Saturday, September 21, 2024
Homeຂ່າວໜ້າໜຶ່ງວັນທີ 17 ພຶດສະພາ ເອກອັກຄະລັດຖະທູດ ສະຫາລັດອາເມລິກາ ພ້ອມຊ່ວຍແຂວງເຊກອງ

ວັນທີ 17 ພຶດສະພາ ເອກອັກຄະລັດຖະທູດ ສະຫາລັດອາເມລິກາ ພ້ອມຊ່ວຍແຂວງເຊກອງ

ວັນທີ 16 ພຶດສະພາ 2023 , ທີ່ຫ້ອງວ່າການ ແຂວງເຊກອງ ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງໄດ້ໃຫ້ຕ້ອນຮັບ ທ່ານ ປີເຕີ ເຮ່ມອນ ເອກອັກຄະລັດຖະທູດ ແຫ່ງສະຫະລັດອາເມລິກາ ປະຈໍາ ສປປ ລາວ ເຂົ້າຢ້ຽມພົບປະ ໃນໂອກາດທີ່ທ່ານເດີນທາງມາເຂົ້າຮ່ວມກອງປະຊຸມວາງແຜນກ່ຽວກັບຄວາມສາມາດໃນການສ້າງຄວາມເຂັ້ມແຂງດ້ານສຸຂະພາບແມ່ – ເດັກ ແລະ ວຽກງານດ້ານໂພສະນາການ, ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຢູເຊດ ( USAiD ) ພ້ອມທັງສໍາຫລວດ ແລະ ປະເມີນຄວາມສາມາດຂອງໂຄງການ ແລະຈະເພີ່ມການຊ່ວຍເຫຼືອ ແລະ ຂະຫຍາຍໂຄງການທີ່ທາງ ສະຫະລັດ ໄດ້ຊ່ວຍເຫລືອແຂວງຕ່າງໆທາງພາກໃຕ້ຂອງ ສປປ ລາວ. ໃນໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ກໍ່ໄດ້ລາຍ​ງານ​ສະ​ພາບທີ່ຕັ້ງ ແລະ ​ຈຸດ​ພິ​ເສດ​, ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ​ເສດ​ຖະ​ກິ-ສັງ​ຄົມໃຫ້​ທ່ານ​ເອກອັກຄະລັດຖະທູດແຫ່ງ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ຮັບຊາບ ພ້ອມ​ທັງ​ໄດກ່າວສະແດງຄວາມຂອບໃຈ, ​ມາ​ຍັງທ່ານ​ເອກອັກຄະ ລັດຖະທູດແຫ່ງ ສະຫະລັດອາເມລິກາ ປະຈໍາ ສປປ ລາວ​ທີ່​ໄດ້​ໃຫ້​ການ​ຊວ່ຍ​ເຫຼືອ​ດ້ານ​ທຶນ​ຮອນ​ແກ່​ແຂວງ​ເຊກອງໃນ​ໄລ​ຍະ​ຜ່ານ​ມາ, ໂອ​ກາດນີ້​ທ່ານ​ເຈົ້າ​ແຂວງ​ເຊກອງກໍ່​ໄດ້ ສະເໜີຄວາມຕ້ອງການທຶນເພື່ອເລັງໃສ່ການແກ້ໄຂຄວາມທຸກຍາກ ເປັນຕົ້ນ: ແມ່ນດ້ານວຽກງານສາທາລະນະສຸກໃຫ້ສືບຕໍ່ສະໜັບສະໜູນທຶນໃນໂຄງການທີ່ຈັດຕັ້ງປະຕິບັດມາແລ້ວພ້ອມທັງຊ່ວຍເຫຼືອອຸປະກອນການແພດ,ວັກຊິນປ້ອງກັນໂຄວິດ-19, ເພີ່ມງົບປະມານ,ບຸກຄະລາກອນເຂົ້າໃນໂຄງການເກັບກູ້ລະເບີດບໍ່ທັນແຕກ ແລະໃຫ້ທຶນສະໜັບສະໜູນສ້າງສູນຄົນພິການຢູ່ແຂວງເຊກອງທີ່ມີໃນແຜນມາແລ້ວ.

ສໍາລັບແຂວງເຊກອງ ນອກຈາກ #ໂຄງການສ້າງຄວາມເຂັມແຂງດ້ານສຸຂະພາບແມ່ ແລະ ເດັກແລະໂພສະນາການແລ້ວ, ຍັງໄດ້ໃຫ້ທຶນສະໜັບສະໜູນໃນໂຄງການເກັບກູ້ລະເບີດບໍ່ທັນແຕກ, ພ້ອມນັ້ນຈະນໍາເອົາຂໍ້ມູນທີ່ແຂວງສະເໜີ ໄປສຶກສາຄົ້ນຄ້ວາເພື່ອຊ່ວຍເຫຼືອໃນຕໍ່ໜ້າ.

#Medialaos#sekong

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments