Wednesday, September 25, 2024
Homeຂ່າວກິລາຫວຽດນາມ ດັບຝັນ ມຽນມາ 2-0 ຄວ້າຫຼຽນຄໍາ ເຕະບານຍິງຊີເກມສະໄໝທີ 4 ຕິດຕໍ່ກັນ

ຫວຽດນາມ ດັບຝັນ ມຽນມາ 2-0 ຄວ້າຫຼຽນຄໍາ ເຕະບານຍິງຊີເກມສະໄໝທີ 4 ຕິດຕໍ່ກັນ

ທັບນັກເຕະບານຍິງທີມຊາດຫວຽດນາມ ຍັງສ້າງຜົນງານໄດ້ຢ່າງໂດດເດັ່ນສົມລາຄາແຊ໋ມເກົ່າ ຫຼັງໃນຮອບຊີງຊະນະເລີດ ເອົາຊະນະ ທີມຊາດມຽນມາ 2-0 ປະຕູ ຄວ້າແຊ໋ມໄປຄອງໄດ້ສຳເລັດ ເປັນສະໄໝທີ 4 ຕິດຕໍ່ກັນ ແລະ ເປັນແຊ໋ມສູງສຸດສະໄໝທີ 8 ໃນການແຂ່ງຂັນເຕະບານຍິງ ງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ເປັນເຈົ້າພາບ. ຂະນະທີ່ ທີມຊາດໄທ ໄລ່ຖະຫຼົ່ມ ທີມຊາດກຳປູເຈຍ ເຈົ້າພາບ 6-0 ຄວ້າຫຼຽນຄຳ ໄປຄອງ.

ການແຂ່ງຂັນເຕະບານຍິງຮອບຊີງຊະນະເລີດ ໄດ້ມີຂຶ້ນໃນຕອນແລງວັນທີ 15 ພຶດສະພາ 2023 ທີ່ສະໜາມ ໂອແລມປິກ ສະເຕດ້ຽມ, ທີມຊາດຫວຽດນາມ ແຊ໋ມເກົ່າ 7 ສະໄໝ ພົບກັບ ມຽນມາ. ຜົນການແຂ່ງຂັນປາກົດວ່າ: ເລີ່ມການແຂ່ງຂັນພຽງ 12 ນາທີ ຮຸນ ນູ ຍິງໃຫ້ກັບ ທີມຊາດຫວຽດນາມ ຂຶ້ນນໍາໄປກ່ອນ 1-0 ກ່ອນຈົບເຄິ່ງເວລາທໍາອິດ.

ສ່ວນເຄິ່ງເວລາທີ 2 ຫວຽດນາມ ມາໄດ້ປະຕູຕອກຢໍ້າໄຊຊະນະຈາກການຍິງຂອງ ຫງວຽນ ທານ ນາ ຫຼຸດດ່ຽວເຂົ້າໃນເຂດໂທດ ກ່ອນຊິບບານຂ້າມຫົວຜູ້ຮັກສາປະຕູມຽນມາ ເຂົ້າໄປຢ່າງສວຍງາມ ຊ່ວຍໃຫ້ ຫວຽດນາມ ເອົາຊະນະ 2-0 ໃນນາທີ 76 ຈາກຜົນການແຂ່ງຂັນດັ່ງກ່າວ ເຮັດໃຫ້ ທັບນັກເຕະບານຍິງທີມຊາດ ຫວຽດນາມ ຄວ້າຫຼຽນຄໍາໄປຄອງ ແລະ ເປັນຫຼຽນຄໍາສະໄໝທີ 4 ຕິດຕໍ່ກັນຕໍ່ຈາກປີ 2017, 2019 ແລະ 2021. ຂະນະທີ່ ຫຼຽນເງິນເປັນຂອງ ທີມຊາດມຽນມາ ແລະ ຫຼຽນທອງຕົກເປັນຂອງ ທີມຊາດໄທ ທີ່ເອົາຊະນະ ເຈົ້າພາບ ກໍາປູເຈຍ ເຈົ້າພາບ 6-0 ປະຕູ.

ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments