Monday, September 30, 2024
Homeຂ່າວຕ່າງປະເທດສະເປຊເອັສ ສົ່ງທີມນັກບິນອາວະກາດຊຸດໃໝ່ຂຶ້ນສູ່ສະຖານີອາວະກາດສາກົນ

ສະເປຊເອັສ ສົ່ງທີມນັກບິນອາວະກາດຊຸດໃໝ່ຂຶ້ນສູ່ສະຖານີອາວະກາດສາກົນ

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 21 ພືດສະພາ, ສະເປຊເອັສ (SpaceX) ເປັນບໍລິສັດ ເອກະຊົນ ດ້ານອາວະກາດ ສັນຊາດ ສ.ອາເມລິກາ ໄດ້ສົ່ງທີມ ນັກບິນ ອາວະກາດ ກຸ່ມໃໝ່ຂຶ້ນສູ່ ສະຖານີ ອາວະກາດ ສາກົນ (ISS) ຢ່າງສຳເລັດ. ໂດຍຍານອາວະກາດ ດຣາກອນ (Dragon) ຊຶ່ງຂົນສົ່ງ ທີມນັກບິນ ອາວະກາດ ຈຳນວນ 4 ຄົນ ໄດ້ອອກຈາກ ຖານປ່ອຍ ຈະຫລວດ 39ເອ (Launch Complex 39A) ຢູ່ສູນອາວະກາດ ເຄນເນດີ ໃນລັດ ຟໍຣິດາ ປະເທດ ສ.ອາເມລິກາ, ເຈົ້າໜ້າທີ່ກ່ຽວຂ້ອງ ຄາດວ່າ ຍານຈະທຽບທ່າ ໂມດູລໄອເອສເອສ ຮາໂມນີ (ISS Harmony) ໃນວັນທີ 22 ພືດສະພາ. ທີມນັກບິນ ອາວະກາດດັ່ງກ່າວ ຈະໃຊ້ເວລາ ປະມານ 8 ວັນ ຢູ່ເທິງສະຖານີ ອາວະກາດ ເພື່ອດຳເນີນ ການທົດລອງ ທາງວິທະຍາສາດ ແລະ ເຕັກໂນໂລຊີ ຫລາຍກວ່າ 20 ລາຍການ ໃນຫລາຍສາຂາເຊັ່ນ:​ ວິທະຍາມະນຸດ ແລະ ວິທະຍາສາດ ພາບຖ່າຍ ເພື່ອຂະຫຍາຍ ຂອບເຂດ ຄວາມຮູ້ ອັນເປັນປະໂຫຍດ ຕໍ່ສິ່ງທີ່ມີຊີວິດຢູ່ໃນໂລກ. ພາລະກິດດັ່ງກ່າວ ມີລະຫັດຊື່ວ່າ ແອັກ-2(Ax-2) ເປັນພາລະກິດ ນັກບິນອາວະກາດ ແບບສ່ວນຕົວ ຄັ້ງທີ 2 ຂອງ ບໍລິສັດ ແອກຊຽມສະເປຊ (Axiom Space) ໄປສູ່ສະຖານີ ອາວະກາດ ສາກົນ ຖັດຈາກ ພາລະກິດ ໃນຄັ້ງທຳອິດ ເມື່ອປີ 2022.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments