Saturday, September 28, 2024
Homeຂ່າວຕ່າງປະເທດກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV

ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 22 ພຶດສະພາ ຜ່ານມາ, ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ເປີດຂຶ້ນຢ່າງສົມກຽດຢູ່ຫໍສະພາແຫ່ງຊາດ ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງ ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ຫວຽດນາມ. ເຂົ້າຮ່ວມພິທີເປີດ ມີ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ອະດີດການນຳພັກ-ລັດ, ລັດຖະບານ, ສະພາແຫ່ງຊາດ ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ທີ່ມາຈາກ 63 ແຂວງ, ນະຄອນ, ບັນດາທ່ານເອກອັກຄະລັດຖະທູດ, ອຸປະທູດ, ຫົວໜ້າຄະນະຕາງໜ້າບັນດາອົງການຈັດຕັ້ງສາກົນ ປະຈຳ ຮ່າໂນ້ຍ. ກອງປະຊຸມດັ່ງກ່າວ ໄດ້ຖ່າຍທອດສົດຜ່ານທາງວິທະຍຸ ແລະ ໂທລະພາບ ໄປສູ່ຜູ້ມີສິດເລືອກຕັ້ງ ແລະ ພໍ່ແມ່ປະຊາຊົນໃນທົ່ວປະເທດ.

ຂ່າວລະບຸວ່າ: ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ຫວຽດນາມ ກ່າວຄຳເຫັນເປີດກອງປະຊຸມ ເນັ້ນໜັກວ່າ: ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ແມ່ນກອງປະຊຸມທີ່ມີຄວາມໝາຍສຳຄັນນັບທັງກ່ຽວກັບວຽກງານສ້າງກົດໝາຍ, ຕິດຕາມກວດກາສູງສຸດ ແລະ ຕັດສິນຫຼາຍບັນຫາສຳຄັນຂອງປະເທດ. ກອງປະຊຸມດັ່ງກ່າວໄດ້ແບ່ງເປັນ 2 ວາລະ, ວາລະທີ 1 ວັນທີ 22 ພຶດສະພາ – 10 ມິຖຸນາ; ວາລະທີ 2 ວັນທີ 19 ມິຖຸນາ ຫາວັນທີ 24 ມິຖຸນາ. ໃນ 23 ວັນເຮັດວຽກຕາມແຜນການ, ສະພາແຫ່ງຊາດຈະພິຈາລະນາ ແລະ ຕັດສິນຫຼາຍເນື້ອໃນສຳຄັນ. ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ຫວຽດນາມ ສະເໜີວ່າ: “ດ້ວຍຈຳນວນທີ່ມີເຖິງ 20 ໂຄງການ, ຮ່າງກົດໝາຍ, ກົດໝາຍ ທີ່ຈະນຳມາປຶກສາຫາລື, ປະກອບຄຳເຫັນ, ຮັບຮອງເອົາໃນກອງປະຊຸມຄັ້ງນີ້. ໃນນັ້ນ, ມີຫຼາຍໂຄງການ, ຮ່າງກົດໝາຍມີເນື້ອໃນສັບສົນ, ສົ່ງຜົນກະທົບໃນວົງກວ້າງ ແລະ ສົ່ງຜົນສະທ້ອນໂດຍກົງເຖິງສິດ, ພັນທະ, ຜົນປະໂຫຍດຂອງປະຊາຊົນ ແລະ ວິສາຫະກິດສ່ວນໃຫຍ່, ສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດ ຈົ່ງຕັ້ງໃຈຄົ້ນຄວ້າ, ປຶກສາຫາລືຢ່າງລະອຽດຖີ່ຖ້ວນ, ຕີລາຄາບັນດາໂຄງການ, ຮ່າງກົດໝາຍຢ່າງຄົບຊຸດ ແລະ ສອດຄ່ອງກັບລັດຖະທຳມະນູນ ແລະ ແນວທາງ, ແຜນນະໂຍບາຍຂອງພັກ, ພິຈາລະນາຢ່າງລະມັດລະວັງກ່ຽວກັບຄວາມເໝາະສົມ, ຄວາມເປັນໄປໄດ້ ແລະ ຜົນກະທົບຂອງບັນດານະໂນບາຍໃໝ່ທີ່ໄດ້ສະເໜີມາ. ພ້ອມດຽວກັນນັ້ນ, ກໍເອົາໃຈໃສ່ເປັນພິເສດເຖິງການຮັບປະກັນລັກສະນະເປີດເຜີຍ, ຈະແຈ້ງ, ເຂັ້ມງວດ, ບໍ່ສ້າງຊ່ອງວ່າງແກ່ການສ້າງສິ່ງຫຍໍ້ທໍ້, ສໍ້ລາດບັງຫຼວງ, ຜົນປະໂຫຍດເປັນກຸ່ມ, ຜົນປະໂຫຍດສ່ວນລວມ… ປະກອບສ່ວນສ້າງລະບົບການພັດທະນາໃຫ້ສົມບູນແບບ, ຊຸກຍູ້, ສ້າງກຳລັງໜູນໃໝ່, ເປີດເສັ້ນທາງໃຫ້ແກ່ນະວັດຕະກຳ, ພັດທະນາແບບຍືນຍົງ.”

ຫຼັງຈາກນັ້ນ, ໂດຍໄດ້ຮັບການມອບສິດຈາກທ່ານນາຍົກລັດຖະມົນຕີ, ທ່ານ ເລມິງຄາຍ ຮອງນາຍົກລັດຖະມົນຕີ ໄດ້ສະເໜີບົດລາຍງານຕີລາຄາໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ – ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2022; ສະພາບການປະຕິບັດແຜນການພັດທະນາເສດຖະກິດ – ສັງຄົມ ແລະ ງົບປະມານແຫ່ງຊາດ ຊຸມເດືອນຕົ້ນປີ 2023.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments