Monday, September 23, 2024
Homeຂ່າວພາຍໃນເປີດນຳໃຊ້ດ່ານປະເພນີ ຜ່ານຊາຍແດນຊົ່ວຄາວຫ້ວຍເຮ້ຍ-ນ້ຳດິກຊາຍແດນລາວ-ຫວຽດນາມ

ເປີດນຳໃຊ້ດ່ານປະເພນີ ຜ່ານຊາຍແດນຊົ່ວຄາວຫ້ວຍເຮ້ຍ-ນ້ຳດິກຊາຍແດນລາວ-ຫວຽດນາມ

ເມື່ອບໍ່ດົນມານີ້, ທີ່ນ້ຳດິກ ເມືອງນໍ້າໂປ້ ແຂວງດຽນບ່ຽນ ສສ ຫວຽດນາມ ໄດ້ຈັດພິທີເປີດຈຸດຜ່ານແດນຊົ່ວຄາວລະຫ່ວາງ ຫ້ວຍເຮ້ຍ ເມືອງໃໝ່ ແຂວງຜົ້ງສາລີ ສປປ ລາວ ກັບນ້ຳດິກ ເມືອງນໍ້າໂປ ແຂວງ ດຽນບ່ຽນ ສສ ຫວຽດນາມ ຂອບເຂດຫຼັກໝາຍຊາຍແດນ 65 ຊາຍແດນລາວ-ຫວຽດນາມ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳເຫຼັກ ໃຈອິສານ ຮອງເຈົ້າແຂວງຜົ້ງສາລີ, ມີທ່ານ ຟາມ ດືກ ຕວານ ຮອງເຈົ້າແຂວງດຽນບ່ຽນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ການເປີດຈຸດຜ່ານແດນຊົ່ວຄາວ ຫ້ວຍເຮ້ຍ-ນໍ້າດິກ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມ, ປະກອບສ່ວນເຂົ້າໃນການບຸກທະລຸ ແລະ ປະຕິບັດນະໂຍບາຍການເຊື່ອມໂຍງເຊື່ອມຈອດ ກໍຄືການສ້າງເຂດຊາຍແດນໃຫ້ມີຄວາມສະຫງົບ, ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາຂອງສອງປະເທດກໍຄືສອງແຂວງ ໃຫ້ໄດ້ຮັບການຈັດຕັ້ງຜັນຂະຫຍາຍມີຜົນສໍາເລັດເປັນກ້າວໆ ເຮັດໃຫ້ດ້ານການເມືອງ, ການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ-ສັງຄົມ ໄດ້ຮັບການປັບປຸງຍົກລະດັບ ແລະ ພັດທະນາຂຶ້ນເລື້ອຍໆ, ຊຸກຍູ້ສົ່ງເສີມໃຫ້ປະຊາຊົນຢູ່ບ້ານລຽບຊາຍແດນໄດ້ເຂົ້າ-ອອກ, ໄປມາຫາສູ່, ແລກປ່ຽນໂຄສະນາສິນຄ້າ, ເຊື່ອມໂຍງດ້ານການທ່ອງທ່ຽວຕ່າງໆຖືກຕ້ອງຕາມລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນຂອງສອງຝ່າຍວາງອອກຢ່າງເຂັ້ມງວດ ແລະ ທັງເປັນການສ້າງສິ່ງອຳນວຍຄວາມສະດວກ, ມີການພົວພັນຮ່ວມມືກຸ່ມຕໍ່ກຸ່ມ; ລະຫວ່າງບ້ານຕໍ່ບ້ານ ເພື່ອແລກປ່ຽນດ້ານເຕັກນິກການຜະລິດເປັນສິນຄ້າ ແລະ ການເຂົ້າເຖິງການຕະຫຼາດ, ສາທາລະນຸປະໂພກຫຼາຍຂຶ້ນຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລຽບຕາມຊາຍແດນໄດ້ຮັບການປັບປຸງຍົກລະດັບ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ການເປີດຈຸດຜ່ານແດນຊົ່ວຄາວຈະເຮັດໃຫ້ກຸ່ມຫົວເມິກ ເມືອງໃໝ່ໄດ້ຮັບຜົນປະໂຫຍດໂດຍກົງ ຊຶ່ງປະກອບມີ 8 ບ້ານຄື: ບ້ານຫ້ວຍເຮ້ຍ, ບ້ານພຽງແປງ, ບ້ານນ້ຳສ້າງ, ບ້ານຫ້ວຍກົບ, ບ້ານໃໝ່ເດືອ, ບ້ານສົມປ່ອຍ, ບ້ານສະຫຼວງ, ບ້ານໜອງແຮວ ແລະ ບ້ານນ້ຳແນນ ລວມມີ 296 ຫຼັງຄາ, ມີ 465 ຄອບຄົວ, ມີພົນລະເມືອງ 1.944 ຄົນ ຍິງ 943 ຄົນ, ໄລຍະທາງແຕ່ເທດສະບານເມືອງໃໝ່ຫາຈຸດຜ່ານແດນຊົ່ວຄາວມີປະມານ 120 ກິໂລແມັດ.

ໂອກາດດັ່ງກ່າວທັງສອງຝ່າຍໄດ້ຮ່ວມກັນຕັດແຖບຜ້າ ເພື່ອເປີດຈຸດຜ່ານແດນຊົ່ວຄາວຫ້ວຍເຮ້ຍ-ນ້ຳດິກ ຊາຍແດນລາວ-ຫວຽດນາມຢ່າງເປັນທາງການ ພ້ອມທັງເຂົ້າຮ່ວມຊົມງານຕະຫຼາດນັດຊາຍແດນຕື່ມອີກ.

ຂ່າວ-ພາບ: ແສງຄຳ ສາລີວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments