Friday, October 4, 2024
Homeຂ່າວພາຍໃນລຊມລ ສະໜັບສະໜູນການບູລະນະສ້ອມແປງຫ້ອງ ICU ໂຮງໝໍແຂວງສະຫວັນນະເຂດ

ລຊມລ ສະໜັບສະໜູນການບູລະນະສ້ອມແປງຫ້ອງ ICU ໂຮງໝໍແຂວງສະຫວັນນະເຂດ

ພິທີມອບ-ຮັບເງິນສະໜັບສະໜູນທຶນ 100 ລ້ານກີບ ເພື່ອບູລະນະສ້ອມແປງຫ້ອງ ICU ຂອງໂຮງໝໍແຂວງສະຫວັນນະເຂດ ຈາກບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ບໍ່ຄຳ-ທອງ ເຊໂປນ (ລຊມລ) ຈັດຂຶ້ນວັນທີ 21 ພຶດສະພາ 2023 ຜ່ານມາ ຢູ່ຮ້ານອາຫານດາວຮຸ່ງ 1 ເຊິ່ງມອບໂດຍທ່ານນາງ ລັດສະນີ ສີສານ ຫົວໜ້າສາຍງານພົວພັນກັບລັດຖະບານ ລຊມລ ແລະ ຮັບໂດຍທ່ານ ບຸນ ໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ສະໝານ ອະເນກາ ຜູ້ອຳນວຍການໃຫຍ່ ລຊມລ ກ່າວວ່າ: ສະຫວັນນະເຂດ ເປັນແຂວງທີ່ມີຈຳນວນປະຊາກອນຫຼາຍທີ່ສຸດໃນ ສປປ ລາວ ແລະ ເປັນສູນລວມໜຶ່ງດ້ານເສດຖະກິດຂອງປະເທດ ການຮັບມືທາງການແພດຢ່າງວ່ອງໄວ ແລະ ມີປະສິດທິຜົນ ຈຶ່ງມີຄວາມສຳຄັນເປັນຢ່າງຍິ່ງ ຫວັງວ່າການຊ່ວຍເຫຼືອຄັ້ງນີ້ຈະຍົກສູງການບໍລິການຂອງໂຮງໝໍແຂວງສະຫວັນນະເຂດ ໂດຍສະເພາະພະແນກ ICU ໃນການຮັບມືກັບຄົນເຈັບຢ່າງທັນການ ແລະ ຢ່າງມີປະສິດທິຜົນ.

ຫຼາຍປີຜ່ານມາ ລຊມລ ໄດ້ໃຫ້ການສະໜັບສະໜູນ ແລະ ມອບອຸປະກອນດ້ານການແພດໃຫ້ໂຮງໝໍແຂວງສະຫວັນນະເຂດ ເຊັ່ນ: ອຸປະກອນຢາສະຫຼົບ ເຕົາອົບເດັກເກີດໃໝ່ ຊຸດອົກຊີແຊນ ແລະ ອຸປະກອນສຳຄັນອື່ນໆ ມາເຖິງປັດຈຸບັນ ລຊມລ ໄດ້ໃຫ້ການຊ່ວຍເຫຼືອ ແກ່ໂຮງໝໍແຂວງສະຫວັນນະເຂດ ລວມມູນຄ່າ 120.000 ໂດລາສະຫະລັດ ປີ 2021 ລຊມລ ໄດ້ປະກອບສ່ວນທຶນ 100.000 ໂດລາສະຫະລັດ ເພື່ອສ້າງໂຮງໝໍພາກສະໜາມຢູ່ແຂວງສະຫວັນນະເຂດ ແລະ ໄດ້ສະໜັບສະໜູນຄວາມພະຍາຍາມຂອງລັດຖະບານໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ນອກນີ້ໃນໄລຍຜ່ານມາ ລຊມລ ໄດ້ໃຫ້ການຮ່ວມມືເປັນຄັ້ງປະຫວັດສາດກັບກະຊວງສາທາລະນະສຸກ ສະຫະພັນແມ່ຍິງລາວ ແລະ ອົງການ UNICEF ໂດຍສະໜອງທຶນ 2,9 ລ້ານໂດລາສະຫະລັດ ເຂົ້າໃນໂຄງການ 1.000 ວັນ ເພື່ອແກ້ໄຂບັນຫາຂາດໂພຊະນາການໃນແມ່ ແລະ ເດັກ.

ລຊມລ ລົງທຶນ 270.000 ໂດລາສະຫະລັດ ເຂົ້າໃນໂຄງການສຸຂະພາບແມ່ ແລະ ເດັກ ຮ່ວມກັບສາຖາບັນເບີເນດ໌ ປີ 2008-2011 ແລະ ນັບແຕ່ປີ 2010 ເຖິງ 2017 ລຊມລ ໄດ້ສະໜັບສະໜູນກອງປະຊຸມປະຈຳປີຂອງແພດເດັກ ທີ່ຈັດໂດຍອົງການ Health Frontiers ທີ່ແນໃສ່ປັບປຸງການຮັກສາສຸຂະພາບເດັກ ໂດຍການແລກປ່ຽນພາກປະຕິບັດທີ່ດີທີ່ສຸດ ນອກນີ້ ລຊມລ ຍັງໄດ້ໃຫ້ການສະໜັບສະໜູນຢ່າງຫຼວງຫຼາຍແກ່ໂຮງໝໍເມືອງວິລະບູລີ ແລະ ໂຮງໝໍມິດຕະພາບ 150 ຕຽງ ນະຄອນຫຼວງວຽງຈັນ ລວມທັງລົດໂຮງໝໍ ເຕົາອົບເດັກເກີດໃໝ່ ແລະ ອຸປະກອນການແພດສຳຄັນອື່ນໆ ພ້ອມທັງໄດ້ຈັດຕັ້ງປະຕິບັດໂຄງການສົ່ງເສີມວຽກງານນ້ຳ ສຸຂະອະນາໄມ ແລະ ສຸຂະພິບານ ພ້ອມຈະສືບຕໍ່ລົງທຶນໃສ່ໂຄງການພັດທະນາຊຸມຊົນ ຊີວິດການເປັນຢູ່ ຂອງປະຊາຊົນ ຫຼັງຈາກທີ່ບໍ່ຄຳ-ທອງ ເຊໂປນປິດໂຕລົງ ລວມທັງການປັບປຸງການບໍລິການດ້ານສຸຂະພາບຂັ້ນພື້ນຖານ ແລະ ສຸຂະພາບແມ່ ແລະ ເດັກ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments