Saturday, September 21, 2024
Homeສາລະໜ້າຮູ້ການຮັກສາສຸຂະພາບເປັນສິ່ງສຳຄັນຫຼາຍ

ການຮັກສາສຸຂະພາບເປັນສິ່ງສຳຄັນຫຼາຍ

ເວົ້າເລື່ອງ ບັນຫາສຸຂະພາບແມ່ນເປັນສິ່ງສຳຄັນຫຼາຍດັ່ງທີ່ຫຼາຍຄົນເວົ້າກັນວ່າ: “ມີເງິນຄຳຫຼາຍ ແຕ່ສຸຂະພາບບໍ່ແຂງແຮງກໍບໍ່ມີຄວາມໝາຍ” ສະນັ້ນ, ການຮັກສາສຸຂະພາບໃຫ້ແຂງແຮງສຳລັບທຸກຄົນແມ່ນສິ່ງທີ່ສຳຄັນຫຼາຍ ແລະ ຄວນເອົາໃຈໃສ່ຮັກສາສຸຂະພາບຂອງຕົນເອງໃຫ້ດີເພື່ອບໍ່ໃຫ້ເກີດມີພະຍາດຕ່າງໆ, ມີການເຈັບປ່ວຍ ແລະ ອື່ນໆ.

ປັດຈຸບັນ, ຍັງມີຫຼາຍພະຍາດທີ່ເກີດຂຶ້ນໂດຍສະເພາະ ພະຍາດໂຄວິດ-19 ສາຍພັນ XBB1.16, ພະຍາດຕາມລະດູການຄື: ພະຍາດໄຂ້ຍຸງລາຍ ຫຼື ພະຍາດໄຂ້ເລືອດອອກ, ພະຍາດໄຂ້ຫວັດໃຫຍ່ ແລະ ພະຍາດອື່ນໆ. ກະຊວງສາທາລະນະສຸກ ໄດ້ແຈ້ງຜ່ານສື່ເພສ ຂອງສູນສື່ສານສຸຂະພາບ, ເຕືອນມາຍັງສັງຄົມເອົາໃຈໃສ່ມີສະຕິເຝົ້າລະວັງພະຍາດຕ່າງໆເປັນປະຈຳ, ທັງໝົດນັ້ນ ກໍຍ້ອນຄວາມເປັນຫ່ວງເປັນໃຍຕໍ່ສຸຂະພາບຂອງທຸກຄົນ ຢາກໃຫ້ທຸກຄົນມີສຸຂະພາບທີ່ດີ, ແຂງແຮງ, ບໍ່ເປັນພະຍາດຕ່າງໆ, ຖ້າເຮົາມີສຸຂະພາບທີ່ດີເຮັດວຽກການງານອັນໃດກໍເດີນແມ່ນແລ່ນສະດວກ, ບໍ່ເສຍເວລາ, ບໍ່ເສຍເງິນຄຳ. ຖ້າເຈັບເປັນແລ້ວ ແນ່ນອນເຮັດຫຍັງກໍບໍ່ໄດ້ດັ່ງໃຈປະສົງຄືດັ່ງທີ່ກ່າວມາ. ສະນັ້ນ, ຂໍຝາກມາຍັງ ທຸກຄົນຜ່ານສື່ໃຫ້ຮັກສາສຸຂະພາບຂອງຕົນເອງໃຫ້ດີໂດຍສະເພາະຄື: ຮູ້ຈັກປ່ອຍວາງທຸກສິ່ງທີ່ເປັນສິ່ງລົບໆ ທີ່ຈະເປັນຜົນກະທົບຕໍ່ສຸຂະພາບ, ທີ່ສໍາຄັນຕ້ອງກິນອາຫານທີ່ມີປະໂຫຍດ, ສະອາດສຸກດີ ແລະ ກິນໃຫ້ຄົບ 5 ໝວດໝູ່ ໃນແຕ່ລະວັນຄື: ຊີ້ນ, ປາ, ຜັກ, ໝາກໄມ້, ໄຂມັນທີ່ມີປະໂຫຍດ. ນອກນັ້ນ, ຕ້ອງດື່ມນໍ້າໃຫ້ສະອາດຖືກຫຼັກອະນາໄມໃຫ້ໄດ້ມື້ໜຶ່ງ 1,5-2 ລິດ. ໃນນັ້ນ, ຕ້ອງນອນພັກຜ່ອນໃຫ້ພຽງພໍໃນແຕ່ລະວັນ 7-8 ຊົ່ວໂມງຕື່ມອີກ, ໝັ່ນໄປກວດ-ເຊັກສຸຂະພາບນຳທ່ານໝໍເປັນປະຈຳ ປີໜຶ່ງ 1-2 ຄັ້ງ. ພ້ອມນັ້ນ, ຍັງຄຽງຄູ່ກັບການໝັ່ນອອກກໍາລັງກາຍເປັນປະຈໍາ ແລະ ຫາເວລາວ່າງພາຄອບຄົວໄປທ່ຽວພັກຜ່ອນເບິ່ງສິ່ງໃໝ່ໆ, ສຳຜັດກັບອາກາດສົດຈາກທຳມະຊາດແດ່ກໍຈະເປັນການດີ.

ເຊື່ອວ່າທ່ານຈະມີສຸຂະພາບທີ່ດີບໍ່ໜ້ອຍກໍຫຼາຍ ແລະ ການທີ່ມີສຸຂະພາບທີ່ດີ ແມ່ນຄວາມປາຖະໜາຂອງທຸກຄົນ, ຜູ້ໃດມີສຸຂະພາບແຂງແຮງດີຄືສິ່ງທີ່ປະເສີດທີ່ສຸດ, ແຕ່ຈະເຮັດແນວໃດເພື່ອໃຫ້ຕົນເອງມີສຸຂະພາບ, ມີຄວາມສຸກອີກນັ້ນກໍຂຶ້ນກັບເຮົາສ້າງເອງ, ຖ້າມີຄວາມສຸກແລ້ວ ສຸຂະພາບດີກໍຕາມມານັ້ນເອງທ ຢ່າງໃດກໍຕາມຖ້າທ່ານຮູ້ສຶກບໍ່ສະບາຍບໍ່ຄວນ ຊື້ຢາມາກິນເອງ, ບໍ່ຄວນຖືເບົາຮີບໄປພົບແພດໝໍໃກ້ບ້ານທ່ານ ຫຼື ສະຖານທີ່ໃຫ້ບໍລິການຕ່າງໆ ໂດຍດ່ວນ ເພື່ອກວດເບິ່ງສຸຂະພາບ ແລະ ກວດເບິ່ງອາການຂອງທ່ານເພື່ອຈະໄດ້ປິ່ນປົວໃຫ້ຖືກວິທີ ແລະ ກິນຢາຕາມແພດໝໍສັ່ງ.

ໂດຍ: ວັນເພັງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments