່ງຄຳເຕືອນດັ່ງກ່າວລວມເຖິງການສູບຢາກໍ່ໃຫ້ເກີດພະຍາດມະເຮັງ, ການສູບຢາເປັນອັນຕະລາຍຕໍ່ເດັກນ້ອຍ ແລະ ທຸກການປ່ອຍຄວັນເປັນພິດ. ມາດຕະການດັ່ງກ່າວເປັນສ່ວນໜຶ່ງຂອງແຜນການພະຍາຍາມ ໂດຍລັດຖະບານການາດາ ໄດ້ກຳນົດເປົ້າໝາຍຫຼຸດການໃຊ້ຜະລິດຕະພັນຢາສູບໃນການາດາ ໃຫ້ເຫຼືອໜ້ອຍກວ່າ 5% ຫຼື ຫຼຸດລົງເຫຼືອໜ້ອຍກວ່າ 2 ລ້ານຄົນພາຍໃນປີ 2035 ຈາກປັດຈຸບັນຢູ່ທີ່ປະມານ 13%. ທັງນີ້, ບົດລາຍງານຂອງກະຊວງສາທາລະນະສຸກການາດາ ໃຫ້ເຫດຜົນບວກກັບການກຽມໃຊ້ຂໍ້ບັງຄັບນີ້ ຊຶ່ງຈະເປັນປະເທດທຳອິດຂອງໂລກ, ໜຶ່ງໃນປັດໄຈສຳຄັນຄືຜົນສຳຫຼວດທີ່ພົບວ່າ ປະຊາຊົນທີ່ຢູ່ໃນໄວຍັງບໍ່ທັນບັນລຸນິຕິພາວະເລີ່ມສູບຢາຫຼາຍຂຶ້ນ. ເມື່ອເບິ່ງກັບໄປປີ 2000 ການາດາເປັນປະເທດທຳອິດຂອງໂລກທີ່ບັນຍັດກົດໝາຍໃຫ້ມີການຕິດຮູບ ຄຳເຕືອນສຸຂະພາບຂອງຊອງຢາສູບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments