Wednesday, September 25, 2024
Homeຂ່າວຕ່າງປະເທດນູແວນເຊລັງ ກຽມເລັ່ງຂະຫຍາຍ 5G ປົກຄຸມພື້ນທີ່ຊົນນະບົດ

ນູແວນເຊລັງ ກຽມເລັ່ງຂະຫຍາຍ 5G ປົກຄຸມພື້ນທີ່ຊົນນະບົດ

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ລັດຖະບານນູແວນເຊລັງໄດ້ເລີ່ມລົງນາມສັນຍາກັບກຸ່ມຜູ້ໃຫ້ບໍລິການເຄືອຂ່າຍການຄົມມະນາຄົມໂທລະຄົມລາຍໃຫຍ່ຂອງປະເທດ ເພື່ອເພີ່ມຄວາມວ່ອງໄວຂອງການໃຫ້ບໍລິການເຄືອຂ່າຍສັນຍານ 5G ໄປຍັງພາກພື້ນຕ່າງໆ ໂດຍສະເພາະພື້ນທີ່ໆມີຄວາມສ່ຽງອັນຕະລາຍໃນຊົນນະບົດ.

ທ່ານ ຈິນນີ ແອນເດິເຊນ ລັດຖະມົນຕີກະຊວງເສດຖະກິດດີຈີຕອນ ແລະ ການສື່ສານຂອງນູແວນເຊລັງກ່າວວ່າ: ລັດຖະບານຮັບຮອງວ່າ ປະຊາຊົນທຸກຄົນໃນນູແວນເຊລັງຈະສາມາດເຂົ້າເຖິງເຄືອຂ່າຍສັນຍານແບບບໍ່ມີສາຍທີ່ດີບໍ່ວ່າຈະຢູ່ສະຖານທີ່ໃດ. ລັດຖະບານນູແວນເຊລັງໄດ້ເຮັດຂໍ້ຕົກລົງກັບກຸ່ມຜູ້ໃຫ້ບໍລິການເຄືອຂ່າຍລາຍໃຫຍ່ 3 ແຫ່ງໄດ້ແກ່ Spark, 2Degrees ແລະ One New Zealand ຊຶ່ງຈະເລັ່ງຂະຫຍາຍບໍລິການສັນຍານ 5G ໃນ 55 ເມືອງລະດັບພາກພື້ນ ແລະ ຊົນນະບົດລວມເຖິງສັນຍານທີ່ບໍ່ມີສາຍໃນພື້ນທີ່ທີ່ມີຄວາມສ່ຽງອັນຕະລາຍໃນຊົນນະບົດ. ທ່ານ ແອນເດິເຊນ ລະບຸວ່າ ການເຮັດວຽກຮ່ວມກັບກຸ່ມຜູ້ໃຫ້ບໍລິການເຄືອຂ່າຍສັນຍານເຄື່ອນທີ່ລາຍໃຫຍ່ຈະຊ່ວຍນູແວນເຊລັງໃຫ້ສາມາດເຂົ້າເຖິງການບໍລິການ 5G ໄດ້ໄວຂຶ້ນ ເຮັດໃຫ້ຄວາມໄວ ແລະ ສັນຍານຂອງການຮັບສົ່ງຂໍ້ມູນເພີ່ມຂຶ້ນເມື່ອທຽບກັບ 4G.

ລັດຖະບານນູແວນເຊລັງຈະຈັດສັນການເຂົ້າເຖິງຄື່ນຄວາມຖີ່ 3,5 ກິກະເຮີດ (Gigahertz) ຊຶ່ງໃຊ້ໃນບໍລິການ 5G ທົ່ວໂລກຜ່ານຂະບວນການໆກະຈາຍໂດຍກົງ ໂດຍສິ່ງນີ້ຈະເປັນໂອກາດຂອງບັນດາຜູ້ໃຫ້ບໍລິການໄດ້ຂະຫຍາຍ ແລະ ພັດທະນາການຄວບຄຸມໄປຍັງພື້ນທີ່ລະດັບພາກພື້ນ ແລະ ຊົນນະບົດຂອງນູແວນເຊລັງ. ນອກຈາກນັ້ນ, ກຸ່ມຜູ້ໃຫ້ບໍລິການເຄືອຂ່າຍລາຍໃຫຍ່ທັງສາມແຫ່ງຈະໄດ້ຮັບຄື່ນຄວາມຖີ່ 80 ເມກະເຮີດ (Megahertz) ໃນຄື່ນຄວາມຖີ່ 3,5 ກິກະເຮີດ ຊຶ່ງພຽງພໍສຳລັບການດຳເນີນງານເຄືອຂ່າຍ 5G ທົ່ວປະເທດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments