Thursday, October 3, 2024
Homeແຈ້ງການສໍາຄັນແຈ້ງການສ້າງຂະບວນປູກຕົ້ນໄມ້ ວັນທີ 1 ມິຖຸນາ ໃຫ້ເປັນຂະບວນຟົດຟື້ນ

ແຈ້ງການສ້າງຂະບວນປູກຕົ້ນໄມ້ ວັນທີ 1 ມິຖຸນາ ໃຫ້ເປັນຂະບວນຟົດຟື້ນ

ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການໃນວັນທີ 24 ພຶດສະພາ 2023 ກ່ຽວກັບ ການສ້າງຂະບວນການປູກຕົ້ນໄມ້ ໃຫ້ເປັນຂະບວນໃນຂອບເຂດທົ່ວປະເທດ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ແນໃສ່ເພີ່ມທະວີ ການໂຄສະນາ ແລະ ປູກຈິດສຳນຶກ ໃຫ້ແກ່ເຍົາວະຊົນ, ອະນຸຊົນ ໃຫ້ເຫັນໄດ້ຄວາມສຳຄັນຂອງປ່າໄມ້ ທີ່ມີຕໍ່ການດຳລົງຊີວິດ ຂອງ ປະຊາຊົນລາວບັນດາເຜົ່າ ແລະ ພົວພັນເຖິງການປ່ຽນແປງດິນຟ້າອາກາດ, ທັງເປັນການຍູ້ແຮງຂະບວນການດັ່ງ ກ່າວ ໃຫ້ຟົດຟື້ນ ແລະ ເປັນຂະບວນກວ້າງຂວາງ.

ແຈ້ງການດັ່ງກ່າວ ໄດ້ລະບຸວ່າ: ໃຫ້ກົມປ່າໄມ້ ເປັນເຈົ້າການປະສານສົມທົບກັບ ພະແນກກະສິ ກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນຫລວງວຽງຈັນ ເອົາໃຈໃສ່ໂຄສະນາເຜີຍແຜ່ ບັນດານະໂຍບາຍ, ກົດໝາຍ ແລະ ປູກຈິດສຳນຶກ ໂດຍຜ່ານສື່ຕ່າງໆ ເປັນຕົ້ນ ໜັງສືພິມ, ໂທລະພາບ, ວິທະຍຸ ແລະ ສື່ອື່ນໆ ໃຫ້ທົ່ວສັງຄົມ ເຂົ້າຮ່ວມໃນການປູກຕົ້ນໄມ້ ແນໃສ່ສ້າງໃຫ້ໄດ້ພື້ນທີ່ສີຂຽວ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ ຂອງແຕ່ລະທ້ອງຖິ່ນ ໂດຍສະເພາະ ເຂດສໍານັກງານອົງການ, ໂຮງຮຽນ, ແຄມທາງ ແລະ ສະຖານທີ່ດິນເປົ່າຫວ່າງຂອງ ບຸກຄົນ, ນິຕິບຸກຄົນ ໃຫ້ເປັນຂະບວນການຟົດຟື້ນ ພ້ອມທັງ ສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງ ສະບັບເລກທີ 15/ກປ, ລົງວັນທີ 11 ກຸມພາ 2021 ວ່າດ້ວຍວຽກງານສົ່ງ ເສີມປູກໄມ້ ແລະ ຟື້ນຟູປ່າໄມ້ທຳມະຊາດ ໃຫ້ເປັນຂະບວນກວ້າງຂວາງ ແລະ ບັນລຸຕາມ ແຜນການທີ່ວາງໄວ້; ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນຫລວງວຽງຈັນ ເປັນເຈົ້າການປະສານສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ນະຄອນ, ພາກສ່ວນທີ່ກ່ຽວຂ້ອງ ພ້ອມທັງ ບໍລິສັດ ແລະ ຜູ້ປະກອບການ ເອົາໃຈໃສ່ກຳນົດເນື້ອທີ່ດິນ ປ່າໄມ້ຊຸດໂຊມ ແລະ ປອກໂຫລ້ນ ໃນເຂດປ່າຜະລິດແຫ່ງຊາດ ເພື່ອຈັດສັນ ແລະ ສົ່ງເສີມການປູກໄມ້ອຸດສາຫະກໍາ ແລະ ກໍານົດເນື້ອທີ່ດິນ ປ່າໄມ້ຊຸດໂຊມ ແລະ ປອກໂຫລ້ນ ໃນເຂດປ່າປ້ອງກັນ ແລະ ປ່າສະຫງວນ ເພື່ອຈັດສັນການປູກໄມ້ ແລະ ກຳນົດເປັນເຂດຟື້ນຟູປ່າທຳມະຊາດ ເພື່ອປົກປັກຮັກສາເຂດຍອດນໍ້າ, ແຫລ່ງນໍ້າ ໃຫ້ແກ່ໂຄງການເຂື່ອນໄຟຟ້ານໍ້າຕົກ ແລະ ປົກປັກຮັກສາສິ່ງແວດລ້ອມ; ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນ ຫລງວຽງຈັນ ຄົ້ນຄວ້ານໍາສະເໜີຕໍ່ອົງການປົກຄອງ ທ້ອງຖິ່ນໃນຂັ້ນຂອງຕົນ ເພື່ອແຕ່ງຕັ້ງຄະນະຮັບຜິດ ຊອບວຽກງານ ສ້າງຂະບວນການປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2023 ໂດຍແມ່ນຂະແໜງການກະສິກຳ ແລະ ປ່າໄມ້ ເປັນໃຈກາງ ແລະ ມີການເຂົ້າຮ່ວມ ຂອງພາກສ່ວນທີ່ກ່ຽວຂ້ອງຕາມຄວາມເໝາະສົມ, ພ້ອມທັງມອບໝາຍຄວາມຮັບຜິດ ຊອບຂາດຕົວ ໃຫ້ແກ່ຂະແໜງປ່າໄມ້, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ນະຄອນ ຈັດຕັ້ງວຽກງານສົ່ງເສີມ ປູກໄມ້ ໂດຍມີການແຕ່ງຕັ້ງພະນັກງານວິຊາການ ເພື່ອລົງຊຸກຍູ້ສົ່ງເສີມແນະນໍາເຕັກນິກວິຊາການປູກ, ບົວລະບັດ, ປົກປັກຮັກສາຕົ້ນໄມ້ທີ່ປຸກໄປແລ້ວໃຫ້ເຕີບໃຫຍ່, ຮັກສາອັດຕາການລອດຕາຍຂອງເບ້ຍໄມ້ ແລະ ດຳເນີນການປູກທົດແທນຕົ້ນໄມ້ທີ່ຕາຍ ໃຫ້ບັນດາໂຄງການປູກໄມ້ຂອງລັດ, ບໍລິສັດ, ຜູ້ປະກອບການ ແລະ ປະ ຊາຊົນ ແນໃສ່ເຮັດໃຫ້ການປູກໄມ້ ກາຍເປັນຮູບປະທຳ ແລະ ມີປະສິດທິຜົນກວ່າເກົ່າ; ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນຫລວງວຽງຈັນ ຊີ້ນຳຂະແໜງປ່າໄມ້ ກະກຽມ ແລະ ກຳ ນົດສະຖານທີ່ ທີ່ເຫັນວ່າເໝາະສົມ ສໍາລັບເປັນບ່ອນວາງສະແດງເບ້ຍໄມ້ ແລະ ສ້າງຂະບວນການ ເນື່ອງໃນວັນ ເດັກນ້ອຍສາກົນ ວັນທີ 1 ມິຖຸນາ 2023 ຕິດພັນກັບການປູກຈິດສຳນຶກໃຫ້ອານຸຊົນ ແລະ ເຍົາວະຊົນ ເຫັນໄດ້ຄວາມສຳຄັນຂອງປ່າໄມ້, ການປູກໄມ້ຟື້ນຟູປ່າ ເພື່ອອະນາຄົດ ແລະ ຄືນຄວາມສີຂຽວ ເພື່ອປົກປັກຮັກສາ ສິ່ງແວດລ້ອມ. ພ້ອມກັນນັ້ນ, ກໍໃຫ້ປຸກລະດົມບັນດາຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ນະຄອນ ແລະ ຜູ້ປະກອບການ ທີ່ກ້າເບ້ຍໄມ້ ໃນທຸກໆພາກສ່ວນນໍາເອົາເບ້ຍໄມ້ (ໄມ້ພື້ນເມືອງ, ໄມ້ເສດຖະກິດ, ໄມ້ໃຫ້ໝາກ ແລະ ໄມ້ປະດັບ) ທຸກຊະນິດ ເພື່ອວາງສະແດງໃນງານດັ່ງກ່າວ.

ພ້ອມນີ້, ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫລວງວຽງຈັນ ສົມທົບກັບຂະ ແໜງການທີ່ກ່ຽວຂ້ອງ ຕິດຄໍາຂວັນ ກ່ຽວກັບວັນປູກຕົ້ນໄມ້ແຫ່ງຊາດ ຕາມສະຖານທີ່ຕ່າງໆ ເພື່ອເປັນການໂຄສະນາເຜີຍແຜ່, ລະດົມໃຫ້ທົ່ວສັງຄົມເຂົ້າຮ່ວມ ແລະ ເປັນເຈົ້າການປູກໄມ້ໃຫ້ເປັນຂະບວນການຟົດຟື້ນ, ຊຶ່ງມີຄໍາຂວັນ ດັ່ງນີ້: “ຊົມເຊີຍວັນ ປູກຕົ້ນໄມ້ ແຫ່ງຊາດ ວັນທີ 1 ມິຖຸນາ ຄົບຮອບ 43 ປີ ຢ່າງສຸດໃຈ”, “ປຸກຕົ້ນໄມ້ ໃນວັນນີ້ ເພື່ອລູກຫລານໃນວັນໜ້າ” ແລະ “ຈົ່ງຊ່ວຍກັນປຸກຕົ້ນໄມ້ ໃຫ້ເປັນປ່າ ເພື່ອເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມ, ຫລຸດຜ່ອນການປ່ຽນແປງດິນຟ້າອາກາດ” ສໍາລັບ ປ້າຍແມ່ນໃຫ້ໃສ່ ພື້ນສີຂຽວ ແລະ ໂຕໜັງສືສີຂາວ.

ຂ່າວ: ສົມຫວັງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments