Sunday, October 20, 2024
Homeຂ່າວຕ່າງປະເທດຫວຽດນາມ ມີຄວາມສາມາດຫຼາຍຢ່າງກ່ຽວກັບການພັດທະນາສູນຂໍ້ມູນຂ່າວສານ

ຫວຽດນາມ ມີຄວາມສາມາດຫຼາຍຢ່າງກ່ຽວກັບການພັດທະນາສູນຂໍ້ມູນຂ່າວສານ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຕາມສື່ມວນຊົນສາກົນໃນອາທິດຜ່ານມາ, ປັດຈຸບັນ, ຂົງເຂດສູນຂໍ້ມູນຂ່າວສານຢູ່ ຫວຽດນາມ ໄດ້ຮັບຄວາມສົນໃຈຈາກບັນດາກຸ່ມບໍລິສັດເຕັກໂນໂລຊີໃຫຍ່ ແລະ ມີຄວາມສາມາດບົ່ມຊ້ອນພັດທະນາຢ່າງແຂງແຮງໃນອະນາຄົດ.

ເວັບໄຊ Business Times (ສິງກະໂປ) ໃຫ້ຂໍ້ສັງເກດວ່າ, ຕະຫຼາດສູນຂໍ້ມູນຂ່າວສານຂອງ ຫວຽດນາມ ພວມພັດທະນາຢ່າງແຂງແຮງທີ່ສຸດ. ບັນດາບໍລິສັດຢູ່ພາຍໃນ ແລະ ຕ່າງປະເທດພວມຊອກຫາວິທີພັດທະນາບັນດາສູນຂໍ້ມູນຂ່າວສານຢູ່ ຫວຽດນາມ ເມື່ອຄວາມຕ້ອງການໃນການເກັບຮັກສາຂໍ້ມູນໄດ້ເພີ່ມຂຶ້ນຢ່າງລຽນຕິດ.

ໃນຂະນະນັ້ນ, ເວັບໄຊ Yahoo Finance (ອາເມຣິກາ) ໄດ້ສະເໜີບົດລາຍງານການລົງທຶນຕະຫຼາດສູນຂໍ້ມູນຂ່າວສານ ຫວຽດນາມ 2022 – 2028 ໃຫ້ຮູ້ວ່າ: ຂອບເຂດຕະຫຼາດສູນຂໍ້ມູນຂ່າວສານຢູ່ ຫວຽດນາມ ຄາດວ່າຈະເພີ່ມຂຶ້ນສູ່ລະດັບຫຼາຍກວ່າ 1 ຕື້ໂດລາ ໃນປີ 2028 ຈາກລະດັບ 561 ລ້ານໂດລາ ໃນປີ 2022 ດ້ວຍລະດັບສະເລ່ຍປະມານຫຼາຍກວ່າ 10% ຕໍ່ປີ.

ເວັບໄຊ PR News Wire ໄດ້ສະເໜີບົດໄຈ້ແຍກຂອງ Akamai (ອາເມຣິກາ) ໃຫ້ຮູ້ວ່າ:ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດແຖວໜ້າຢູ່ພາກພື້ນກ່ຽວກັບຜູ້ຖືກຖາມໃຫ້ບຸລິມະສິດລົງທຶນເຂົ້າເຕັກໂນໂລຊີເກັບຮັກສາຂໍ້ມູນຂົງເຂດສຳຄັນຂອງຂະແໜງຂໍ້ມູນຂ່າວສານ.

ສ່ວນຝ່າຍນັກຊ່ຽວຊານ, ທ່ານ ໂຢຊິມິ ຊາຊາວກາ ຜູ້ອຳນວຍການໃຫຍ່ບໍລິສັດ NTT Global Centers HCMC1 ໃຫ້ຂໍ້ສັງເກດວ່າ: ຫວຽດນາມ ມີກຳລັງແຮງໃນການພັດທະນາສູນຂໍ້ມູນຂ່າວສານ, ລັດຖະບານ ຫວຽດນາມ ກໍພວມເພີ່ມທະວີຊຸກຍູ້ການຫັນເປັນດີຈີຕອນ. ນອກນັ້ນ, ຈຳນວນຜູ້ນຳໃຊ້ອິນເຕີເນັດຢູ່ ຫວຽດນາມ ແມ່ນມີຂະໜາດໃຫຍ່.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments