Sunday, September 22, 2024
Homeຂ່າວການເມືອງປັດໄຈພື້ນຖານ ທີ່ເຮັດໃຫ້ກອງພັນທີ 2 ຜ່າວົງປິດລ້ອມຢ່າງມີໄຊ (ໃນໂອກາດລະ­ນຶກ​ວັນ​ປະ­ຫວັດ­ສາດກອງ­ພັນ​ທີ2ຜ່າ​ວົງ​ປິດ​ລ້ອມ​ຂອງ​ສັດ­ຕູ ຄົບ­ຮອບ 64 ປີ ວັນທີ 18/5/1959-18/5/2023)

ປັດໄຈພື້ນຖານ ທີ່ເຮັດໃຫ້ກອງພັນທີ 2 ຜ່າວົງປິດລ້ອມຢ່າງມີໄຊ (ໃນໂອກາດລະ­ນຶກ​ວັນ​ປະ­ຫວັດ­ສາດກອງ­ພັນ​ທີ2ຜ່າ​ວົງ​ປິດ​ລ້ອມ​ຂອງ​ສັດ­ຕູ ຄົບ­ຮອບ 64 ປີ ວັນທີ 18/5/1959-18/5/2023)

ການຜ່າວົງປິດລ້ອມຂອງສັດຕູໄດ້ຢ່າງມີໄຊຂອງກອງພັນທີ 2 ໃນວັນທີ 18 ພຶດສະພາ 1959 ແມ່ນໄຊຊະນະອັນຍິ່ງໃຫຍ່ ແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ ພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ຖືເປັນການເປີດສັງກາດໃໝ່ແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງພວກຈັດກະພັດ ແລະ ກ້າວສູ່ການປົດປ່ອຍປະເທດຊາດ ໄດ້ຢ່າງມີໄຊໃນວັນທີ 2 ທັນວາ 1975. ການຕໍ່ສູ້ດັ່ງກ່າວສາມາດຍາດໄຊຊະນະໄດ້ຢ່າງມີໄຊນັ້ນ ມີຫລາຍປັດໄຈພື້ນຖານທີ່ເປັນອັນຕັດສິນ. ໃນນັ້ນສິ່ງທີ່ເປັນປັດໄຈຕົ້ນຕໍແມ່ນຍ້ອນມີການນຳພາອັນຖືກຕ້ອງ ຂອງພັກປະຊາຊົນ ປະຕິວັດລາວ. ບວກກັບພະນັກງານ, ສະມາຊິກພັກ ແລະ ນັກຮົບກອງພັນທີ 2 ໄດ້ຮັບການສຶກສາອົບຮົມການເມືອງແນວຄິດເປັນຢ່າງດີ. ອັນໄດ້ເຮັດໃຫ້ທຸກຄົນມີຄວາມຈົ່ງຮັກພັກດີຕໍ່ພັກຕໍ່ປະເທດຊາດ, ຕໍ່ປະຊາຊົນ, ບໍ່ຫວັ່ນໄຫວຄອນແຄນຕໍ່ອຸປະສັກຫຍຸ້ງຍາກ, ສິ່ງທົດສອບທ້າທາຍຫລາຍປະການ. ພາຍໃນມີຄວາມສາມັກຄີ ເປັນເອກະພາບມີນໍ້າໃຈສູ້ຮົບ ເດັດດ່ຽວອາດຫານ, ປະຕິບັດລະບຽບວິໄນ ແລະ ຄໍາສັງເຂັ້ມງວດ, ຮັກສາຄວາມລັບຢ່າງເດັດຂາດ.

ທິດທາງການນຳພາຂອງພັກໃນການຕໍ່ສູ້ກອບກູ້ເອົາປະເທດຊາດນັ້ນນອກຈາກຈະຕໍ່ສູ້ດ້ວຍອາວຸດຍຸດໂທປະກອນແລ້ວ ຍັງມີການປະສານສົທທົບກັບການປຸກລະດົມຂົນຂວາຍ ໂດຍຍາມໃດກໍໄດ້ເອົາໃຈໃສ່ເຮັດວຽກງານລົງກໍ່ສ້າງຮາກຖານການເມືອງ, ປຸກລະດົມຂົນຂວາຍປະຊາຊົນກໍຄືຂົນຂວາຍກໍາລັງຂອງຝ່າຍກົງກັນຂ້າມ. ສະນັ້ນ, ຈິ່ງໄດ້ຮັບການສະໜັບສະໜູນ ຊ່ວຍເຫລືອຈາກອໍານາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ. ການຜ່າວົງປິດລ້ອມຂອງກອງພັນທີ 2 ມີການຈັດຕັ້ງນໍາພາ-ບັນຊາທີ່ໜັກແໜ້ນ, ເດັດດ່ຽວເດັດຂາດ, ເສີມຂະຫຍາຍຫົວຄິດປະດິດສ້າງ ຂອງໝົດທຸກຄົນ, ກໍາແໜ້ນກາລະໂອກາດອັນເໝາະສົມ ແລະ ມີວິທີຫລອກຫລວງສັດຕູຢ່າງມີໄຫວພິບ ພ້ອມນີ້ຍັງໄດ້ຮັບການສະໜັບສະໜູນຊ່ວຍເຫລືອຢ່າງໝົດຈິດໝົດໃຈຈາກກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ.

ສັງລວມແລ້ວ, ການຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນດັ່ງກ່າວ ສະແດງໃຫ້ເຫັນເຖິງຄວາມບໍລິສຸດພຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນໜຽວບໍ່ຄອນແຄນຕໍ່ການນາບຂູ່, ຫລອກຫລວງຂອງສັດຕູ. ນໍ້າໃຈສູ້ຮົບພິລະອາດຫານ ແລະ ມີໄຫວພິບຂອງກອງພັນທີ 2 ໄດ້ເປັນແວ່ນແຍງ, ເປັນການປຸກລະດົມອັນແຮງກ້າ ໃຫ້ແກ່ຂະບວນການປະຕິວັດ ເພື່ອຕີຊະນະກັບຈັກກະພັດຜູ້ຮຸກຮານ. ພ້ອມດຽວກັນນັ້ນກໍເຮັດໃຫ້ກໍາລັງປະຕິວັດ, ໂດຍສະເພາະແມ່ນກໍາລັງປະກອບອາວຸດປະຊາຊົນນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments