Wednesday, October 2, 2024
Homeຂ່າວການເມືອງຄຕພ ຈັດປາຖະກະຖາ ວັນສຳຄັນຂອງພັກ ຂອງຊາດ

ຄຕພ ຈັດປາຖະກະຖາ ວັນສຳຄັນຂອງພັກ ຂອງຊາດ

ໃນວັນທີ 25 ພຶດສະພານີ້, ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດປາຖະກະຖາເຜີຍແຜ່ເອກະສານເຊັ່ນ: ວັນໄຊຊະນະຂອງສະຫະພາບໂຊວຽດ ເໜືອຟາດຊິດເຢຍລະມັນ ໃນສົງຄາມໂລກຄັ້ງທີ II ຄົບຮອບ 78 ປີ (9/5/1954-9/5/2023); ວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 69 ປີ (7/5/1954-7/5/2023); ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 64 ປີ (18/5/1959-18/5/2023) ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາການນຳຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 63 ປີ (24/5/1960-24/5/2023), ໂດຍໃຫ້ກຽດເຜີຍແຜ່ ແລະ ເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາຄະນະພັກ, ຄະນະກົມ, ພະແນກ ແລະ ພະນັກງານທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມ ຈຳນວນ 124 ສະຫາຍ.

ໃນພິທີ ສະຫາຍ ທອງສະຫວັນ ພົມວິຫານ ໄດ້ເລົ່າມູນເຊື້ອການສ້າງຕັ້ງສະຫະພາບໂຊວຽດໃນປີ 1922 ເປັນປະເທດສັງຄົມນິຍົມໝຸ່ມນ້ອຍທີ່ເກີດຂຶ້ນທໍາອິດຢູ່ໃນໂລກ ໂດຍໝູນໃຊ້ລັດທິມາກ-ເລນິນ ຊຶ່ງເປັນທິດສະດີປະຕິວັດຂອງຊົນຊັ້ນກຳມະກອນ ມາເປັນເຂັມທິດໃນການພັດທະນາປະເທດ. ສ ໂຊວຽດ ໄດ້ກາຍເປັນກຳລັງ ແລະ ບ່ອນອີງທີ່ສຳຄັນໃຫ້ຂະບວນການຕ້ານລັດທິລ່າເມືອງຂຶ້ນ ແລະ ລັດທິຈັກກະພັດໃນທົ່ວໂລກ. ດັ່ງນັ້ນ, ບັນດາຈັກກະພັດ ຈຶ່ງຫວັງດັບມອດ ສ ໂຊວຽດ ຊຶ່ງເປັນສາເຫດຕົ້ນຕໍຂອງສົງຄາມໂລກຄັ້ງທີ II. ໄຊຊະນະເໜືອຟາດຊິດເຢຍລະມັນ ຂອງ ສ ໂຊວຽດ ໄດ້ສົ່ງຜົນສະທ້ອນໃຫ້ແກ່ການປະຕິວັດຢູ່ໃນໂລກ ໄດ້ສ້າງເງື່ອນໄຂໃຫ້ແກ່ຂະບວນການປົດປ່ອຍຊາດຢູ່ບັນດາປະເທດທີ່ເປັນຫົວເມືອງຂຶ້ນຈັບມືກັນລຸກຂຶ້ນຕໍ່ສູ້ຍາດເອົາຄວາມເປັນເອກະ ລາດມາໃຫ້ຊາດຕົນ; ສະແດງໃຫ້ເຫັນເຖິງຄວາມສາມັກຄີອັນແໜ້ນແຟ້ນ, ເສຍສະຫຼະ ແລະ ຄວາມຈົງຮັກພັກດີຕໍ່ຊາດ ກໍຄືພັນທະສາກົນຂອງກອງທັບແດງ ແລະ ປະຊາຊົນໂຊວຽດ. ພ້ອມນັ້ນ, ຍັງໄດ້ສົ່ງຜົນສະທ້ອນອັນໃຫຍ່ຫຼວງໃຫ້ແກ່ການປະຕິວັດຢູ່ອິນດູຈີນ ແລະ ກ້າວຂຶ້ນຕີເອົາຊະນະກັບພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່; ພ້ອມນີ້ ສະຫາຍ ໄດ້ຍົກໃຫ້ເຫັນເຖິງ ໄຊຊະນະດຽນບຽນຟູ ແມ່ນຄວາມອົງອາດກ້າຫານຂອງປະຊາຊົນຫວຽດນາມ ຕໍ່ສູ້ຕ້ານກັບພວກລ່າເມືອງຂຶ້ນແບບເກົ່າ, ແມ່ນໄຊຊະນະທີ່ສະຫວ່າງສະໄຫວທີ່ສຸດໃນປະຫວັດສາດການຕໍ່ສູ້ຂອງປະຊາຊົນຫວຽດນາມ ຕ້ານການຮຸກຮານຂອງຈັກກະພັດ ແລະ ໄດ້ຖືກບັນທຶກເຂົ້າໃນປະຫວັດສາດຂອງຊາດ ແລະ ຂອງໂລກຢູ່ໃນສະຕະວັດທີ 20; ຮູ້ໝູນໃຊ້ກຳລັງປະກອບອາວຸດທົ່ວປວງຊົນ ເພື່ອເຮັດສົງຄາມປະຊາຊົນ; ສະແດງໃຫ້ເຫັນຄວາມສາມັກຄີຮ່ວມສໍາພັນສູ້ຮົບຂອງ 3 ຊາດ ອິນດູຈີນ; ຮັບຮູ້ຄວາມເປັນເອກະລາດແຫ່ງຊາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ, ລາວ ແລະ ກໍາປູເຈຍ; ໄຊຊະນະດຽນບຽນຟູ ແມ່ນໜຶ່ງໃນບັນດາປັດໄຈ ແລະ ໝາກຜົນຂອງຄວາມສາມັກຄີພິເສດ ແລະ ການຮ່ວມສໍາພັນສູ້ຮົບ ລະຫວ່າງ ລາວ-ຫວຽດນາມ ໃນການຕ້ານສັດຕູຕົວດຽວກັນ, ປະສານສົມທົບ ແລະ ຊ່ວຍໜູນຊຶ່ງກັນ ແລະ ກັນ.

ໃນຕອນທ້າຍ, ສະຫາຍ ຫົວໜ້າ ຄຕພ ກໍໄດ້ຍົກໃຫ້ເຫັນປະຫວັດສາດ ແລະ ມູນເຊື້ອການຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ແລະ ການໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳພັກ ຊຶ່ງສາມາດຖອດຖອນບົດຮຽນໄດ້ຄື: ຍ້ອນມີພັກປະຊາຊົນ ປະຕິວັດລາວ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ແລະ ປີຊາສາມາດຂອງພັກໂດຍມີ ປະທານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງປະຊາຊົນລາວບັນດາເຜົ່າ, ມີນໍ້າໃຈຮັກຊາດ ອັນແຮງກ້າຂອງບັນດາຜູ້ນຳ, ມີຄວາມຕັດສິນໃຈ ຕໍ່ສູ້ຍອມເສຍສະຫຼະເພື່ອຊາດ, ມີຄວາມປີຊາສາມາດຂົນຂວາຍ ກໍ່ສ້າງຮາກຖານການເມືອງ, ມີການຈັດຕັ້ງນໍາພາ-ບັນຊາທີ່ໜັກແໜ້ນ, ເດັດດ່ຽວ, ເສີມຂະຫຍາຍຫົວຄິດປະດິດສ້າງຂອງໝົດທຸກຄົນ, ກຳແໜ້ນກາລະໂອກາດອັນ ເໝາະສົມ; ຈຶ່ງເຮັດໃຫ້ພະນັກງານ, ສະມາຊິກພັກ ແລະ ນັກຮົບກອງພັນທີ 2 ແລະ ບັນດາທ່ານຜູ້ນຳສາມາດໂຕນອອກຈາກຄຸກໄປສູ່ເຂດປະຕິວັດໄດ້ຢ່າງປອດໄພ.

ບັນດາພະນັກງານທີ່ເຂົ້າຮ່ວມໃນຄັ້ງນີ້ ກໍໄດ້ໃຫ້ຄວາມສົນໃຈ ແລະ ຮັບຟັງຢ່າງໃສ່ໃຈ.

(ຂ່າວ: ຄຕພ; ພາບ: ສຳນານ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments