Thursday, October 3, 2024
Homeຂ່າວຕ່າງປະເທດຟີລິບປິນ ຢ້ຽມຢາມຄົນເຈັບເປັນພະຍາດແຂ້ວຟຸ່ຢ່າງໜ້ອຍ 73 ລ້ານຄົນ

ຟີລິບປິນ ຢ້ຽມຢາມຄົນເຈັບເປັນພະຍາດແຂ້ວຟຸ່ຢ່າງໜ້ອຍ 73 ລ້ານຄົນ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 24 ເດືອນພຶດສະພາ, ກະຊວງສາທາ ລະນະສຸກ ຂອງ ຟີລິບປິນ ລາຍງານວ່າ: ຊາວຟີລິບປິນ ເປັນພະຍາດ ແຂ້ວຜຸ ຢ່າງໜ້ອຍ 73 ລ້ານຄົນ , ເຮັດໃຫ້ ພະຍາດ ດັ່ງດ່າວ ກາຍເປັນ ບັນຫາ ສຸຂະພາບ ຢ່າງຮ້າຍແຮງ ຂອງ ປະເທດ. ໂດຍພະຍາດ ແຂ້ວຜຸ ກາຍເປັນ ພະຍາດ ລະບາດ ອອກເປັນວົງກ້ວາງ ໂດຍ ຈຳນວນ ຄົນເຈັບ ພະຍາດນີ້ ໃນປັດຈຸບັນ ເພີ່ມສູງຂຶ້ນຫລາຍ ເນື່ອງຈາກ ການແພ່ລະບາດ ຂອງ ພະຍາດໂຄວິດ-19 ເປັນສາເຫດ ຂັດຂວາງ ການເຂົ້າເຖິງ ການບໍລິການ ປິ່ນປົວແຂ້ວ ຫລາຍກວ່າ 2 ປີ. ເດັກນ້ອຍ ຟີລິບປິນ 8 ໃນ 10 ຄົນ ເປັນພະຍາດ ແຂ້ວຜຸ ໃນເດັກ ຫລື ແຂ້ວນໍ້ານົມພຸ່ ເພາະວ່າ ຜູ້ປົກຄອງ ລ້ຽງລູກດ້ວຍນົມຜົງ ທີ່ມີ ລົດຫວານ ເຮັດໃຫ້ ພະຍາດ ໃນຊ່ອງປາກ ຍັງຄົງເປັນ ບັນຫາ ສາທາລະນະສຸກ ຮ້າຍແຮງ ໃນຟີລິບປິນ. ອົງການ ອະນາໄມໂລກ (WHO) ລະບຸວ່າ: ພະຍາດແຂ້ວພຸ່ ເປັນບັນຫາ ສາທາ ລະນະສຸກ ທີ່ ສຳຄັນ ແລະ ເປັນພະຍາດ ທີ່ບໍ່ຕິດຕໍ່

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments