Sunday, September 29, 2024
Homeຂ່າວພາຍໃນເດັກນ້ອຍໃນວັນນີ້ຄືຜູ້ໃຫຍ່ ທີ່ມີອະນາຄົດສົດໃສໃນວັນໜ້າ

ເດັກນ້ອຍໃນວັນນີ້ຄືຜູ້ໃຫຍ່ ທີ່ມີອະນາຄົດສົດໃສໃນວັນໜ້າ

ເດັກນ້ອຍແມ່ນຊັບພະຍາກອນມະນຸດທີ່ມີຄຸນຄ່າມະຫາສານ, ເປັນຄັງສົມບັດລວມຂອງຊາດ ແລະ ເປັນມໍລະດົກອັນລ້ຳເລີດທີ່ບໍ່ສາມາດປະເມີນມູນຄ່າໄດ້, ເປັນຜູ້ສືບທອດພາລະກິດຂອງຊາດ ເປັນຜູ້ສືບສານຮີດຄອງປະເພນີ, ວັດທະນະທຳ, ເຕັກນິກວິທະຍາສາດທີ່ບັນພະບູລຸດສ້າງໄວ້ໃຫ້ຍືນຍົງ ເພື່ອເຮັດໃຫ້ປະເທດຊາດມີຄວາມຈະເລີນສີວິໄລກ້າວໜ້າຍິ່ງຂຶ້ນ, ຖ້າຫາກເດັກນ້ອຍໄດ້ຮັບການພັດທະນາທີ່ດີໃນວັນນີ້ ຈະກາຍເປັນຜູ້ໃຫຍ່ເປັນຜູ້ສືບທອດທີ່ດີມີຄຸນນະພາບໃນອະນາຄົດ.

ເນື່ອງໃນໂອກາດວັນເດັກນ້ອຍສາກົນວັນທີ 1 ມິຖຸນາທີ່ຈະມາເຖິງນີ້, ທ່ານນາງ ພຸດດາລົມ ເພັງນາມມະຈັກຜູ້ອຳນວຍການໂຮງຮຽນປັນຍາມະນີ ໄດ້ກ່າວສະແດງຄວາມຮູ້ສຶກຜ່ານສື່ມວນຊົນໃນວັນທີ 23 ພຶດສະພານີ້ວ່າ: ວັນ ເດັກນ້ອຍສາກົນຖືເປັນວັນບຸນໃຫຍ່ສຳລັບເດັກ ເປັນວັນທີ່ມີຄວາມໝາຍສຳຄັນຕິດພັນກັບປະຫວັດສາດຂອງຊາດ ເປັນວັນທີ່ບົ່ງບອກໃຫ້ຮູ້ວ່າເດັກນ້ອຍມີຄວາມສຳຄັນຕໍ່ພໍ່ແມ່, ຕໍ່ຄອບຄົວ, ຄູ-ອາຈານ ແລະ ປະເທດຊາດ ເພາະເດັກໃນວັນນີ້ຄືຜູ້ໃຫຍ່ໃນວັນໜ້າ ທີ່ຈະເປັນອະນາຄົດຂອງຊາດ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດໃຫ້ມີຄວາມຈະເລີນກ້າວໜ້າໄປຂຶ້ນເລື້ອຍໆ ໂດຍມີຜູ້ໃຫຍ່ເປັນຕົວແບບ. ສະນັ້ນການທີ່ເຮົາມີວັນເດັກນ້ອຍສາກົນ ກໍເປັນການໃຫ້ກຽດເດັກນ້ອຍໃນທົ່ວໂລກ.

ທ່ານນາງ ພຸດດາລົມ ເພັງນາມມະຈັກ ກ່າວໃຫ້ຮູ້ອີກວ່າ: ທຸກໆປີທາງໂຮງຮຽນໄດ້ເອົາໃຈໃສ່ເຫັນຄວາມສຳຄັນ ແລະ ໄດ້ຈັດກິດຈະກຳຂຶ້ນພາຍໃນໂຮງຮຽນ ເພື່ອເນັ້ນປູກຈິດສຳນຶກໃຫ້ເດັກນ້ອຍຮູ້ເຖີງປະຫວັດຄວາມເປັນມາຂອງວັນເດັກນ້ອຍສາກົນ, ຮູ້ເຖີງສິດທິຂອງຕົນ ເພື່ອໃຫ້ເດັກເປັນຄົນດີ, ຮູ້ຮັກຄອບຄົວ, ໃຫ້ກຽດຄົນອ້ອມຂ້າງ ແລະ ອະນຸລັກຮັກສາສິ່ງແວດລ້ອມໃຫ້ມີຄວາມສະອາດຂຽວງາມ ແລະ ຍືນຍົງ. ຊຶ່ງທາງໂຮງຮຽນຈະເນັ້ນໃສ່ຊັ້ນອະນຸບານຂຶ້ນໄປ. ການສະເຫຼີມສະຫຼອງວັນເດັກນ້ອຍສາກົນປີນີ້ຄາດວ່າຈະຈັດຂຶ້ນໃນວັນທີ 31 ພຶດສະພານີ້. ພາຍໃນງານມີກິດຈະກຳເພື່ອໃຫ້ເດັກຮຽນຮູ້ການຮັກສາປ່າ, ຮັກສາຕົ້ນໄມ້ ແລະ ສິ່ງທີ່ມີຊີວິດ ໂດຍຜ່ານການລະບາຍສີຮູບພາບຕົ້ນໄມ້, ມີການຫົດນໍ້າຕົ້ນໄມ້ ແລະ ການເຮັດກິດຈະກຳຈຳລອງດ້ວຍການເອົາຕົ້ນໄມ້ຢາງ ແລະ ກະບວຍຫົດນໍ້າ ໂດຍຄູນຳ ພານັກຮຽນເຮັດກິດຈະກຳໂຕຕໍ່ໂຕ, ນອກຈາກນັ້ນບໍ່ສະເພາະແຕ່ໃນວັນທີ 1 ມິຖຸນາເທົ່ານັ້ນ ທາງໂຮງຮຽນຍັງໄດ້ສອນການຮັກປ່າ, ໃນແຕ່ລະທິດຈະມີການປ່ຽນຜຽນນັກຮຽນ, ຮຽນຮູ້ການຫົດນໍ້າຕົ້ນໄມ້ໃນໂຮງຮຽນ. ນອກນັ້ນຍັງມີກິດຈະ ກຳອື່ນໆອີກທີ່ສ້າງຄວາມສຸກ ຄວາມເບິກບານມ່ວນຊື່ນໃຫ້ແກ່ເດັກເຊັ່ນ: ແຂ່ງຂັນກັນຕັກນໍ້າໃສ່ຄຸເປັນກຸ່ມ, ກິດຈະກຳການພັບ ແລະ ການແຈກຢາຍຂະໜົມ ແລະ ອື່ນໆ. ສະນັ້ນ, ທຸກພາກສ່ວນໃນສັງຄົມຕະຫຼອດຮອດຜູ້ປົກຄອງ ແລະ ຄອບຄົວຂອງເດັກ ຈົ່ງພ້ອມກັນເອົາໃຈໃສ່ໃຫ້ການສະໜັບສະໜູນອູ້ມຊູ, ປົກປ້ອງດູແລເດັກຈາກໄພອັນຕະລາຍຕ່າງໆໃຫ້ຄວາມອົບອຸ່ນເບິ່ງແຍງເດັກຢ່າງໃກ້ຊິດ ຊຸກຍູ້ສົ່ງເສີມ ແລະ ພັດທະນາເດັກນ້ອຍລາວໃຫ້ເຕີບໃຫຍ່ຢ່າງມີຄຸນນະ ພາບ, ອຳນວຍຄວາມສະດວກໃຫ້ເດັກໄດ້ຮັບການສຶກສາເພື່ອໃຫ້ເປັນເດັກຄຳຮູ້ຂອງພໍ່ແມ່, ເປັນນັກຮຽນທີ່ດີຂອງຄູ-ອາຈານ, ເປັນຜູ້ສືບທອດທີ່ດີຂອງຊາດ. ພາຍໃຕ້ຄຳຂວັນ ຂອງໂຮງຮຽນທີ່ວ່າ: ສອນ​ດີ​ມີວິໄນ ໃສ່ໃຈຄຸນນະພາບ.

ໂດຍ: ພູວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments