Monday, September 30, 2024
Homeຂ່າວຕ່າງປະເທດເພີ່ມທະວີການຮັບມື ແລະ ຜະລິດວັກຊິນ ຕອບສະໜອງບັນດາພະຍາດໃນອະນາຄົດ

ເພີ່ມທະວີການຮັບມື ແລະ ຜະລິດວັກຊິນ ຕອບສະໜອງບັນດາພະຍາດໃນອະນາຄົດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້ ຢູ່ ຮ່າໂນ້ຍ, ໂຄງການພັດທະນາສະຫະປະຊາຊາດ (UNDP) ແລະ ສະຖາບັນຍຸດທະສາດ ແລະ ນະໂຍບາຍສາທາລະນະສຸກ (HSPI), ກະຊວງສາທາລະນະສຸກຫວຽດນາມ ໄດ້ຈັດກອງປະຊຸມສຳມະນາເຜີຍແຜ່ໝາກຜົນການຄົ້ນຄວ້າຜະລິດວັກຊິນ ແລະ ການເຂົ້າຮ່ວມຂອງ ຫວຽດນາມ ໃນໂຄງການຖ່າຍທອດເຕັກໂນໂລຊີ mRNA ຂອງອົງການອະນາໄມໂລກ (WHO). ໂດຍໂຄງການ “ຊຸກຍູ້ການສຳຜັດກັບວັກຊິນ ແລະ ກຳລັງຄວາມສາມາດຂອງລະບົບສາທາລະນະສຸກ ຫວຽດນາມ ຮັບມືກັບພະຍາດລະບາດໂຄວິດ-19” ຊຶ່ງສະໜັບສະໜູນໂດຍລັດຖະບານ ຍີ່ປຸ່ນ ອຸປະຖຳຜ່ານ UNDP.

ຂ່າວລະບຸວ່າ: ໃນກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແບ່ງປັນການຄົ້ນຄວ້າລວມມີບົດຮຽນສາກົນສັງລວມກ່ຽວກັບການພັດທະນາ ແລະ ຜະລິດວັກຊິນຢູ່ພາຍໃນປະເທດ; ສ້າງແຜນກຳລັງຄວາມສາມາດຜະລິດວັກຊິນຂອງ ຫວຽດນາມ ໃນປັດຈຸບັນ; ບັນດານະໂຍບາຍ ແລະ ລະບຽບການອອກໜັງສືອະນຸຍາດໃຫ້ວັກຊິນສາກົນ. ບັນດາຜູ້ແທນໄດ້ສະເໜີທິດທາງເພື່ອນຳຫວຽດນາມ ກາຍເປັນສູນຜະລິດວັກຊິນຂອງພາກພື້ນ. ກອງປະຊຸມສຳມະນາແມ່ນບາດກ້າວມຸ່ງໄປເຖິງຄວາມສາມາດສຳຜັດ ແລະ ຜະລິດວັກຊິນຂອງຫວຽດນາມ. ດ້ວຍວິທີນຳໃຊ້ບົດຮຽນສາກົນ ແລະ ການຮ່ວມມືກັບບັນດາຝ່າຍທີ່ກ່ຽວຂ້ອງ, ຫວຽດນາມ ວາງເປົ້າໝາຍໃຫ້ກາຍເປັນປະເທດນຳໜ້າຢູ່ພາກພື້ນ ກ່ຽວກັບການຜະລິດວັກຊິນ ແລະ ປະກອບສ່ວນເຂົ້າໃນຄວາມພະຍາຍາມລວມທົ່ວໂລກ ໃນການຮັບມືກັບບັນດາວິກິດການດ້ານການແພດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments