Sunday, September 22, 2024
Homeຂ່າວພາຍໃນເຊັນບົດບັນທຶກການ ຮ່ວມມືກ່ຽວກັບຄວາມປອດໄພແຮງງານໃນສະຖານທີ່ເຮັດວຽກ

ເຊັນບົດບັນທຶກການ ຮ່ວມມືກ່ຽວກັບຄວາມປອດໄພແຮງງານໃນສະຖານທີ່ເຮັດວຽກ

ພິທີລົງນາມບົດບັນທຶກການຮ່ວມມືດ້ານວິຊາການ ກ່ຽວກັບວຽກງານຄວາມປອດໄພແຮງໃນສະຖານທີ່ເຮັດວຽກ ຈັດຂຶ້ນໃນວັນທີ 17 ພຶດສະພາ 2023 ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ພົງສະຫວັນ ໄຊໂກສີ ຫົວໜ້າກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ທ່ານ ພອນສະຫວັນ ໄຊປັນຍາ ປະທານບໍລິສັດ ອິນດັດສເທັກ ຈໍາກັດ, ມີ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ພົງສະຫວັນ ໄຊໂກສີ ໄດ້ມີຄຳເຫັນວ່າ: ການຮ່ວມມືດ້ານວິຊາການກ່ຽວກັບວຽກງານຄວາມປອດໄພແຮງງານ ເປັນບາດກ້າວທີ່ສຳຄັນໃນການຮ່ວມມື ແລະ ການມີສ່ວນຮ່ວມລະຫວ່າງພາກລັດ ແລະ ພາກເອກະຊົນ ກໍຄື ການເຮັດໜ້າທີ່ຊ່ວຍໃນວຽກງານຄວາມປອດໄພແຮງງານ ໃນສະຖານທີ່ເຮັດວຽກຢູ່ຫົວໜ່ວຍການຜະລິດ, ທຸລະກິດ ແລະ ການບໍລິການ ແນໃສ່ການປ້ອງກັນ, ສະກັດກັ້ນການເກີດອຸບັດເຫດແຮງງານ ແລະ ພະຍາດອາຊີບ ທີ່ອາດເກີດຂຶ້ນຈາກການເຮັດວຽກໃຫ້ນັບມື້ດີຂຶ້ນ. ລັດ ຖະບານລາວ ໄດ້ໃຫ້ຄວາມສຳຄັນຕໍ່ບັນຫາແຮງງານ ແລະ ສະຫວັດດີການສັງຄົມ ໂດຍໄດ້ກຳນົດແນວ ທາງນະໂຍບາຍ, ຍຸດທະສາດ, ແຜນງານຢ່າງຊັດເຈນໃນແຕ່ລະໄລຍະ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ນອກນີ້, ຍັງຈະເປັນໜ່ວຍງານທີ່ສ້າງ ແລະ ປັບປຸງລະບົບການເກັບກຳຂໍ້ມູນ ການລາຍງານ ແລະ ລະບົບການຄຸ້ມຄອງຄວາມປອດໄພແຮງງານໃຫ້ມີປະສິດທິຜົນ ເພື່ອເຮັດໃຫ້ການ ເຄື່ອນໄຫວໄປຕາມລະບຽບການ ກົດໝາຍ, ທັງເຮັດໃຫ້ຜູ້ອອກແຮງງານ, ຜູ້ໃຊ້ແຮງງານ ແລະ ທົ່ວສັງຄົມ ເຫັນໄດ້ຄວາມສໍາຄັນຂອງການປ້ອງກັນຕົນເອງ ເພື່ອບໍ່ໃຫ້ເກີດອຸບັດເຫດແຮງງານ ໃນເວລາເຮັດວຽກ ແລະ ຫັນວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ໄປເປັນວັດທະນະທຳເທື່ອລະກ້າວ.

ທ່ານປະທານບໍລິສັດ ອິນດັດສເທັກ ຈໍາກັດ ໄດ້ກ່າວວ່າ: ການລົງນາມບົດໃນບັນທຶກການຮ່ວມມືຄັ້ງນີ້, ມີຈຸດປະສົງ ເພື່ອຮ່ວມມືກັນດ້ານວິຊາການກ່ຽວກັບ ວຽກງານຄວາມປອດໄພແຮງງານໃນສະ ຖານທີ່ເຮັດວຽກ, ຫລັກສູດຝຶກອົບຮົມ, ການຝຶກອົບຮົມໃຫ້ຄວາມຮູ້ດ້ານຄວາມປອດໄພ ໃນການເຮັດວຽກ, ການປະເມີນຄວາມສ່ຽງ, ວິທີປ້ອງກັນອຸບັດເຫດແຮງງານ ຫລື ພະຍາດອາຊີບ ແລະ ມາດຕະ ຖານທີ່ເໝາະສົມ ເພື່ອຫລຸດຜ່ອນອັນຕະລາຍຈາກການເຮັດວຽກ, ການປູກຈິດສໍານຶກ ເພື່ອເຮັດໃຫ້ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ກາຍເປັນວັດທະນະທໍາຄວາມປອດໄພໃນສະຖານທີ່ເຮັດວຽກ.

ບໍລິສັດ ອິນດັດສ໌ເທິກ ຈໍາກັດ ໄດ້ເລີ່ມບໍລິການມາແຕ່ປີ 2016 ໂດຍມີພື້ນຖານຈາກການເຮັດວຽກບໍລິການດ້ານຄວາມປອດໄພສຸຂະພາບແຮງງານ ແລະ ສິ່ງແວດລ້ອມ ໃນສະຖານທີ່ເຮັດວຽກທີ່ຈະກໍ່ໃຫ້ເກີດເປັນພະຍາດອາຊີບ ຈຶ່ງມີຄວາມຄິດຢາກສ້າງວັດທະນະທຳຄວາມປອດໄພຢູ່ ສປປ ລາວ ຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ, ຄວາມປອດໄພສຸຂະພາບແຮງງານແມ່ນວຽກທີ່ ຈໍາເປັນ ແລະ ມີຄວາມສຳຄັນຫລາຍ ຖ້າບໍ່ມີຄວາມປອດໄພໃນສະຖານທີ່ເຮັດວຽກ ກໍຈະເຮັດໃຫ້ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານເສຍຜົນປະໂຫຍດຫລາຍດ້ານ ທັງສົ່ງຜົນກະທົບກັບການພັດທະນາເສດຖະກິດ-ສັງຄົມທາງກົງ ແລະ ທາງອ້ອມ. ນອກນີ້: ວຽກງານຄວາມປອດໄພແຮງງານຍັງມີຄວາມຈຳເປັນຕໍ່ການເຮັດວຽກໃນຫລາຍຂະແໜງການ, ຖ້າມີວັດທະນະທຳຄວາມຄວາມປອດໄພແລ້ວ ຈະສ້າງຄວາມໝັ້ນໃຈໃຫ້ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ, ທັງຈະເຮັດໃຫ້ຕົວເລກອຸບັດເຫດແຮງງານນັບມື້ຫລຸດລົງ.

ຂ່າວ-ພາບ: ຮສສ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments