Friday, September 27, 2024
Homeຂ່າວຕ່າງປະເທດຫວຽດນາມ ເປີດກອງປະຊຸມກາງສະໄໝຄະນະບໍລິຫານງານສູນກາງພັກ ຊຸດທີ XIII

ຫວຽດນາມ ເປີດກອງປະຊຸມກາງສະໄໝຄະນະບໍລິຫານງານສູນກາງພັກ ຊຸດທີ XIII

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກອງປະຊຸມກາງສະໄໝ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ເປີດຂຶ້ນໃນວັນທີ 15 ພຶດສະພາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ ພາຍໃຕ້ການເປັນປະທານຂອງ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ. ໃນກອງປະຊຸມຄະນະບໍລິຫານງານສູນກາງພັກ ຊຸດທີ XIII ໄດ້ປະກອບຄຳເຫັນກ່ຽວກັບບັນດາເນື້ອໃນ ຄື: ບົດລາຍງານສຳຫຼວດກ່ຽວກັບການຊີ້ນຳ, ນຳພາຂອງກົມການເມືອງ, ຄະນະເລຂາທິການ ກາງສະໄໝ ແລະ ບາງໜ້າທີ່ຈຸດສຸມຮອດເວລາໝົດສະໄໝກອງປະຊຸມໃຫຍ່ XIII ຂອງພັກ; ຮັບເອົາບັດໄວ້ວາງໃຈຂອງຄະນະບໍລິຫານງານສູນກາງພັກ ສຳລັບບັນດາກຳມະການກົມການເມືອງ, ຄະນະເລຂາທິການຊຸດທີ XIII ແລະ ບາງບັນຫາສຳຄັນອື່ນໆອີກ.

ທ່ານ ຫງວຽນຝູຈ້ອງ ກ່າວຄຳເຫັນໃນກອງປະຊຸມ ວ່າ: ກອງປະຊຸມມີຄວາມໝາຍສຳຄັນສຳລັບການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີໄຊ, ແມ່ນໂອກາດເພື່ອພ້ອມກັນຫວນຄືນ, ຕີລາຄາໂດຍພາວະວິໄສ, ຮອບດ້ານບັນດາໝາກຜົນ, ຜົນງານທີ່ບັນລຸໄດ້ແຕ່ຕົ້ນສະໄໝມາຮອດປັດຈຸບັນ: “ຕີລາຄາຄຸນທາດ, ກຳລັງຄວາມສາມາດ, ໝາກຜົນລະອຽດຢ່າງຖືກຕ້ອງ ເພື່ອປະຕິບັດຖືກກັບພາລະໜ້າທີ່ທີ່ໄດ້ຮັບມອບໝາຍ ແລະ ອິດທິພົນຊື່ສຽງຂອງຜູ້ໄດ້ປ່ອນບັດໄວ້ວາງໃຈ. ຮັບປະກັນລັກສະນະປະຊາທິປະ ໄຕ, ພາວະວິໄສ, ຍຸຕິທຳ, ໂປ່ງໃສໃນການຮັບເອົາບັດໄວ້ວາງໃຈ ແລະ ນຳໃຊ້ໝາກຜົນຂອງການປ່ອນບັດໄວ້ວາງໃຈ. ເດັດດ່ຽວບໍ່ປະໃຫ້ເກີດການລະເມີດ ແລະ ສວຍໃຊ້ການປ່ອນບັດໄວ້ວາງໃຈເພື່ອກໍ່ຄວາມແບ່ງແຍກ, ທຳລາຍຄວາມສາມັກຄີພາຍໃນ”. ກອງປະຊຸມດຳເນີນຮອດວັນທີ 17 ພຶດສະພາ ນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments