Tuesday, September 24, 2024
Homeຂ່າວຕ່າງປະເທດສປ ຈີນ-ຟີລິບປິນ ຈະປັບຫລຸດພາສີໃນຕົ້ນເດືອນມິຖຸນາປີນີ້

ສປ ຈີນ-ຟີລິບປິນ ຈະປັບຫລຸດພາສີໃນຕົ້ນເດືອນມິຖຸນາປີນີ້

ຕາມຂ່າວຈາກເວັບໄຊກະຊວງການເງິນ ຂອງ ສປ ຈີນ ໃຫ້ຮູ້ວ່າ: ສປ ຈີນ ແລະ ຟີລິບປິນ ຈະປັບ​ຫລຸດພາສີ ພາຍໃຕ້ຂອບສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ (RCEP) ນັບແຕ່ວັນທີ 2 ມິຖຸນາປີນີ້ ເປັນຕົ້ນໄປ. ພາຍຫລັງ RCEP ເລີ່ມມີຜົນບັງຄັບໃຊ້ຕໍ່ຟີລິບປິນແລ້ວ ​ໂດຍ​ມີ 15 ປະ​ເທດສະມາຊິກ ຂອງ RCEP ລ້ວນແຕ່ ໄດ້ສຳເລັດຂັ້ນຕອນຢືນຢັນການມີຜົນບັງຄັບໃຊ້ຂອງສັນຍາ ແລະ ໄດ້ປະຕິບັດການຫລຸດພາສີທີ່ກ່ຽວຂ້ອງໃຫ້ກັນ ແລະ ກັນ, ສັນຍາໄດ້ກ້າວ ເຂົ້າສູ່ໄລຍະໃໝ່ແຫ່ງການປະຕິບັດຢ່າງຮອບດ້ານ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments