Monday, October 21, 2024
Homeຂ່າວພາຍໃນຫົງສາ ສະຫຼຸບວຽກງານກວດກາທົ່ວເມືອງ ປະຈຳປີ

ຫົງສາ ສະຫຼຸບວຽກງານກວດກາທົ່ວເມືອງ ປະຈຳປີ

ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາທົ່ວເມືອງ ປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023 ຂຶ້ນ ທີ່ສະໂມສອນຂອງເມືອງໃນທ້າຍອາທິດຜ່ານມານີ້,ໂດຍການເປັນປະທານຂອງ ສະຫາຍ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ ປະທານຄະນະກວດກາພັກປະທານອົງການກວດກາລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນເມືອງ ແລະ ເປັນກຽດເຂົ້າເປັນປະທານຮ່ວມຂອງ ສະຫາຍ ຄຳຫຼ້າ ຜີວວັນນາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫົງສາ, ມີສະຫາຍ ນາງ ດາວວິນ ລາດຊະກິດ ຮອງເລຂາພັກເມືອງຫົງສາ, ບັນດາສະຫາຍ ຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ປະທານຄະນະກວດກາ ຄະນະພັກຮາກຖານ, ຜູ້ກວດກາໜ່ວຍພັກ ສໍານັກງານ, ອົງການ, ບ້ານເທດສະບານ, ພະນັກງານຄະນະກວດກາເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມ ສະຫາຍ ບຸນຊ້ອຍ ແກ້ວມະນີ ກຳມະການພັກເມືອງ ຮອງປະທານຄະນະກວດກາພັກ ຮອງປະທານອົງການກວດກາລັດ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວເມືອງ ປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023 ໂດຍຫຍໍ້ ຊຶ່ງບາງຕອນສະຫາຍໄດ້ກ່າວວ່າ: ຜ່ານການດຳເນີນການກວດກາ ໄລຍະ 1 ປີຜ່ານມາ ພົບເຫັນໜ່ວຍພັກທີ່ມີການເຄື່ອນໄຫວຜິດລະບຽບ ມີ 6 ກໍລະນີ ມີ 28 ສະຫາຍ ຍິງ 9 ສະຫາຍ. ໃນນີ້, ພົວພັນຢາເສບຕິດ 2 ສະຫາຍ, ສວຍໃຊ້ໜ້າທີ່ຕໍາແໜ່ງເພື່ອຜົນປະໂຫຍດສ່ວນຕົວ 1 ສະຫາຍ, ລັກຕັດໄມ້ເຂດຫວງຫ້າມ 2 ສະຫາຍ, ພົວພັນສັງຄົມຊູ້ສາວ 2 ສະຫາຍ, ໂຄສະນາບິດເບືອນໃສ່ຮ້າຍປ້າຍສີແນວທາງຂອງພັກ-ລັດ 1 ສະຫາຍ, ຂາດຄວາມເປັນແບບຢ່າງໃຫ້ແກ່ສະມາຊິກພັກ-ພະນັກງານ 20 ສະຫາຍ ຍິງ 9 ສະຫາຍ. ໃນນີ້ ໄດ້ປະຕິບັດວິໄນ ກ່າວເຕືອນ 16 ສະຫາຍ ຍິງ 7 ສະຫາຍ, ຂຽນໃບສຳຫຼວດ 4 ສະຫາຍ ຍິງ 1 ສະຫາຍ, ເອົາອອກຈາກພັກ 8 ສະຫາຍ ຍິງ 1 ສະຫາຍ. ຄຽງຄູ່ໄປພ້ອມກັນນັ້ນ, ອົງການກວດກາລັດເມືອງ ໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນໂດຍສົມທົບກັບພາກສ່ວນກ່ຽວຂ້ອງລົງຕິດຕາມ-ກວດກາການຄຸ້ມຄອງບໍລິຫານລັດ ເພື່ອຊອກໃຫ້ເຫັນດ້ານຕັ້ງໜ້າ ເພື່ອເສີມຂະຫຍາຍ ແລະ ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ດ້ານຫຍໍ້ທໍ້ ເພື່ອປັບປຸງແກ້ໄຂ. ພ້ອມນີ້ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຂຶ້ນປະກອບຄໍາເຫັນ ແລະ ລາຍງານຕໍ່ກອງປະຊຸມ ເປັນຕົ້ນແມ່ນ ການຈັດຕັ້ງຜັນຂະຫຍາຍ ຄໍາແນະນໍາ ຂອງນາຍົກລັດຖະມົນຕີ ເລກທີ 01 ກ່ຽວກັບວຽກງານປັບປຸງກົງຈັກງານຈັດຕັ້ງຢູ່ພາຍໃນເມືອງ, ຍົກສູງຄຸນນະພາບຂອງວຽກງານສາທາລະນະສຸກໃຫ້ມີຄຸນນະພາບສູງເພື່ອບັນລຸຄາດໝາຍການພັດທະນາແບບຍືນຍົງ, ຕິດພັນກັບການຕິດຕາມກວດການໍາໃຊ້ງົບປະມານພາຍໃນຫ້ອງການ, ຕິດຕາມ-ກວດກາ ຄຸ້ມຄອງການຂຸດຄົ້ນແຮ່ທາດ, ດິນດໍາດິນແດງ ໃນຂອບເຂດທົ່ວເມືອງ, ຕິດຕາມ-ກວດກາໂຄງການ ການລົງທຶນຂອງລັດ ແລະ ພາກທຸລະກິດພາຍໃນເມືອງ, ຕິດຕາມ-ກວດກາ ການຄຸ້ມຄອງ ປ່າໄມ້ພາຍໃນເມືອງ ແລະ ຕິດຕາມ-ກວດກາເຄື່ອນໄຫວຂອງສະມາຊິກພັກພາຍໃນໜ່ວຍພັກ, ການກໍ່ສ້າງຂະຫຍາຍພັກຢູ່ຮາກຖານບ້ານ ແລະ ການຄຸ້ມຄອງເງິນບໍລິຫານບ້ານ.

ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ຄຳຫຼ້າ ຜີວວັນນາ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ບັນດາຜູ້ແທນກອງປະຊຸມຈົ່ງພ້ອມກັນຕັດສິນໃຈ, ອົດທົນພະຍາຍາມຜ່ານຜ່າອຸປະສັກ ແລະ ມີຄວາມເປັນເອກະພາບສູງ ຕໍ່ການຈັດຕັ້ງປະຕິບັດວຽກງານກວດກາ, ເພື່ອສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນໃນຕໍ່ໜ້າ; ແນໃສ່ສ້າງຄວາມເຊື່ອໝັ້ນ, ໄວ້ວາງໃຈຈາກປະຊາຊົນ ແລະ ຊັ້ນຄົນຕ່າງໆ.

(ຂ່າວ-ພາບ: ກິດຕິສັກ ບົວໄລ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments