Sunday, September 22, 2024
Homeຂ່າວການເມືອງຕັ້ງໜ້າຮໍ່າຮຽນເອົາມູນເຊື້ອພິລະອາດຫານ ຂອງກອງພັນທີ 2 ວິລະຊົນ

ຕັ້ງໜ້າຮໍ່າຮຽນເອົາມູນເຊື້ອພິລະອາດຫານ ຂອງກອງພັນທີ 2 ວິລະຊົນ

ດັ່ງທີ່ໄດ້ສະເໜີໃນບົດຜ່ານແລ້ວ ກ່ຽວກັບຄວາມອົງອາດກ້າຫານ ແລະ ນໍ້າໃນເສຍສະລະ ເພື່ອປະເທດຊາດ ແລະ ປະຊາຊົນຂອງກອງພັນທີ 2. ສິ່ງດັ່ງກ່າວແມ່ນບົດຮຽນອັນລໍ້າຄ່າ ທີ່ປວງຊົນລາວທັງຊາດ ເວົ້າລວມ ເວົ້າສະເພາະແມ່ນກຳລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕ້ອງໄດ້ຮໍ່າຮຽນເອົາ ໂດຍສະ ເພາະແມ່ນມູນເຊື້ອຮັກ​ຊາດ​ທີ່​ສູງ​ສົ່ງ ມີ​ນ້ຳໃຈ​ປະຕິວັດ​ສຸດ​ກົກ​ສຸດ​ປາຍ, ມີ​ລະບຽບ​ວິໄນ​ທີ່​ເຄັ່ງ​ຄັດ, ເຂັ້ມ​ງວດ, ຕໍ່ສູ້​ພິລະ​ອາດ​ຫານ.

ວິລະກຳທີ່ກອງພັນທີ 2 ວິລະຊົນສ້າງໄວ້ໃນໜ້າປະຫວັດສາດ ແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດຂອງລາວນັ້ນ ແມ່ນມີຄວາມໝາຍ ແລະ ສຳຄັນທີ່ຄົນຮຸ້ນສືບທອດຕ້ອງໄດ້ຮໍ່າຮຽນເອົາ ໂດຍສະເພາະແມ່ນມູນເຊື້ອຕໍ່ສູ້ ບໍ່ຍອມຈໍານົນຈົນສາມາດທັບມ້າງກົນອຸບາຍ ຂອງພວກຈັກກະພັດ ແລະ ລູກແຫລ່ງຕີນມື ຂອງພວກເຂົາທີ່ຫວັງ ດັບມອດກໍາລັງປະຕິວັດ. ການຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນດັ່ງກ່າວ ສະແດງໃຫ້ເຫັນເຖິງຄວາມບໍລິສຸດພຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນໜຽວ ບໍ່ຄອນແຄນຕໍ່ການນາບຂູ່, ຫລອກຫລວງຂອງສັດຕູ. ນໍ້າໃຈສູ້ຮົບພິລະອາດຫານ ແລະ ມີໄຫວພິບຂອງກອງພັນທີ 2 ໄດ້ເປັນແວ່ນແຍງ, ເປັນການປຸກລະດົມອັນແຮງກ້າ ໃຫ້ແກ່ຂະບວນການປະຕິວັດ ເພື່ອຕີຊະນະກັບຈັກກະພັດອາເມລິກາ ແລະ ລູກແຫລ່ງຕີນມື. ພ້ອມດຽວກັນນັ້ນກໍເຮັດໃຫ້ກໍາລັງປະຕິວັດ, ໂດຍສະເພາະແມ່ນກໍາລັງປະກອບອາວຸດປະຊາຊົນ ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ.

ປັດຈຸບັນແມ່ນໄລຍະແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ, ກໍມີສິ່ງທ້າທາຍຫລາຍດ້ານທີ່ພວກເຮົາ ຄົນຮຸ່ນໜຸ່ມຕ້ອງໄດ້ຜ່ານຜ່າ ເພື່ອພ້ອມກັນພັດທະນາປະເທດຊາດ ໃຫ້ກ້າວໄປສູ່ຄວາມຮຸ່ງເຮືອງສີວິໄລ. ດັ່ງນັ້ນຈຶ່ງມີຄວາມຈຳເປັນຍິ່ງທີ່ ພະນັກງານ, ສະມາຊິກພັກ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ກໍຄືປວງຊົນລາວທັງຊາດ ຕ້ອງຝຶກຝົນຕົນເອງ ທາງດ້ານການເມືອງແນວຄິດ, ຕ້ອງມີຄວາມອຸ່ນອ່ຽງທຸນທ່ຽງ ບໍ່ຫວັນໄຫວຄອນແຄນຕໍ່ອຸປະສັກຫຍຸ້ງຍາກ, ສິ່ງທົດສອບທ້າທາຍຫລາຍປະການ, ຕ້ອງມີຄວາມສາມັກຄີເປັນເອກະພາບ, ມີນໍ້າໃຈເດັດດ່ຽວອາດຫານ, ມີນຳໃຈເສຍສະລະຜົນປະໂຫຍດ ສ່ວນຕົວເພື່ອຜົນ ປະໂຫຍດລວມຂອງຊາດ, ປະຕິບັດລະບຽບວິໄນ, ຄໍາສັງ ແລະ ກົດໝາຍຕ່າງໆຢ່າງເຂັ້ມງວດ ເພື່ອສ້າງໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ກ້າວໄປສູ່ຄວາມຈະເລີນວັດທະນາຖາວອນໃນອະນາຄົດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments