Tuesday, October 22, 2024
Homeຂ່າວພາຍໃນຫລາຍພາກສ່ວນຮ່ວມປູກຕົ້ນໄມ້ 11.000 ກວ່າຕົ້ນ ທີ່ພູນາງເມືອງຈອມເພັດ

ຫລາຍພາກສ່ວນຮ່ວມປູກຕົ້ນໄມ້ 11.000 ກວ່າຕົ້ນ ທີ່ພູນາງເມືອງຈອມເພັດ

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຈອມເພັດ ຈັດກິດຈະກຳປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ໃນວັນທີ 1 ມິຖຸນາ 2023 ຢູ່ເຂດພູນາງ ບ້ານຊຽງແມນ ໂດຍມີ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ ພ້ອມດ້ວຍການນຳຂອງເມືອງ, ພະແນກການ-ກົມກອງ, ພະນັກງານ, ນັກຮຽນ ແລະປະຊາຊົນບັນດາເຜົ່າ ເຂົ້າຮ່ວມ.

ທ່ານ ວຽງສະຫວັນ ຈັນທະລັງສີ ຫົວໜ້າກະສິກຳ ແລະ ປ່າໄມ້ເມືອງຈອມເພັດ ໄດ້ກ່າວວ່າ: ໃນເດືອນມິຖຸນາທຸກປີ ອົງການປົກຄອງ ເມືອງຈອມເພັດ ໄດ້ຈັດກິດຈະກຳປູກຕົ້ນໄມ້ ເພື່ອສະເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມີຖຸນາ ຂອງທຸກໆປີ, ເພື່ອເພີ່ມພື້ນທີ່ປົກຄຸມຂອງປ່າໄມ້ ທັງປຸກລະດົມໃຫ້ທຸກຄົນ ຮູ້ກັບຜົົນປະໂຫຍດປ່າໄມ້ ທີ່ມີຄຸນຄ່າອັນໃຫຍ່ຫລວງໃນການປົົກປັກຮັກສາດິນ, ນໍ້າ ແລະ ດັດສົມພູມອາກາດ ຕອບສະໜອງວັດຖຸດິບໃຫ້ໂຮງຈັກ ໂຮງງານ, ເປັນແຫລ່ງອາຫານ ແລະ ຢາ ຕອບສະໜອງການດໍາລົງຊີວິດປະຈໍາວັນຂອງປະຊາຊົນບັນດາເຜົ່າ. ສໍາລັບການປູກຕົ້ນໄມ້ໃນຄັ້ງນີ້ ເປັນການປູກເສີມປ່າເຂດພູນາງ ທີ່ຖືກຜົນກະທົບຈາກໄຟໄໝ້ລາມປ່າ ໃນໄລຍະຜ່ານມາ ໂດຍມີເນື້ອທີ່ຫລາຍກວ່າ 106 ເຮັກຕາ ເບ້ຍໄມ້ນໍາມາປູກທັງໝົດມີ 11.000 ເບ້ຍ ໃນນີ້, ມີເບ້ຍໄມ້ສົ້ມຟາດ 6.000 ເບ້ຍ, ໄມ້ແຕ້ຂ່າ 4.400 ເບ້ຍ, ໄມ້ຍົມຫີນ 600.

ທ່ານ ສາຍສະໝອນ ສາລີວົງ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ, ຈົ່ງມີສ່ວນຮ່ວມ ໃນການບົວລະບັດຮັກສາ ຕົ້ົ້ນໄມ້ທີ່ປູກແລ້ວ ໃຫ້ເຕີບໃຫຍ່, ພ້ອມສະແດງຄວາມຂອບໃຈ ແກ່ບໍລິສັດ ແລະ ບຸກຄົນ ທີ່ໄດ້ປະກອບສ່ວນຊຸກຍູ້ ເບ້ຍໄມ້ໃນຄັ້ງນີ້.

ຂ່າວ: ຕາດຳ ກະເສີມສຸກ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments