Saturday, September 28, 2024
Homeຂ່າວຕ່າງປະເທດຈີນ ຊຸກຍູ້ການສ້າງລະບົບບໍລິການລ້ຽງດູຜູ້ເຖົ້າຂັ້ນພື້ນຖານ

ຈີນ ຊຸກຍູ້ການສ້າງລະບົບບໍລິການລ້ຽງດູຜູ້ເຖົ້າຂັ້ນພື້ນຖານ

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆນີ້, ຫ້ອງວ່າການສູນກາງພັກກອມມູນິດຈີນ ແລະ ຫ້ອງການຄະນະລັດຖະບານຈີນໄດ້ແຈກຢາຍຄວາມເຫັນກ່ຽວກັບການຊຸກຍູ້ການສ້າງລະບົບບໍລິການລ້ຽງດູຜູ້ເຖົ້າຂັ້ນພື້ນຖານ ໂດຍຄວາມເຫັນດັ່ງກ່າວລະບຸວ່າ: ການບໍລິການລ້ຽງດູຜູ້ເຖົ້າຂັ້ນພື້ນຖານຈະເສີມຂະຫຍາຍບົດບາດພື້ນຖານທີ່ສຳຄັນໃນການບັນລຸໃຫ້ຜູ້ເຖົ້າໄດ້ຮັບການລ້ຽງດູ, ການຊຸກຍູ້ການສ້າງລະບົບບໍລິການລ້ຽງດູຜູ້ເຖົ້າຂັ້ນພື້ນຖານເປັນການຕັ້ງໜ້າປະຕິບັດຍຸດທະສາດແຫ່ງຊາດ ເພື່ອຮັບມືກັບສັງຄົມທີ່ມີຜູ້ອາຍຸສູງເພີ່ມຫຼາຍຂຶ້ນ, ເປັນໜ້າທີ່ສຳຄັນເພື່ອໃຫ້ບໍລິການສາທາລະນະຂັ້ນພື້ນຖານມີຄວາມສະເໝີພາບກັນ. ຄວາມເຫັນດັ່ງກ່າວຮຽກຮ້ອງວ່າ: ຕ້ອງເລັ່ງສ້າງລະບົບບໍລິການລ້ຽງດູຜູ້ເຖົ້າຂັ້ນພື້ນຖານທີ່ປົກຄຸມຜູ້ອາຍຸສູງຢ່າງທົ່ວເຖິງ ມີສິດ ແລະ ໜ້າທີ່ຈະແຈ້ງ, ມີການຮັບປະກັນຢ່າງເໝາະສົມ ແລະ ຍືນຍົງ ເພີ່ມທະວີຄວາມຮູ້ສຶກທີ່ໄດ້ຮັບຜົນປະໂຫຍດ, ມີຄວາມສຸກ ແລະ ຄວາມຮູ້ສຶກປອດໄພຂອງຜູ້ອາຍຸສູງ.

ຄວາມເຫັນດັ່ງກ່າວກຳນົດຢ່າງຈະແຈ້ງວ່າ: ຜູ້ຮັບການບໍລິການ, ເນື້ອໃນ ແລະ ມາດຕະຖານຂອງການບໍລິການລ້ຽງດູຜູ້ເຖົ້າຂັ້ນພື້ນຖານ ຈະປັບປຸງຕາມສະພາບການພັດທະນາຂອງເສດຖະກິດ-ສັງຄົມ, ໃນໄລຍະປະຕິບັດແຜນການ 5 ປີຄັ້ງທີ 14 ຈະສຸມໃສ່ຕອບສະໜອງຄວາມຕ້ອງການ ເພື່ອແກ້ໄຂຄວາມຫຍຸ້ງຍາກຕ່າງໆທີ່ຄອບຄົວ ແລະ ຜູ້ເຖົ້າຍາກທີ່ຈະຮັບມືໄດ້ເຊັ່ນ: ເສຍຄວາມສາມາດໃນການດຳລົງຊີວິດ, ພິການ, ບໍ່ມີຄົນເບິ່ງແຍງ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments