Sunday, September 29, 2024
Homeຂ່າວພາຍໃນເຈົ້າແຂວງໄຊຍະບູລີ ຕິດຕາມ ໂຄງການກໍ່ສ້າງຕ້ານຕາຝັ່ງເຈື່ອນ ຢູ່ເມືອງຊຽງຮ່ອນ

ເຈົ້າແຂວງໄຊຍະບູລີ ຕິດຕາມ ໂຄງການກໍ່ສ້າງຕ້ານຕາຝັ່ງເຈື່ອນ ຢູ່ເມືອງຊຽງຮ່ອນ

ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມຄະນະ ໄດ້ຕິດຕາມ ແລະ ຊຸກຍູ້ ໂຄງການກໍ່ສ້າງຕ້ານຕາຝັ່ງເຈື່ອນ ແມ່ນໍ້າງື່ມ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ເມື່ອວັນທີ 23 ພຶດສະພາ ນີ້ ໂດຍມີ ທ່ານ ກົງທອງ ສິດທິໄຊ ເຈົ້າເມືອງ ຊຽງຮ່ອນ, ມີທ່ານ ຫງຽວນວັນໂບນ ຮອງປະທານ ບໍລິສັດ BM ກໍ່ສ້າງຂົວທາງ, ເຄຫາສະຖານ ແລະ ຊົນລະປະທານຈໍາກັດ ພ້ອມການນໍາຂອງເມືອງໃຫ້ການຕ້ອນຮັບ ແລະ ນໍາພາລົງເບິ່ງໂຄງການດັ່ງກ່າວ.

ໂຄງການກໍ່ສ້າງຕ້ານຕາຝັ່ງເຈື່ອນ ນໍ້າງື່ມ ເມືອງຊຽງຮ່ອນ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 3 ພຶດສະພາ 2023 ເປັນຕົ້ນມາ, ຮອດປັດຈຸບັນສໍາເລັດແລ້ວ 30 ກວ່າ%, ຄາດວ່າການກໍ່ສ້າງຈະໃຫ້ສໍາເລັດ 100% ພາຍໃນເດືອນກັນຍາ 2023 ນີ້, ໂຄງການດັ່ງກ່າວມີຄວາມຍາວ 550 ແມັດ, ສູງສະເລ່ຍ 6 ແມັດ, ມູນຄ່າການກໍ່ສ້າງ ເກືອບ 8 ຕື້ກີບ, ໂດຍແມ່ນທືນຟື້ນຟູໄພພິບັດຫຼັງລະດູຝົນ ປີ 2023, ຮັບເໝົາກໍ່ສ້າງໂດຍແມ່ນ ບໍລິສັດ BM ກໍ່ສ້າງຂົວທາງ, ເຄຫາສະຖານ ແລະ ຊົນລະປະທານຈໍາກັດ.

ຈາກນັ້ນທີມງານຂອງທ່ານເຈົ້າແຂວງ ກໍໄດ້ຢ້ຽມຢາມໂຄງການ ກໍ່ສ້າງເສັ້ນທາງປູຢາງສອງຊັ້ນ ບ້ານແກສີພົມ ເມືອງຊຽງຮ່ອນ, ໂຄງການດັ່ງກ່າວເປັນໂຄງການ ປູຢາງສອງຊັ້ນ, ເລີ່ມລົງມືກໍ່ສ້າງແຕ່ວັນທີ 2 ເມສາ 2023, ຮອດປັດຈຸບັນການກໍ່ສ້າງແມ່ນສໍາເລັດແລ້ວ 100%, ມູນຄ່າການກໍ່ສ້າງ 2 ຕື້ກວ່າກີບ, ທຶນດັ່ງກ່າວແມ່ນທຶນຂອງປະຊາຊົນບ້ານແກສີພົມ 100%, ໂດຍແມ່ນ ບໍລິສັດ ໂຊກນະພາ ກໍ່ສ້າງຂົວທາງ ແລະ ເຄຫາສະຖານ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ, ໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນ ບ້ານແກສີພົມ ມີ 8 ເສັ້ນ, ມີຄວາມຍາວທັງໝົດ 1.150 ແມັດ (1,15 ກິໂລແມັດ), ກວ້າງ 3-4,5 ແມັດ, ແຕ່ລະເສັ້ນແມ່ນປູຢາງສອງຊັ້ນທັງໝົດ, ນອກນີ້ຍັງໄດ້ຍົກລະດັບທາງຊອຍ (ຮ່ອມ) ປູດ້ວຍຫີນ ຈໍານວນ 7 ເສັ້ນ, ມີຄວາມຍາວ 950 ແມັດ, ກວ້າງ 3-4 ແມັດ, ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ໄດ້ໃຫ້ກຽດໂອ້ລົມຕໍ່ອົງການປົກຄອງບ້ານ ແລະ ປະຊາຊົນ ບ້ານ ແກສີພົມ ຊຶ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍມາຍັງອົງການປົກຄອງບ້ານ ແລະ ປະຊາຊົນ ບ້ານແກສີພົມ ທີ່ມີຄວາມຕັດສິນໃຈໃນການປະກອບສ່ວນທຶນຮອນເຂົ້າໃນການກໍ່ສ້າງເສັ້ນທາງດັ່ງກ່າວຈົນສໍາເລັດ 100%, ພ້ອມດຽວກັນທ່ານຍັງໄດ້ຮຽກຮ້ອງໃຫ້ສືບຕໍ່ຮັກສາຄວາມສາມັກຄີທີ່ເປັນມູນເຊື້ອຂອງບ້ານໄວ້ຕະຫຼອດໄປ, ປົກປັກຮັກສາເສັ້ນທາງດັ່ງກ່າວໃຫ້ນໍາໃຊ້ໄດ້ຍາວນານ, ສືບຕໍ່ຊຸກຍູ້ໃຫ້ປະຊາຊົນພາຍໃນບ້ານທໍາການຜະລິດ ໂດຍສະເພາະແມ່ນເຮັດນາຊຶ່ງເປັນມູນເຊື້ອມາແຕ່ດຶກດໍາບັນ, ນອກນີ້ກໍໃຫ້ປູກພືດໄລຍະສັ້ນທີ່ຕະຫຼາດຕ້ອງການ ແລະ ຂະຫຍາຍເນື້ອທີ່ປູກຢາງພາລາເປັນພືດໄລຍະຍາວ, ເອົາໃຈໃສ່ຕໍ່ບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ມັກເກີດຂຶ້ນພາຍໃນບ້ານ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments