Sunday, September 22, 2024
Homeຂ່າວໜ້າໜຶ່ງທ່ານ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນ ສະຫະພັນແມ່ຍິງກູບາ

ທ່ານ ທອງລຸນ ສີສຸລິດ ຕ້ອນຮັບຄະນະຜູ້ແທນ ສະຫະພັນແມ່ຍິງກູບາ

ໃນວັນທີ 18 ພຶດສະພາ ນີ້ ທີ່ນະຄອນຫຼວງວຽງຈັນ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ) ໄດ້ນຳພາຄະນະຜູ້ແທນຂັ້ນສູງຈາກສະຫະພັນແມ່ຍິງກູບາ ນຳໂດຍ ທ່ານ ນາງ ເຕເຣສາ ມາເຣຍ ອາມາເຣເຢບຸຍ ກຳມະການກົມການເມືອງສູນກາງພັກ ສະມາຊິກສະພາແຫ່ງຊາດ ເລຂາທິການໃຫຍ່ຂອງສະຫະພັນແມ່ຍິງແຫ່ງຊາດກູບາ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂໍ່ານັບ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ເພື່ອລາຍງານການມາເຄື່ອນໄຫວຢູ່ ສປປ ລາວ ຢ່າງເປັນທາງການ.

ໂອກາດທີ່ມີຄວາມໝາຍສໍາຄັນນີ້, ທ່ານປະທານປະເທດແຫ່ງ ສປປ ລາວ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມມາຍັງ ທ່ານ ນາງ ເຕເຣສາ ມາເຣຍ ອາມາເຣເຢບຸຍ ພ້ອມດ້ວຍຄະນະ ຊຶ່ງໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນສະຫະພັນແມ່ຍິງ ກູບາ ຖືເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ກູບາ ໃຫ້ນັບມື້ຂະຫຍາຍຕົວ ແລະ ເກີດດອກອອກຜົນ ຊຶ່ງໄລຍະຜ່ານມາການນຳຂອງ ສອງປະເທດ ມີການໄປມາຫາສູ່, ພົບປະຢ້ຽມຢາມຊຶ່ງກັນ ແລະ ກັນ ເຖິງແມ່ນວ່າຈະຢູ່ຫ່າງໄກກັນຄົນລະທະວີບກໍຕາມ ສະແດງໃຫ້ເຫັນເຖິງສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ກູບາ ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ.

ຄຽງຄູ່ກັນນີ້, ທ່ານຍັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມື ຂອງ ສອງສະຫະພັນແມ່ຍິງລາວ ແລະ ສະຫະພັນແມ່ຍິງກູບາ ໃນໄລຍະຜ່ານມາຖືເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ ແລະ ກູບາ ເວົ້າລວມເວົ້າສະເພາະແມ່ຍິງສອງປະເທດ. ສໍາລັບການພົວພັນຮ່ວມມືໃນຕໍ່ໜ້າ ຂໍໃຫ້ສອງສະຫະພັນແມ່ຍິງລາວ ແລະ ກູບາ, ສືບຕໍ່ປະສານງານ, ແລກປ່ຽນຂໍ້ມູນຂ່າວສານ, ສະໜັບສະໜູນຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ໃນການເຄື່ອນໄຫວໃນເວທີພາກພື້ນ ແລະ ສາກົນ, ສືບຕໍ່ໄປມາຫາສູ່ ແລະ ແລກປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນ, ຮັດ ແໜ້ນຄວາມສາມັກຄີ, ສະໜັບສະໜູນ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ໃຫ້ສະຫະພັນແມ່ຍິງສອງປະເທດ ຈົ່ງສືບຕໍ່ປະຕິບັດພາລະບົດບາດ ແລະ ໜ້າທີ່ ຂອງຕົນປະກອບສ່ວນສຶກສາອົບຮົມ ແລະ ໃຫ້ຂໍ້ມູນອັນຖືກຕ້ອງ ແລະ ເລິກເຊິ່ງ ໃຫ້ແກ່ປະຊາຊົນສອງປະເທດ ລາວ ແລະ ກູບາ ໂດຍສະເພາະແມ່ນຄົນຮຸ່ນໃໝ່, ໄວໜຸ່ມ ໃຫ້ເຂົ້າໃຈແຈ້ງ, ເລິກເຊິ່ງຕໍ່ສາຍພົວພັນ ແລະ ການຮ່ວມມື ອັນດີງາມ ລະຫວ່າງສອງຊາດກໍຄືສອງ ສະຫະພັນແມ່ຍິງ ແລະ ພ້ອມກັບສືບຕໍ່ຈັດຕັ້ງປະຕິບັດບົດບັນທຶກການຮ່ວມມື 2023-2027 ໃຫ້ສຳເລັດຕາມແຜນການທີ່ວາງໄວ້.

ໂອກາດນີ້, ທ່ານ ນາງ ເຕເຣສາ ມາເຣຍ ອາມາເຣເຢບຸຍ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງສະຫາຍເລຂາທິການໃຫຍ່ ພ້ອມທັງຈະນຳເອົາຄຳເຫັນ ແລະ ຜົນສຳເລັດໃນການມາຢ້ຽມຢາມໃນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ແທດເໝາະກັບສະພາບຕົວຈິງໃຫ້ປະສົບຜົນສຳເລັດເທື່ອລະກ້າວ.

(ຂ່າວ-ພາບ: ວຽງພອນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments