Friday, September 27, 2024
Homeຂ່າວຕ່າງປະເທດມາເລເຊຍ ສ້າງຕັ້ງສູນປະຕິວັດອຸດສະຫະກຳ ຄັ້ງທີ 4

ມາເລເຊຍ ສ້າງຕັ້ງສູນປະຕິວັດອຸດສະຫະກຳ ຄັ້ງທີ 4

ຂ່າວສານຫວຽດນາມ ປະຈຳ ກົວລາລຳເປີ ລາຍງານວ່າ: ວັນທີ 15 ພຶດສະພາ ຜ່ານມາ, ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ ໄດ້ປະກາດສ້າງຕັ້ງສູນການປະຕິວັດອຸດສາຫະກຳ ຄັ້ງທີ 4 (Malaysia Center for 4IR) ຊຶ່ງເປັນສູນເອກະລາດລະດັບໂລກຂອງເວທີປາໄສເສດຖະກິດໂລກ. ສູນ 4IR ຈະສຸມໃສ່ສອງບຸລິມະສິດ ຄື: ການຫັນເປັນດີຈີຕອນ ແລະ ລັດຖະບານດີຈີຕອນ (GovTech) ແລະ ການຫັນປ່ຽນພະລັງງານ.

ກ່າວຄຳເຫັນໃນພິທີເປີດສູນດັ່ງກ່າວ, ທ່ານ ອັນວາ ອິບຣາຮິມ ຖືວ່າ: ນີ້ແມ່ນສູນທຳອິດໃນພາກພື້ນອາຊຽນ ເພື່ອເຕົ້າໂຮມບັນດາການນຳທັງພາກລັດ ແລະ ເອກະຊົນ, ນັກວິຊາການ ແລະ ນັກຊ່ຽວຊານເຂົ້າຮ່ວມເພື່ອສ້າງສູນກາງແຫ່ງນະວັດຕະກໍາ ແລະ ຄວາມຊໍານານ ໃນການໝູນໃຊ້ທ່າແຮງຂອງບັນດາຂະແໜງເຕັກໂນໂລຊີເຫຼົ່ານີ້.

ທ່ານ ອັນວາ ອິບຣາຮິມ ຍັງໄດ້ເນັ້ນໜັກເຖິງຄວາມປາຖະໜາ ຂອງ ມາເລເຊຍ ທີ່ຈະສືບຕໍ່ເສີມສ້າງບົດບາດທີ່ຕັ້ງຂອງປະເທດເທິງເວທີສາກົນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ມາເລເຊຍ ສາມາດເລັ່ງລັດການຫັນປ່ຽນໄປສູ່ເສດຖະກິດດີຈີຕອນທີ່ກ້າວໜ້າດ້ວຍການຍົກລະດັບພື້ນຖານໂຄງລ່າງ, ອຳນວຍເງື່ອນໄຂໃນການປະດິດສ້າງ ແລະ ສ້າງລະບົບນິເວດໃຫ້ແກ່ທຸກຄົນ, ປະກອບສ່ວນຍົກລະດັບຊີວິດການເປັນຢູ່ໃຫ້ສູງຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments