Monday, September 23, 2024
Homeຂ່າວການເມືອງເພີ່ມການສຶກສາຮຽນ​ຮູ້ຕາມແບບຢ່າງ ປະທານ ໂຮ່ຈີມິນ ໃນໄລຍະປະຈຸບັນ

ເພີ່ມການສຶກສາຮຽນ​ຮູ້ຕາມແບບຢ່າງ ປະທານ ໂຮ່ຈີມິນ ໃນໄລຍະປະຈຸບັນ

ຕາມຂ່າວຈາກ ວິທະຍຸສາ​ກົນ ຫວຽດນາມ, ປະທານ ໂຮ່ຈີມິນ (1890- 1969) ແມ່ນນັກກອມມູນິດ ຜູ້ຍິ່ງໃຫຍ່, ວິລະຊົນ ດີເລີດ ຂອງຊາດ, ນັກຮົບ ສາກົນ ທີ່ເກັ່ງກ້າ ສາມາດ ໄດ້ຕໍ່ສູ້ ຢ່າງບໍ່ຮູ້ອິດ ຮູ້ເມື່ອຍ ແລະ ອຸທິດສ່ວນ ຕະ ຫລອດ ຊີວິດ ຂອງຕົນ ເພື່ອປະເທດຊາດ ເພື່ອປະຊາຊົນ ແລະ ກາຍເປັນ ແບບຢ່າງ ປະກາຍແຈ້ງ ໃຫ້ແກ່ ຊາວຫວຽດ ນາມ ຫລາຍໆລຸ້ນຄົນ ຮ່ຳຮຽນ, ປະຕິບັດຕາມ. ເນື່ອງໃນໂອກາດ ສະເຫລີມ ສະຫລອງ 133 ປີແຫ່ງ ວັນຄ້າຍ ວັນເກີດ ຂອງເພີ່ນ (19/5/1890-19/5/2023), ມີຫລາຍ ອົງການ, ຄະນະ, ຂະ ແໜງການ, ອົງການ ຈັດຕັ້ງ ມະຫາຊົນ ຢູ່ ສສ ຫວຽດນາມ ເມື່ອຕີລາຄາ ໝາກຜົນ ແຫ່ງການປະຕິບັດ ບົດສະຫລຸບ ເລກ ທີ 01 ຂອງກົມການເມືອງ ກ່ຽວກັບ ການຮ່ຳຮຽນ ແລະ ປະຕິບັດ ຕາມແນວຄິດ ຄຸນສົມບັດ ແບບ ແຜນ ການດຳລົງ ຊີວິດ ຂອງປະທານ ໂຮ່ຈີມິນ ໄດ້ຖືວ່າ ເລື່ອງຮ່ຳຮຽນ ແລະ ປະຕິບັດຕາມ ແນວຄິດ ຄຸນສົມບັດ ແບບແຜນ ການດຳລົງຊີວິດ ຂອງປະ ທານ ໂຮ່ຈີມິນ ໄດ້ກາຍເປັນ ວຽກງານ ທີ່ຕົນຕ້ອງເຮັດ, ເຮັດດ້ວຍ ຄວາມ ສະໝັກໃຈ, ເຮັດເປັນ ປະຈຳ ຂອງພະນັກງານ, ສະມາຊິກພັກ ແຕ່ລະຄົນ ແລະ ປະຊາຊົນ ໃນທົ່ວປະເທດ. ໃນໄລຍະຜ່ານມາ ໃນທົ່ວປະເທດ ໄດ້ປະກົດ ອອກ ຫລາຍຮູບແບບ ດີເດັ່ນ ຫລື ວຽກງານ ແທດຈິງ, ມີຄວາມໝາຍ, ມີກຳລັງ ແຜ່ຂະຫຍາຍໃຫຍ່ ໃນວົງຄະນາຍາດ ສັງຄົມ ກ່ຽວກັບ ການຮ່ ຳຮຽນ ແລະ ປະຕິບັດຕາມ ແນວຄິດ ຄຸນສົມບັດ ແບບແຜນ ການດຳລົງ ຊີວິດ ຂອງປະທານ ໂຮ່ຈີມິນ. ໜຶ່ງໃນບັນດາ ຮູບແບບ ດີເດັ່ນ ໃນການ ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ ຄຸນສົມບັດ ແບບແຜນ ການດຳລົງ ຊີວິດ ຂອງປະທານ ໂຮ່ຈີມິນ ແມ່ນກອງປະຊຸມ ດຳເນີນຊີວິດ ຫົວເລື່ອງ ສະເພາະ “ 30 ນາທີ ເພື່ອຄິດເຖິງ ແລະ ກະທຳ” ຂອງອົງຄະນະພັກ ຕາແສງ ຟູເຕີນ ເມືອງ ເຈົາແທ່ງ ແຂວງ ຊອກຈັງ. ຮອດ 7ໂມງເຊົ້າ ທຸກວັນຈັນ ຂອງ ສັບປະດາທຳອິດ ຂອງເດືອນ, ຕາແສງ ຟູເຕີນ ໄດ້ຈັດຕັ້ງ ການດຳເນີນ ຊີວິດ ຫົວເລື່ອງ ສະເພາະ ກ່ຽວກັບ ການຮ່ຳຮຽນ ແລະ ປະຕິບັດ ຕາມແນວ ຄິດ ຄຸນສົມບັດ ແບບແຜນ ການດຳລົງຊີວິດ ຂອງປະທານ ໂຮ່ຈີມິນ. ທີ່ກອງປະຊຸມ ບັນດາພະນັກງານ, ສະມາຊິກພັກ ຂອງທ້ອງຖິ່ນ ໄດ້ຄົ້ນຄວ້າ, ຮ່ຳຮຽນ ບັນດາເອກະສານ ກ່ຽວກັບ ຊີວິດ ພາລະກິດ ອັນຍິ່ງໃຫຍ່ຂ ອງ ປະທານໂຮ່ຈີມິນ.ນອກນັ້ນ ອົງຄະນະພັກ ຕາແສງ ຟູເຕີນ ຍັງເຮັດບັນດາ ສາລະຄະດີ ກ່ຽວກັບ ຮູບແບບ ທີ່ມີປະສິດທິຜົນ ໃນການ ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ ຄຸນສົມບັດ ແບບແຜນການ ດຳລົງຊີວິດ ຂອງ ປະທານໂຮ່ຈີມິນ ຂອງໜ່ວຍພັກ, ສ່ວນບຸກຄົນ ພະນັກງານ, ສະມາຊິກພັກດີເດັ່ນຜ່ານນັ້ນກໍ່ສ້າງການແຜ່ຂະຫຍາຍການປະຕິບັດບົດສະຫລຸບ ເລກ 01 ຂອງກົມການເມືອງຢູ່ ທ້ອງຖິ່ນ ຢ່າງເລິກເຊິ່ງ ກວ້າງຂວາງ.

ທ່ານ ຮີ່ງທາຍກວັກ, ຮອງເລຂາພັກ ຕາແສງ ຟູເຕີນ ເມືອງເຈົາແທ່ງ ໃຫ້ຮູ້ວ່າ: “ບັນດາສະຫາຍໃນຄະນະບໍລິຫານງານ ກໍຄື ເລຂາໜ່ວຍພັກ, ຫົວໜ້າຂະແໜງການ, ອົງການ ຈັດຕັ້ງ ມະຫາຊົນ ພ້ອມກັນ ເຂົ້າຮ່ວມ ກອງປະຊຸມ ເພື່ອເບິ່ງ ເອກະສານ, ສາລະຄະດີ ກໍ່ຄືບັນດາ ຫົວເລື່ອງສະເພາະ ຫລັງຈາກນັ້ນຈະນຳເອົາເອກະສານມາໂຄສະນາ ໃນການດຳເນີນຊີວິດຂອງໜ່ວຍພັກ ເພື່ອໃຫ້ພວກສະຫາຍ ກຳແໜ້ນ ມີຄວາມເຂົ້າໃຈຕື່ມ ເພື່ອໂຄ ສະນາ ຢ່າງກວ້າງຂວາງ ໃນບັນດາ ສະມາຊິກພັກ, ຊາວໜຸ່ມ ກໍ່ຄື ມະຫາຊົນ ຮູ້” ຕາມການຕີລາຄາ ຂອງຄະນະ ປະຈຳການ ແຂວງ ຊອກຈັງ ແລ້ວ, ພາຍຫລັງ 3 ປີແຫ່ງການປະຕິບັດ ບົດສະຫລຸບ ເລກທີ 01 ຂອງກົມການເມືອງ ແລະ ການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດຄຸນສົມບັດ ແບບແຜນການດຳລົງຊີວິດ ຂອງປະທານ ໂຮ່ຈີມິນ ໄດ້ກາຍເປັນ ວຽກງານ ທີ່ຕົນຕ້ອງເຮັດ, ເຮັດດ້ວຍ ຄວາມສະໝັກໃຈ, ເຮັດເປັນປະຈຳ ຂອງພະ ນັກງານ, ສະມາຊິກພັກ ແລະ ປະຊາຊົນ ແຕ່ລະຄົນ ໃນແຂວງ. ເພາະສະນັ້ນ ໃນບໍລິເວນແຂວງ ໄດ້ປະກົດອອກຫລາຍຮູບແບບ, ວຽກງານລະອຽດ, ແທດຈິງ, ມີຄວາມໝາຍ ຫລາຍຢ່າງ ສຳລັບ ປະຊາຄົມ ແລະ ສັງຄົມຄື: ຮູບແບບ “ໜ່ວຍງານ ຕິດຕາມ ວົງຄະນາຍາດ”, “ໜ່ວຍງານ ໃຫ້ຄຳປຶກສາ ດ້ານການແພດ ຮັບໃຊ້ວຽກງານ ປ້ອງກັນ ຕ້ານພະຍາດ ລະບາດ ໂຄວິດ 19”, “ການມອບ ຂອງຂວັນ ໜູນຊ່ວຍ ຂອງກຳມະບານ”, “ຄາບເຂົ້າ ແຫ່ງຄວາມຮັກແພງ”, “ຖ້ຽວລົດແຫ່ງ ຄວາມຮັກແພງ”, “ຮ້ານຂາຍເຄື່ອງ ລາຄາ 0 ດົ່ງ” ແລະ ອື່ນໆ. ໃນໄລຍະ3 ປີ ຜ່ານມາ, ການ ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ ຄຸນສົມບັດ ແບບແຜນການ ດຳລົງຊີວິດ ຂອງປະ ທານໂຮ່ຈີມິນ ໂດຍ ກຳມະ ບານ ທຸກຂັ້ນຂຶ້ນກັບ ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ຫັນເປັນ ວຽກງານລະອຽດໃນແຕ່ລະການເຄື່ອນໄຫວເບິ່ງແຍງດູແລໃຫ້ສະມາຊິກກຳມະບານ, ຄົນງານ ແລະ ຂະບວນການແຂ່ງຂັນ ແລະ ໃນການສ້າງຊົນຊັ້ນ ກຳມະກອນ ໃຫ້ທັນສະໄຫມ, ເຕີບໃຫຍ່, ເຂັ້ມແຂງ. ບັນດາໂຄງການ “ສະຫວັດດີການ ຂອງສະມາຊິກ ກຳມະບານ ແລະ ຄົນງານ”, “ບຸນເຕັດ ແຫ່ງການເຕົ້າ ໂຮມ”, “ເດືອນເຄື່ອນໄຫວ ເພື່ອກຳມະກອນ”, “ຊາຍຄາ ແຫ່ງຄວາມອົບອຸ່ນ ຂອງກຳມະບານ”.ໄດ້ກາຍ ເປັນ ການເຄື່ອນໄຫວ ແທດຈິງ ເຂັ້ມຂົ້ນ ໄປດ້ວຍສີສັນ ຂອງອົງ ການ ຈັດຕັ້ງ ກຳມະບານ.ໄລຍະ 2021–2022, ກຳມະບານທຸກຂັ້ນ ໄດ້ໂຄສະນາ, ຂົນຂວາຍ ນັບຮ້ອຍໆ ອົງການ, ສ່ວນບຸກ ຄົນຈົດທະບຽນ ການ ຮ່ຳຮຽນ ແລະ ປະຕິບັດ ຕາມ ແນວຄິດ ຄຸນສົມບັດ ແບບແຜນ ການດຳລົງຊີວິດ ຂອງປະທານ ໂຮ່ຈີມິນ ດ້ວຍກວ່າ 966.000 ວຽກງານ ລະອຽດ, ກໍ່ສ້າງເກືອບ 3.000 ຮູບແບບ ດີເດັ່ນ, ວິທີເຮັດທີ່ດີ.ຍູ້ແຮງ ການຮ່ຳຮຽນ ແລະ ປະຕິບັດ ຕາມແນວຄິດ ຄຸນສົມບັດ ແບບແຜນ ການດຳລົງ ຊີວິດ ຂອງປະທານ ໂຮ່ຈີມິນ ແມ່ນ ໜ້າທີ່ສຳຄັນ ໃນວຽກງານ ສຶກສາ ດ້ານການເມືອງ, ແນວຄິດ, ຄຸນສົມບັດ, ແບບແຜນ ການດຳລົງຊີວິດ ໃຫ້ແກ່ ພະນັກງານ, ສະມາຊິກ ກຳມະບານ ຊາວໜຸ່ມ, ລັດຖະກອນ ຄົນງານ ເວົ້າສະເພາະ ພະນັກງານ ສະມາຊິກພັກ ແລະ ປະຊາຊົນ ໃນທົ່ວປະເທດ ເວົ້າລວມ. ​ໃນ​ໂອກາດ​ນີ້ ທ່ານ ຫງວຽນ ຈ້ອງເຫງ໊ຍ, ຫົວໜ້າ ຄະນະໂຄສະນາ ສຶກສາ ສູນກາງ ຖືວ່າ: “ພວກເຮົາ ຕ້ອງທະວີຄູນ ຮູບແບບ ດີເດັ່ນ, ປະສິດທິຜົນ ໃນການຮ່ຳຮຽນ ປະຕິບັດ ຕາມ ແບບຢ່າງ ປະທານ ໂຮ່ຈີມິນ ໃຫ້ກວ້າງ ຂວາງ ກວ່າອີກ ເພື່ອໃຫ້ ຂະບວນການ ຮ່ຳຮຽນ ແລະ ປະຕິບັດຕາມ ແບບຢ່າງ ຂອງລຸຸງໂຮ່ ເຂົ້າໃນ ແຕ່ລະ ວຽກງານ ລະອຽດ ເພື່ອກາຍເປັນ ການກະທຳ ທີ່ແທດຈິງ, ເປັນປະ ຈຳກວ່າ ເພື່ອຜົນປະໂຫຍດອັນຊອບທຳ ຂອງສະມາຊິກ ກຳມະບານ ຊາວ ໜຸ່ມ ຄົນງານ” ໃນພາລະກິດ ແຫ່ງການ ປ່ຽນແປງໃໝ່ ຂອງປະເທດຊາດ, ເຊື່ອມໂຍງ ເຂົ້າກັບ ສາກົນ, ຊີວິດ ແລະ ແນວຄິດ, ບຸກ ຄະລິກ ກະພາບ ຂອງປະທານ ໂຮ່ຈີມິນ ແມ່ນຊັບສົມບັດ ດ້ານຈິດໃຈ ອັນລ້ຳ ຄ່າ ແມ່ນ ແປວໄຟ ເຍືອງທາງ ໃຫ້ແກ່ ການຕໍ່ສູ້ ເພື່ອເອກະລາດ ເສລີພາບ ເພື່ອ ສັງຄົມນິຍົມ ຂອງປະຊາຊົນ ຫວຽດນາມ. ການຮ່ຳຮຽນ ແລະ ປະຕິບັດ ຕາມແນວຄິດ ຄຸນສົມບັດ ແບບແຜນ ການດຳລົງຊີວິດ ຂອງປະທານ ໂຮ່ຈີ ມິນ ແມ່ນສືບຕໍ່ ກໍ່ສ້າງ ພື້ນຖານ ດ້ານຈິດໃຈ ອັນໝັ້ນແກ່ນ ຂອງຊີວິດ ສັງ ຄົມ, ສ້າງວັດທະນະທຳ, ຊາວ ຫວຽດນາມ ຕອບສະ ໜອງ ຄວາມຮຽກຮ້ອງ ຕ້ອງການ ແຫ່ງການ ພັດທະນາ ແບບຍືນຍົງ ແລະ ປົກປັກ ຮັກສາ ປະເທດ ຊາດ ຢ່າງໝັ້ນຄົງ ເພື່ອເປົ້າໝາຍ ປະຊາຊົນ ຮັ່ງມີ ປະເທດຊາດ ເຂັ້ມແຂງ ປະຊາທິປະໄຕ ຍຸຕິທຳ ສີວິໄລ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments