Saturday, October 19, 2024
Homeຂ່າວພາຍໃນມອບ-ໂອນ 4 ຫົວໜ່ວຍວິສາຫະກິດ ໃຫ້ແຂວງຫລວງນໍ້າທາ ຈັດຕັ້ງປະຕິບັດ ໃນປີ 2023

ມອບ-ໂອນ 4 ຫົວໜ່ວຍວິສາຫະກິດ ໃຫ້ແຂວງຫລວງນໍ້າທາ ຈັດຕັ້ງປະຕິບັດ ໃນປີ 2023

ກະຊວງການເງິນ ມອບ-ໂອນ 4 ຫົວໜ່ວຍວິສາຫະກິດຄື: ບໍລິສັດ ສົ່ງເສີມການພັດທະ ນາເສດຖະກິດການຄ້າ ລາວ-ຈີນ ຈໍາກັດ, ບໍລິສັດ ຫົງດາ ການຄ້າ ຈຳກັດ, ບໍລິສັດ ຈີງຢຸ່ນ ບໍລິການທຸລະກິດ ຈຳກັດ ແລະ ບໍລິສັດ ນໍ້າລອງ ພາວເວີ ຈຳກັດ ໃຫ້ແຂວງຫລວງນໍ້າທາ ຈັດຕັ້ງປະຕິບັດ ປີ 2023 ໂດຍພິທີເຊັນບົດບັນທຶກ ການມອບ-ໂອນ ການທົດລອງຫັນຫົວໜ່ວຍວິສາຫະກິດ ທີ່ສູນກາງຄຸ້ມຄອງ ມອບໃຫ້ແຂວງຈັດຕັ້ງປະຕິບັດ ປີ 2023 ຈັດຂຶ້ນໃນວັນທີ 11 ພຶດສະພາ 2023 ຜ່ານມາ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ສົມບູນ ອິນຖະປັດຖາ ຫົວໜ້າຫ້ອງການກະຊວງການເງິນ ແລະ ທ່ານຄໍາເພັດ ຈັນທະວົງ ຫົວໜ້າຫ້ອງວ່າການແຂວງຫລວງນໍ້າທາ, ມີ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ມີຄຳເຫັນວ່າ: ວຽກງານຫັນຫົວໜ່ວຍວິສາຫະກິດ ທີ່ສູນກາງຄຸ້ມຄອງ ມອບໃຫ້ທ້ອງຖິ່ນສືບຕໍ່ຄຸ້ມຄອງ ເພື່ອຮັບປະກັນໃຫ້ທ້ອງຖິ່ນ ກຸ້ມຕົນເອງທາງດ້ານງົບປະມານ ແມ່ນວຽກງານຍຸດທະສາດສໍຳຄັນຂອງຂະແໜງການເງິນ. ສະນັ້ນ, ບັນດາກົມກ່ຽວຂ້ອງ ແລະ ບັນດາແຂວງ ໃຫ້ປະສານສົມທົບກັນ ເພື່ອສະໜອງຂໍ້ມູນຕ່າງໆຂອງຫົວໜ່ວຍວິສາຫະກິດໃຫ້ແຂວງ; ຝຶກອົບຮົມ, ແນະນຳ ວຽກງານການຄຸ້ມຄອງ, ຕິດຕາມ ການຈັດເກັບລາຍຮັບງົບປະມານແຫ່ງລັດ ຕາມຈຸດພິເສດຂອງແຕ່ລະຫົວໜ່ວຍວິສາຫະກິດ; ເປັນເຈົ້າການສົມທົບ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ເພື່ອຕິດຕາມເກັບກຳຖານຂໍ້ມູນຂອງຫົວໜ່ວຍວິສາຫະກິດ, ເອົາໃຈໃສ່ຈຸດພິເສດຂອງກຸ່ມວິສາຫະກິດທີ່ໄດ້ມອບ-ໂອນ ທີ່ມີການມອບພັນທະທີ່ແຕກຕ່າງກັນ. ສໍາລັບແຂວງຫລວງນໍ້າທາ ເປັນແຂວງໜຶ່ງທີ່ມີເສັ້ນທາງລົດໄຟລະຫວ່າງປະເທດຜ່ານ 2 ສະຖານີ ຄື: ສະຖານີບໍ່ເຕັນ ແລະ ສະຖານີ ນາເຕີຍ ເຊິ່ງຈະເປັນການສ້າງໂອກາດໃຫ້ແກ່ການຂົນສົ່ງໂດຍສານ ແລະ ສິນຄ້າ, ຍູ້ແຮງການຜະລິດກະສິ ກຳ, ອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ ໃຫ້ເຕີບໂຕ ແລະ ເສດຖະກິດພາຍໃນແຂວງ ຈະໄດ້ຮັບການພັດທະນາເປັນກ້າວໆ ນັ້ນ, ລ້ວນແລ້ວແຕ່ເປັນປັດໄຈຂັບເຄື່ອນທາງດ້ານການພັດທະນາເສດ ຖະກິດ-ສັງຄົມ ໂດຍສອດຄ່ອງກັບທິດທາງການປະຕິຮູບໂຄງສ້າງເສດຖະກິດແຫ່ງຊາດ ເພື່ອສ້າງຄວາມເຂັ້ມ ແຂງພາຍໃນ.

ສໍາລັບ ລາຍຮັບທີ່ມອບໃຫ້ແຂວງຈັດເກັບ ປະກອບມີ: ລາຍຮັບສ່ວຍສາອາກອນ (ອາກອນກໍາໄລ, ອາກອນຊົມໃຊ້, ອາກອນມູນຄ່າເພີ່ມ, ອາກອນລາຍໄດ້ ແລະ ອື່ນໆ) ແລະ ລາຍຮັບຊັບສິນ (ຄ່າຊັບພະຍາກອນ, ຄ່າເຊົ່າດິນ, ຄ່າພາກຫລວງ ແລະ ຄ່າສໍາປະທານ).

ໃນພິທີ, ທ່ານ ຄໍາພັນ ໄຊສີ ຫົວໜ້າພະແນກການເງິນແຂວງຫລວງນໍ້າທາ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານ ປີ 2023, ລວມລາຍຮັບທັງໝົດຂອງແຜນການປີ 1.115 ຕື້ກວ່າກີບ. ຜ່ານການຈັດຕັ້ງປະຕິບັດ 4 ເດືອນ ຕົ້ນປີ 2023 ປະຕິບັດໄດ້ 372 ຕື້ກວ່າກີບ, ເທົ່າກັບ 33,36% ຂອງແຜນການປີ, ທຽບໃສ່ໄລະຍດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ62,26%. ນອກນັ້ນ, ຍັງໄດ້ລາຍງານລາຍຮັບພູດຂອງສູນກາງ, ລາຍຮັບສ່ວຍສາອາກອນ, ລາຍຮັບຈາກການຄຸ້ມຄອງຊັບສິນແຫ່ງລັດ ແລະ ດ້ານລາຍຈ່າຍຂອງແຜນການປີ ອີກດ້ວຍ.

ໃນວັນດຽວກັນ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ພ້ອມຄະນະ ກໍໄດ້ເຂົ້າພົບປະ ທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫລວງນໍ້າທາ, ພ້ອມທັງລົງຢ້ຽມຢາມ ແລະ ຊີ້ນໍາວຽກງານ ທີ່ຫ້ອງການການເງິນເມືອງຫລວງນໍ້າທາ ຕື່ມອີກ.

ຂ່າວ-ພາບ: ກະຊວງການເງິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments