Friday, September 27, 2024
Homeຂ່າວຕ່າງປະເທດເປີດເທດສະການວັນນະຄະດີ ເອີຣົບ ຢູ່ ຫວຽດນາມ

ເປີດເທດສະການວັນນະຄະດີ ເອີຣົບ ຢູ່ ຫວຽດນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້ ຢູ່ເຂດອະນຸສອນ ຫຼີຖາຍໂຕ ທີ່ຕັ້ງຢູ່ໃຈກາງນະຄອນຫຼວງຮ່າໂນ້ຍ, ສະຫະສະມາຄົມບັນດາສະຖາບັນວັນນະຄະດີ ເອີຣົບ (EUNIC) ແລະ ສະຖານທູດບັນດາປະເທດ ເອີຣົບ ປະຈຳ ຫວຽດນາມ ໄດ້ຈັດພິທີເປີດເທດສະການວັນນະຄະດີເອີຣົບ ປີ 2023 ຂຶ້ນ.

ທ່ານ ເທຍຣີ ເວີກຣອນ ຜູ້ອຳນວຍການສະຖາບັນຝຣັ່ງ ປະຈຳ ຮ່າໂນ້ຍ ປະທານ EUNIC ປະຈຳ ຫວຽດນາມ ກ່າວຄຳເຫັນໃນພິທີເປີດໃຫ້ຮູ້ວ່າ: ເທດສະການວັນນະຄະດີ ເອີຣົບ ປີ 2023 ຖືກຈັດຂຶ້ນຢູ່ ຮ່າໂນ້ຍ ມີການເຂົ້າຮ່ວມຂອງ 13 ປະເທດທີ່ມາຈາກເອີຣົບ. ໃນນີ້ ກໍຈະຈັດກິດຈະກຳຕ່າງໆຢູ່ສະຖານທີ່ຫຼາຍແຫ່ງທີ່ແຕກຕ່າງກັນຢູ່ນະຄອນຫຼວງຮ່າໂນ້ຍ ເປັນຕົ້ນແມ່ນ ການແນະນຳປຶ້ມ, ອ່ານປຶ້ມ, ການແລກປ່ຽນກ່ຽວກັບວັນນະຄະດີ, ວັນບຸນປຶ້ມອ່ານ…

ກ່ອນມື້ເປີດເທດສະການດັ່ງກ່າວ, ມີການເສັງ “ປະດິດແຕ່ງຜົນງານກ່ຽວກັບບັນດາຕົວລະຄອນເອີຣົບ” ແລະ ການເສັງ “ຊອກຮູ້ກ່ຽວກັບວັນນະຄະດີເອີຣົບ” ໄດ້ດຶງດູດຜູ້ທີ່ມີຄວາມຮັກມັກວັນນະຄະດີ ແລະ ແຕ້ມຮູບ ເຂົ້າຮ່ວມເປັນຈຳນວນຫຼາຍ. ພາຍຫຼັງພິທີເປີດ, ມະຫາຊົນມີໂອກາດເຂົ້າຮ່ວມກິດຈະກຳພົບປະແລກປ່ຽນກັບນັກປະພັນ, ນັກຂຽນ, ນາຍແປພາສາ, ບັນນາທິການຂອງໂຮງພິມ ແລະ ຈຳໜ່າຍຫຼາຍຄົນ, ເຂົ້າຮ່ວມກອງປະຊຸມສຳມະນາ ແລະ ກິດຈະກຳອື່ນໆ.

ນັບແຕ່ປີ 2011, ເທດສະການວັນນະຄະດີເອີຣົບ ໄດ້ກາຍເປັນກິດຈະກຳປະຈຳປີຂອງ EUNIC ແລະ ສະຖານທູດບັນດາປະເທດເອີຣົບ ປະຈຳ ຮ່າໂນ້ຍ, ດ້ວຍຈຸດປະສົງ ຍ້ອງຍໍຊົມເຊີຍ ແລະ ແບ່ງປັນບັນດາຈຸດວັດນະທະທຳຂອງ ເອີຣົບ ໃຫ້ແກ່ຜູ້ອ່ານ ຫວຽດນາມ. ເທດສະການວັນນະຄະດີ ເອີຣົບ ປີນີ້ ໄດ້ດຳເນີນແຕ່ວັນທີ 11 ພຶດສະພາ ຮອດວັນທີ 21 ພຶດສະພາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments