Monday, September 23, 2024
Homeຂ່າວພາຍໃນສະເຫລີມສະຫລອງວັນຄ້າຍວັນເກີດ ປະທານ ໂຮ່ຈີ່ມິງ ຄົບຮອບ 133 ປີ

ສະເຫລີມສະຫລອງວັນຄ້າຍວັນເກີດ ປະທານ ໂຮ່ຈີ່ມິງ ຄົບຮອບ 133 ປີ

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ສະຖານທູດຫວຽດນາມ ປະຈໍາລາວ ຮ່ວມກັບ ອົງການປົກຄອງ ແຂວງຄໍາມ່ວນ ແລະ ບັນດາອົງການຈັດຕັ້ງສັງຄົມທຸກຂັ້ນທີ່ກ່ຽວຂ້ອງ ສະເຫລີມສະຫລອງວັນຄ້າຍວັນເກີດ ປະທານ ໂຮ່ຈີ່ມິງ ຄົບຮອບ 133 ປີ (19 ພຶດສະພາ 1890-19 ພຶດສະພາ 2023) ໃນວັນທີ 18 ພຶດສະພາ 2023 ທີ່ອານຸສອນສະຖານປະທານ ໂຮ່ຈີ່ມິງ, ບ້ານຊຽງຫວາງ, ເມືອງໜອງບົກ ແຂວງຄໍາມ່ວນ ເພື່ອເປັນການຈາລຶກບຸນຄຸນ ແລະ ຄຸນງາມຄວາມດີອັນປະເສີດ ຂອງປະທານໂຮ່ຈີ່ມິງ ທີ່ໄດ້ອຸທິດຕົນໃນການປະຕິບັດພາລະກິດການປະຕິວັດ ຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ໂດຍການເຂົ້າຮ່ວມຂອງ ທ່ານ ພິດສະໄໝ ກອງຊາເດດ ປະທານແນວລາວສ້າງຊາດແຂວງ, ທ່ານ ຟາມ ມິງຈ໋ຽນ ທີ່ປຶກສາທ່ານທູດ, ເລຂາໂທ ສະຖານທູດຫວຽດນາມ ປະຈໍາລາວ, ທ່ານ ນາງ ດັ້ງ ຖິຮາຍເຕິມ ກົງສູນໃຫຍ່ຫວຽດນາມ ປະຈໍາແຂວງສະຫວັນນະເຂດ, ພ້ອມດ້ວຍສະມາຄົມຄົນເຊື້ອຊາດຫວຽດນາມ ທີ່ອາໄສຢູ່ ສປປ ລາວ ເຂົ້າຮ່ວມ.

ທ່ານ ຟາມ ມິງຈ໋ຽນ ໄດ້ຍົກໃຫ້ເຫັນຊີວິດການເຄື່ອນໄຫວຕໍ່ສູ້ປະຕິວັດ ຂອງປະທານໂຮ່ຈີ່ມິງ ໃນແຕ່ລະໄລຍະ ທີ່ໄດ້ສ່ອງແສງໃຫ້ເຫັນຢ່າງຈະແຈ້ງ ເຖິງທາດແທ້ຂອງນັກຕໍ່ສູ້ປະຕິວັດຜູ້ຮັກຊາດຢ່າງດູດດື່ມ ແລະ ກາຍເປັນມູນເຊື້ອ ແລະ ອຸດົມການອັນປະເສີດ ໃຫ້ແກ່ຄົນຮຸ່ນໃໝ່, ປະທານໂຮ່ຈີ່ມິງ ເປັນຜູ້ນໍາທີ່ສະຫລາດສ່ອງໃສຂອງພັກ ແລະ ປະເທດຊາດ ເປັນຜູ້ນໍາທີ່ຍິ່ງໃຫຍ່ ແຫ່ງການປະຕິວັດ ຫວຽດນາມ, ເປັນວິລະຊົນແຫ່ງການປົດປ່ອຍຊາດ ເປັນແບບຢ່າງຂອງນັກຮົບຄອມມູນິດສາກົນ ແລະ ເປັນເພື່ອນສະໜິດສະໜົມຂອງປະເທດຊາດ ທີ່ໄດ້ຕໍ່ສູ້ ເພື່ອສັນຕິພາບ ເອກະລາດ ປະຊາທິປະໄຕ ແລະ ຄວາມກ້າວໜ້າຂອງສັງຄົມໃນທົ່ວໂລກ. ພ້ອມທັງຫວນຄືນມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ໃນຂະບວນການປະຕິວັດຕໍ່ສູ້ປົດປ່ອຍຊາດ ອັນລະອິດລະອ້ຽວ, ຂ້ຽວຂາດ ເຕັມໄປດ້ວຍການເສຍສະຫລະອຸທິດເຫື່ອແຮງ, ສະຕິປັນຍາ ລວມທັງຊີວິດອິນຊີ ຂອງວິລະຊົນທັງສອງຊາດ ແລະ ສາຍພົວພັນມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ໄດ້ກຳເນີດເກີດຂຶ້ນ ພາຍໃຕ້ການນໍາພາ ຂອງພັກກອມມູນິດອິນດູຈີນໃນເມື່ອກ່ອນ ກໍຄືພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໃນປັດຈຸບັນ ໂດຍມີປະທານ ໂຮ່ຈີ່ມິງ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ກໍ່ຕັ້ງ. ການພົວພັນຮ່ວມມືຂອງສອງຊາດ ລາວ-ຫວຽດນາມ ເປັນຕົວແບບແຫ່ງການພົວພັນທີ່ຍິ່ງໃຫຍ່ ເປັນການພົວພັນທີ່ບໍລິສຸດຜຸດຜ່ອງ ແລະ ຫາຍາກຢູ່ໃນໂລກ, ຊຶ່ງຜູ້ນຳພັກ-ລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ ກໍໄດ້ຖະນຸຖະໜອມ ເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບອັນຍິ່ງໃຫຍ່ ແລະ ການພົວພັນຮ່ວມມືແບບພິເສດຢ່າງສະເໝີຕົ້ນສະເໝີປາຍ.

ໃນໂອກາດຽວກັນ, ຄະນະການນໍາແຕ່ລະພາກສ່ວນ ຍັງໄດ້ມອບຂອງຂວັນ ທີ່ເປັນປັດໄຈຈໍານວນໜຶ່ງໃຫ້ແກ່ຄະນະຮັບຜິດຊອບ ບໍລິຫານຄຸ້ມຄອງ ວຽກງານຂອງອານຸສອນສະຖານປະທານ ໂຮ່ຈີ່ມິງ ເພື່ອປະກອບສ່ວນເຂົ້າໃນການບໍລິຫານວຽກງານຢູ່ອານຸສອນສະຖານດັ່ງກ່າວ, ພ້ອມດຽວກັນ ຍັງໄດ້ເຂົ້າຢ້ຽມຊົມພາຍໃນຫໍວາງສະແດງມູນເຊື້ອປະຫວັດສາດການເຄື່ອນໄຫວປະຕິວັດ ຂອງປະທານ ໂຮ່ຈີ່ມິງ ແລະ ຄະນະດັ່ງກ່າວ ຍັງໄດ້ໄປວາງກະຕ່າດອກໄມ້ ຢູ່ອະນຸສອນສະຖານ ຂອງປະທານ ສຸພານຸວົງ ທີ່ເທສະບານ ເມືອງ ທ່າແຂກນຳອີກ.

ຂ່າວ: ມະນີວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments