Saturday, October 5, 2024
Homeຂ່າວຕ່າງປະເທດກອງປະຊຸມລັດຖະມົນຕີການຄ້າເອເປັກ ປຶກສາຫາລືຫລາຍບັນຫາສຳຄັນ

ກອງປະຊຸມລັດຖະມົນຕີການຄ້າເອເປັກ ປຶກສາຫາລືຫລາຍບັນຫາສຳຄັນ

ຕາມ​ຂ່າວ​ຈາກ ວິທະຍຸສາ​ກົນ ຫວຽດນາມ, ​ເມື່ອ​ບໍ່​ດົນ​ມາ​ນີ້ີ້, ກອງ​ປະຊຸມ ລັດຖະມົນຕີ ການຄ້າ ຂອງບັນດາ ພື້ນຖານ ເສດຖະກິດ ເວທີປາໄສ ການຮ່ວມມື ເສດຖະ ກິດ ອາຊີ-ປາຊີຟິກ (APEC) ບໍ່ອອກ ຖະແຫລງການ ຮ່ວມ ພາຍຫລັງ ​ໄດ້​ປຶກສາ​ຫາລື​ກັນ ຫລາຍ​ບັນຫາ ​ສຳຄັນ ​ແຕ່ໄດ້ ຕົກລົງ ເຫັນດີ ຊຸກຍູ້ການຄ້າ ຮອບດ້ານ ​ແບບຍືນຍົງ ໂດຍລວບລວມ ບັນດາ ການປຶກສາ ຫາລື, ເນັ້ນໜັກ ລັກສະນະ ຮອບດ້ານ, ບັ້ນເຄື່ອນໄຫວຕ້ານ ການປ່ຽນແປງ ຂອງດິນຟ້າ ອາກາດ ແລະ ລັກສະນະ ຍືນຍົງ. ຖະແຫລງ ການ ຢັ້ງຢືນ ຄືນໃໝ່ ຄວາມຕັດສິນໃຈ ນຳມາເຊິ່ງ ສະ ພາບ ແວດລ້ອມ ແຫ່ງການລົງທຶນ ແລະ ການຄ້າເສລີ, ເປີດເຜີຍ, ຍຸຕິທຳ, ບໍ່ຈຳແນກ ການ ປະພຶດ, ໂປ່ງໃສ, ຮອບດ້ານ. ບັນດາ ລັດຖະມົນຕີ ການຄ້າ APEC ກໍ່ຢັ້ງຢືນ ຄືນໃໝ່ ຄຳໝັ້ນສັນຍາ ສຳລັບ ລະບົບ ການຄ້າ ຫລາຍຝ່າຍ ອີງໃສ່ ຫລັກ ການ, ດ້ວຍການຖື ອົງການ ການຄ້າໂລກ (WTO) ເປັນໃຈ ກາງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments