Monday, September 23, 2024
Homeຂ່າວໜ້າໜຶ່ງຄະນະພັກຮາກຖານບໍລິສັດລາວໂທລະຄົມ ດໍາເນີນກອງປະຊຸມຄົບຄະນະກາງສະໄໝ

ຄະນະພັກຮາກຖານບໍລິສັດລາວໂທລະຄົມ ດໍາເນີນກອງປະຊຸມຄົບຄະນະກາງສະໄໝ

ຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ (ລລທ) ດໍາເນີນກອງປະຊຸມຄົບຄະນະກາງສະໄໝ ສະໄໝທີ V ໃນວັນທີ 18-19 ພຶດສະພາ 2023 ໂດຍການເປັນປະທານ ຂອງ ສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກກະຊວງເຕັກໂນໂລຊີ ແລະ ການສື່ສານ, ເລຂາຄະນະພັກຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ສະຫາຍ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະໜ່ວຍພັກ ແລະ ສະມາຊິກພັກ ເຂົ້າຮ່ວມ ແລະ ຮັບຟັງການເຜີຍແຜ່, ເຊື່ອມຊຶມ ຄຳສັ່ງວ່າດ້ວຍການດຳ ເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານແຕ່ລະຂັ້ນ ເລກທີ 268/ຄລສພ, ຄຳແນະນຳຂອງຄະນະຈັດຕັ້ງສູນກາງ ສະບັບເລກທີ 25/ຄຈສພ, ຄຳແນະນຳ ຂອງຄະນະກວດກາສູນກາງພັກ ສະບັບເລກທີ 74/ຄກສພ, ບົດສະຫລຸບການນຳພາ-ຊີ້ນຳ ຂອງຄະນະພັກຮາກຖານກາງສະໄໝ (2019-2023) ແລະ ແຜນການຕໍ່ໜ້າ (2023-2025) ແລະ ບົດສຳຫລວດການນຳພາລວມຂອງຄະນະພັກຮາກຖານ ລລທ.

ສະຫາຍ ສຸພົນ ຈັນທະວີໄຊ ໄດ້ກ່າວວ່າ: ຮາກຖານພັກ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ປະກອບມີ ຄະນະພັກຮາກຖານ 7 ສະຫາຍ, 9 ໜ່ວຍພັກຂຶ້ນກັບ, ມີສະມາຊິກພັກທັງໝົດ 215 ສະຫາຍ, ຍິງ 82 ສະຫາຍ, ສໍາຮອງ 13 ສະຫາຍ, ຍິງ 3 ສະຫາຍ. ສຳລັບການນໍາພາທາງດ້ານວຽກງານວິຊາສະເພາະ ມາຮອດປັດຈຸບັນ, ລາວ ໂທລະຄົມ ມີສະຖານີມືຖືທັງໝົດ 10.972 ສະຖານີ (ເພີ່ມຂຶ້ນຈາກປີ 2019 ຈຳນວນ 2.783 ສະຖານີ), ສັນຍານໂທລະສັບມືຖືກວມເອົາ 75% ຂອງປະຊາກອນໃນທົ່ວປະເທດ (ເພີ່ມຂຶ້ນ 17%), ທຽບໃສ່ແຜນພັດທະນາເສດຖະກິດສັງຄົມ 5 ປີ ຂອງລັດຖະບານ ກໍຄື ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ຈະໃຫ້ສັນຍານ 4G ກວມ 90% ຂອງປະຊາກອນ ແມ່ນຍັງນອນຢູ່ໃນແຜນການທີ່ວາງໄວ້. ໃນໄລຍະຜ່ານມາ ສາມາດສ້າງລາຍຮັບໄດ້ 6.300 ຕື້ກວ່າກີບ, ມີກໍາໄລສຸດທິ 802,64 ຕື້ກີບ ແລະ ສາມາດມອບພັນທະໃຫ້ລັດຖະບານໄດ້ 1.164 ຕື້ກີບ.

ໂອກາດດຽວກັນ, ສະຫາຍ ບໍ່ວຽງຄຳ ວົງດາລາ ໄດ້ໃຫ້ທິດຊີ້ນໍາຕໍ່ຄະນະພັກຮາກຖານ ລລທ ໂດຍເນັ້ນເຖິງໜ້າທີ່ ແລະ ສິດຂອງການຈັດຕັ້ງຮາກຖານພັກ ທີ່ກໍານົດໄວ້ໃນກົດລະບຽບຂອງພັກປະຊາ ຊົນ ປະຕິວັດລາວ ສະໄໝທີ XI ດ້ວຍຄວາມໄວ້ເນື້ອເຊື່ອໃຈຈາກກອງປະຊຸມ, ບັນດາສະຫາຍຄະນະພັກຮາກຖານ ສະໄໝທີ V ຈົ່ງສືບຕໍ່ສຸມສະຕິປັນຍາ, ກໍາລັງວັງຊາ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ເພື່ອແບກຫາບພາລະກິດອັນສູງສົ່ງ ແລະ ໜັກໜ່ວງ ທີ່ກອງປະຊຸມໄດ້ມອບໝາຍໃຫ້ປະສົບຜົນສໍາເລັດເປັນຢ່າງດີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments