Monday, September 30, 2024
Homeຂ່າວຕ່າງປະເທດກຳປູເຈຍ-ສປຈີນ ຊຸກຍູ້ຮ່ວມມື ໃນໂຮງງານຜະລິດຢາງລົດ

ກຳປູເຈຍ-ສປຈີນ ຊຸກຍູ້ຮ່ວມມື ໃນໂຮງງານຜະລິດຢາງລົດ

ສຳນັກຂ່າວ ຊິນຮວາສປຈີນ, ວັນທີ 22 ເດືອນພືດສະພາ, ໂຮງງານຢາງລົດ ທີ່ກໍ່ສ້າງ ດ້ວຍເງິນທຶນ ຈາກຈີນ ໃນເຂດເສດຖະກິດ ພິເສດ ສີຫານູວິລ ແຂວງພະສີຫນຸຂອງ ກຳປູເຈຍ ໄດ້ເປີດດຳເນີນງານ ຢ່າງເປັນທາງການ (ໃນວັນທີ 22 ພືດສະພາ), ໂດຍໂຮງງານ ເຈເນີຣັລ ໄທຣ ເຕັກໂນໂລຊີ ກຳປູເຈຍ ໂດຍຄິດເປັນ ມູນຄ່າ 300 ລ້ານໂດລາ ສະະລັດ ແລະ ຢູໃນເຄືອຂ່າຍ ຈຽງຊູ ເຈເນີຣຣັລ ໄຊແອນຊ ເຕັກໂນໂລຊີ ຜູ້ຜະລິດ ຢາງລົດ ຂອງ ຈີນ. ໂດຍມີ ທ່ານ ຮຸນເຊນ ນາຍົກ ລັດຖະມົນຕີ ກຳປູເຈຍ ແລະ ທ່ານ ຫວັງເຫວິນທຽນ ເອກອັກ ຄະລັດຖະທູດ ຈີນ ປະຈຳ ກຳປູເຈຍ ໄດ້ເຂົ້າຮ່ວມໃນພິທີດັ່ງກ່າວ ແລະ  ສະເຫລີມ ສະຫລອງ ວາລະຄົບຮອບ 10 ປີ ກ່ຽວກັບ ການດຳເນີນ ແຜນການລິ່ເລີ່ມ ໜຶ່ງແລວ ໜຶ່ງເສັ້ນ ທາງ (BRI) ຂອງ ຈີນ ໃນເຂດດັ່ງກ່າວ.

 ທ່ານ ຮຸນເຊນ ກ່າວວ່າ ໂຮງງານ ຢາງລົດແຫ່ງນີ້ ເປັນການ ຊຸກຍູ້ ຮ່ວມມື ລະຫວ່າງ ກຳປູເຈຍ ແລະ ຈີນ ພາຍໃຕ້ ແຜນການລິເລີ່ມ ໂດຍຈະມີ ບົດບາດ ສຳຄັນ ຕໍ່ການແປຮູບ ຢາງທ້ອງຖິ່ນ ໃຫ້ມີຄວາມທັນສະໄໝ ແລະ ຂີດຄວາມສາມາດ ໃນຂົງເຂດ ການຜະລິດ ຢາງລົດ ມາສູ່ກຳປູເຈຍ ລວມເຖິງ ການສ້າງລາຍຮັບ ໃຫ້ແກ່ເສດຖະກິດ ປະເທດກຳປູເຈຍ ແລະ ອື່ນໆ.ໂຮງງານ ແຫ່ງນີ້ ສາມາດ ຜະລິດ ຢາງລົດ ປະເພດ semi-steel radial ຈຳນວນ 5 ລ້ານເສັ້ນຕໍ່ປີ ແລະ ຢາງລົດall-steel radial ປະມານ 9 ລ້ານເສັ້ນຕໍ່ປີ ເພື່ອຈະສົ່ງອອກ ໄປຍັງ ສ.ອາເມລິກາ, ເອີຣົບ ແລະ ບຣາຊິນ ເປັນຫລັກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments