Wednesday, October 2, 2024
Homeຂ່າວພາຍໃນເປີດໂຄງການພັດທະນາຊົນນະບົດແບບປະສົມປະສານ ຢູ່ 3 ແຂວງພາກໃຕ້

ເປີດໂຄງການພັດທະນາຊົນນະບົດແບບປະສົມປະສານ ຢູ່ 3 ແຂວງພາກໃຕ້

ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ອົງການຮ່ວມມືສາກົນ ສາທາລະນະລັດ ເກົາຫຼີ (KOICA) ແລະ ສະຖາບັນພັດທະນາຊົນນະບົດ ສ ເກົາຫຼີ ໄດ້ຈັດພິທີເປີດໂຄງການພັດທະນາຊົນນະບົດແບບປະສົມປະສານ ຢູ່ 3 ແຂວງພາກໃຕ້ ຂອງ ສປປ ລາວ ທີ່ໄດ້ຮັບການສະໜັບສະໜູນທຶນຈາກ ລັດຖະບານ ສ ເກົາຫຼີ. ພິທີດັ່ງກ່າວ ໄດ້ຈັດຂຶ້ນເມື່ອວັນທີ 24 ພຶດສະພາ ນີ້ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ໂດຍການເຂົ້າຮ່ວມຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ນາງ ມີຢ່ອງຈິນ ຄິມ ຫົວໜ້າອົງການ KOICA ປະຈໍາ ສປປ ລາວ, ມີຮອງເຈົ້າແຂວງຈຳປາສັກ, ຮອງເຈົ້າແຂວງເຊກອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການພັດທະນາຊົນນະບົດແບບປະສົມປະສານ ໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກ ອົງການ KOICA ຈໍານວນ 9 ລ້ານໂດລາ ຊຶ່ງຈະຈັດຕັັ້ງປະຕິບັດໂຄງການຢູ່ 3 ແຂວງ ຄື: ແຂວງຈໍາປາສັກ, ສາລະວັນ ແລະ ແຂວງເຊກອງ ກວມເອົາ 4 ເມືອງ, 20 ບ້ານ, ມີໄລຍະການຈັດຕັັ້ງປະຕິບັດ 5 ປີ ເລີີ່ມແຕ່ເດືອນພະຈິກ ປີ 2021-ເດືອນຕຸລາ ປີ 2026. ຈຸດປະສົງ ກໍເພືີ່ອສະໜັບສະໜູນການພັດທະນາຊົນນະບົດແບບມີສ່ວນຮ່ວມ ຕາມນະໂຍບາຍ 3 ສ້າງ ໂດຍນໍາໃຊ້ຮູບແບບເຊມາອຶນດົງ ຂອງ ສ ເກົາຫຼີ ເພືີ່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານ ແຕ່ສູນກາງຮອດທ້ອງຖິິ່ນ ແລະ ການນໍາຊຸມຊົນ ໃນການສ້າງແຜນພັດທະນາຊຸມຊົນ, ການຜະລິດກະສິກໍາ, ການແປຮູບ, ການຕະຫຼາດ ແລະ ການສ້າງສະຫະກອນກະສິກໍາ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແນໃສ່ສ້າງກິດຈະກໍາທີ່ສ້າງລາຍຮັບໃຫ້ຊາວກະສິກອນ ແລະ ປັບປຸງສະພາບແວດລ້ອມພາຍໃນບ້ານ.

ສຳລັບຢູ່ແຂວງຈຳປາສັກ, ໂຄງການດັ່ງກ່າວ ຈະຈັດຕັ້ງປະຕິບັດ ຢູ່ 2 ເມືອງ ຄື: ເມືອງປາກຊ່ອງ ແລະ ເມືອງບາຈຽງຈະເລີນສຸກ, ມີ 10 ບ້ານເປົ້າໝາຍ ຄື: ບ້ານປາກຊ່ອງ, ບ້ານຫຼັກ 35, ບ້ານຫ້ວຍກອງ, ບ້ານທົ່ງກາຫຼົງ, ບ້ານປາກບ້ອງ, ບ້ານສອງຄອນ, ບ້ານໜອງບົກໃຫຍ່, ບ້ານໜອງກັ້ງ, ບ້ານທົ່ງທິງ ແລະ ບ້ານກວາງຊີ ໂດຍໄດ້ຮັບທຶນທັງໝົດ 1.644.179 ໂດລາ, ນອກຈາກນັ້ນ ຍັງມີທຶນສົມທົບຂອງປະຊາຊົນ 865.758 ໂດລາ, ກິດຈະກໍາຕົ້ນຕໍທີ່ຈະສຸມໃສ່ ແມ່ນການປັບປຸງພື້ນຖານໂຄງລ່າງ, ສະພາບແວດລ້ອມການດໍາລົງຊີວິດ; ການສົ່ງເສີມການສ້າງລາຍຮັບ; ການເສີມສ້າງຄວາມອາດສາມາດ ແລະ ກິດຈະກໍາຍົກລະດັບຄວາມເຂັ້ມແຂງຂັ້ນບ້ານ.

ຂ່າວ-ພາບ: ທູນທອງໃຈ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments