Tuesday, September 24, 2024
Homeຂ່າວຕ່າງປະເທດສສ ຫວຽດນາມ ຊຸກຍູ້ວິສາຫະກິດນຳໃຊ້ພະລັງງານສີຂຽວ

ສສ ຫວຽດນາມ ຊຸກຍູ້ວິສາຫະກິດນຳໃຊ້ພະລັງງານສີຂຽວ

ຕາມ​ຂ່າວ​ຈາກ ວິທະຍຸສາ​ກົນ ຫວຽດນາມ, ການນຳໃຊ້ ພະລັງງານ ສີຂຽວ ຈາກລະບົບ ໄຟຟ້າ ຈາກພະລັງງານ ແສງຕາເວັນ ທີ່ຕັ້ງຢູ່ ຫລັງຄາ ເຮືອນ, ວິສາຫະກິດ ຈະໄດ້ຮັບ ຜົນປະໂຫຍດຕ່າງໆ ກ່ຽວກັບ ເສດຖະກິດ, ປະຢັດ ຄ່າໃຊ້ຈ່າຍ ໃນການຜະລິດ, ຖ້າວ່າ ມີໃບຢັ້ງຢືນ ສີຂຽວ ຈະຍົກສູງ ທ່າໄດ້ປຽບ ແກ້ງແຍ້ງ ເມື່ອສົ່ງອອກ ຂອງ ສສ ຫວຽດນາມ. ນີ້ແມ່ນຂໍ້ມູນ ທີ່ໄດ້ຍົກອອກມາ ໃນການໂອ້ລົມ ສົນທະນາ “ພະລັງງານ ສີຂຽວ ສຳລັບ ວິສາຫະກິດ: ຄວາມຈຳເປັນ ແລະ ບັນຫາ ທີ່ໄດ້ວາງອອກ ໃນພຶດຕິກຳ ຕົວຈິງ”, ໂດຍວາລະສານ ເວທີປາໄສ ວິສາຫະກິດ ຈັດຂຶ້ນ ​ເມື່ອ​ບໍ່​ດົນ​ມາ​ນີ້ ຢູ່ນະຄອນຫລວງ ຮ່າໂນ້ຍ.ຕໍ່ໜ້າຄວາມ ຕ້ອງການ ທີ່ຈຳເປັນ ຂອງເປົ້າ ໝາຍ ຫລຸດຜ່ອນ ອາຍພິດ ຈາກຂະແໜງ ການຜະລິດຕ່າງໆ, ເງື່ອນໄຂ ຂອງການເຊື່ອມໂຍງ, ສສ ຫວຽດນາມ ໄດ້ຊຸກຍູ້ ບັນດາ ແຜນການ ຫັນປ່ຽນ ພະລັງງານ ຢ່າງແຮງ, ສົ່ງເສີມ ການພັດທະນາ ພະລັງງານ ທົດແທນ. ເປົ້າ ໝາຍ ດັ່ງກ່າວ ໄດ້ຊີ້ແຈ້ງ ໃນແຜນການ ພັດທະນາ ພະລັງງານ ໄຟຟ້າ ແຫ່ງ ຊາດ ໄລຍະ 2021–2030 ແລະ ວິໄສທັດ ຮອດປີ 2050./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments