Friday, September 27, 2024
Homeຂ່າວພາຍໃນ23 ພຶດສະພາ ຮອງເລຂາພັກແຂວງ ເນັ້ນໃຫ້ຄະນະພັກຂະແຫນງບໍ່ແຮ່ ເພີ່ມທະວີການນໍາພາເຂົ້າໃນທຸກຂົງເຂດວຽກງານ

23 ພຶດສະພາ ຮອງເລຂາພັກແຂວງ ເນັ້ນໃຫ້ຄະນະພັກຂະແຫນງບໍ່ແຮ່ ເພີ່ມທະວີການນໍາພາເຂົ້າໃນທຸກຂົງເຂດວຽກງານ

ໃນໂອກາດທີ່ສະຫາຍ ນາງ ຈັນຫອມ ມະຫາໄຊ ຮອງເລຂາພັກແຂວງເຊກອງ ເຂົ້າຮ່ວມກອງປະຊຸມກາງສະໄຫມຂອງ ຄະນະພັກຮາກຖານພະແນກພະລັງງານ ແລະບໍ່ແຮ່ ແຂວງເຊກອງ ໃນວັນທີ 18 ພຶດສະພາ ຜ່ານມາ ສະຫາຍ ໄດ້ເນັ້ນຫນັກໃຫ້ຄະນະພັກ-ຄະນະນໍາ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ, ແກ່ນສານ ຕ້ອງໄດ້ພ້ອມກັນເຊີດຊູຄວາມຮັບຜິດຊອບ ໃນການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ສູງຂຶ້ນກ່ວາເກົ່າ, ເພີ່ມທະວີບົດບາດໃນການນຳພາຂອງພັກເຂົ້າໃນທຸກ ຂົງເຂດວຽກງານ, ຢືດໝັ້ນແບບແຜນການນຳພາ ແລະ ວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ ແລະ ຊີ້ນຳ-ນຳພາຕາມຂະແໜງການຢ່າງທົ່ວເຖິງ, ມີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ ມີການຖອດຖອນບົດຮຽນ ແລະ ປະຕິບັດລະບອບສະຫຼຸບລາຍງານ ຕໍ່ຄະນະພັກຂັ້ນເທິງຂອງຕົນໃຫ້ປົກກະຕິ.

ພ້ອມນີ້ ສະມາຊິກພັກຕ້ອງສ້າງຄວາມເປັນແບບຢ່າງນຳໜ້າພາທາງ, ສ້າງຄວາມສາມາດນຳພາໃຫ້ໜັກແໜ້ນ, ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າໃນແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ເປັນຮູບປະທຳ ໃນຜ່ານມາເຖິງ ວ່າມີຫຼາຍໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານຂອງພວກສະຫາຍໄດ້ຮັບຮອງ ເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຫຼາຍປີລຽນຕິດກັນ, ພວກສະຫາຍຕ້ອງໄດ້ຮັກສາມູນເຊື້ອດັ່ງກ່າວ ພ້ອມທັງເສີມຂະຫຍາຍໃຫ້ດີຂຶ້ນໄປກວ່າເກົ່າ ແລະ ນຳພາແກ້ໄຂກໍລະນີຫາງສຽງຕ່າງໆໃຫ້ຫຼຸດລົງ ແລະ ໝົດໄປ, ຕ້ອງເອົາໃຈໃສ່ກໍ່ສ້າງພະນັກງານ ໃຫ້ມີຄວາມເຂັ້ມແຂງ, ມີລະດັບຄວາມຮູ້, ຄວາມສາມາດພຽງພໍ ສົມຄູ່ກັບຍຸກວິທະຍາສາດເຕັກໂນໂລຊີທັນສະໄໝ ເພື່ອຮອງຮັບໃຫ້ແກ່ການປະຕິບັດໜ້າທີ່ວຽກງານຂອງພັກ-ລັດໃນໄລຍະໄໝ່ ແລະ ໃນຂະແໜງການຕົນ, ຫັນເອົາພະນັກງານ, ຫັນວຽກ ລົງສູ່ຮາກຖານໃຫ້ຫຼາຍ ເພື່ອຊຸກຍູ້ຂະບວນການຕ່າງໆ ໃນຂັ້ນຮາກຖານ ໃຫ້ນັບມື້ນັບມີຄວາມເຂັ້ມແຂງຂຶ້ນເລື້ອຍໆ ເພື່ອກະກຽມຮອງຮັບໃຫ້ແກ່ກອງປະຊຸມ 3 ຂັ້ນ ທີ່ຈະໄດ້ດຳເນີນຂຶ້ນໃນຕໍ່ໜ້ານີ້, ເອົາໃຈໃສ່ບໍາລຸງກໍ່ສ້າງພະນັກງານ ຕາມແຜນກຳນົດສ້າງພະນັກງານນຳພາ-ຄຸ້ມຄອງ ດ້ວຍການສົ່ງໄປຍົກລະດັບ ຢູ່ພາຍໃນ-ຕ່າງປະເທດ, ຈັດຕັ້ງການຮ່ຳຮຽນຍົກລະດັບຢູ່ກັບທີ່, ນໍາເອົາພະນັກງານເລົ່ານັ້ນລົງທົດສອບວຽກຕົວຈິງຢູ່ຮາກຖານ ເພື່ອການສ້າງໃຫ້ໄດ້ພະນັກງານສືບທອດ, ພະນັກງານຫຼັກແຫຼ່ງທີ່ໜັກແໜ້ນຮອບດ້ານ, ເສີມຂະຫຍາຍຄວາມສາມະຄີພາຍໃນ-ພາຍນອກໃຫ້ໜັກແໜ້ນ.

ນອກນັ້ນ ຕ້ອງເອົາໃຈໃສ່ຊີ້ນຳ-ນໍາພາ ວຽກງານດ້ານວິຊາສະເພາະ ເປັນຕົ້ນແມ່ນວຽກງານການຂະຫຍາຍລະບົບຕາຂ່າຍໄຟຟ້າ, ປຸກລະດົມຂົນຂວາຍພໍ່ແມ່ປະຊາຊົນ ບ້ານ ທີ່ໄດ້ມີລະບົບຕາຂ່າຍໄຟຟ້າ ທີ່ກໍ່ສ້າງ ແລະ ເປີດໄຟຟ້ານໍາໃຊ້ແລ້ວ ໃຫ້ເຂົາເຈົ້າໄດ້ເອົາໄຟຟ້າເຂົ້າເຮືອນ, ພ້ອມນັ້ນກໍ່ຕ້ອງໄດ້ຊຸກຍູ້ ບັນດາບໍລິສັດ ທີ່ໄດ້ເຊັນສັນຍາກ່ຽວກັບການພັດທະນາທາງດ້ານພະລັງງານຕ່າງໆ ໄດ້ຈັດຕັ້ງປະຕິບັດ ແລະ ເອົາໃຈໃສ່ໃນການຄຸ້ມຄອງວຽກງານດ້ານທໍລະນີສາດ ແລະ ບໍ່ແຮ່ໃຫ້ໄດ້ຮັບໝາກຮັບຜົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments