Friday, October 18, 2024
Homeຂ່າວພາຍໃນສຶກສາຄວາມເປັນໄປໄດ້ການແປຮູບຂີ້ເຫຍື້ອມາເປັນພະລັງງານ

ສຶກສາຄວາມເປັນໄປໄດ້ການແປຮູບຂີ້ເຫຍື້ອມາເປັນພະລັງງານ

ກະຊວງພະລັງງານ ແລະ ບໍ່ແຮ່ ເຊັນສັນຍາຮ່ວມມື ກັບບໍລິສັດ ວຽງຈັນບໍລິຫານຈັດການຂີ້ເຫຍື້ອ ຈຳກັດ ເພື່ອສຶກສາທ່າແຮງດ້ານພະລັງງານຂອງສິ່ງເສດເຫລືອ ແລະ ພັດທະນາພື້ນຖານໂຄງລ່າງ ສະຖານີສາກລົດໄຟຟ້າ, ພ້ອມທັງນຳໃຊ້ລົດໄຟຟ້າເຂົ້າໃນການຂົນສົ່ງສິ່ງເສດເຫລືອ ໃນນະຄອນຫລວງວຽງຈັນ, ຫລວງພະບາງ, ຄໍາມ່ວນ, ສະຫວັນນະເຂດ ແລະ ແຂວງຈໍາປາສັກ ເຊິ່ງການດຳເນີນການສຶກສາຄວາມເປັນໄປໄດ້ ແມ່ນສຶກສາທາງດ້ານເສດຖະກິດ-ເຕັກນິກ, ການວິເຄາະທາງດ້ານເສດຖະກິດ-ການເງິນ, ຕ່ອງໂສ້ອຸປະທານໃນການເກັບຂີ້ເຫຍື້ອ, ການກຳຈັດ, ການຂົນສົ່ງ ແລະ ການເຂົ້າຫາແຫລ່ງຂີ້ເຫຍື້ອຂອງຊຸມຊົນຢ່າງທົ່ວເຖິງ.

ພິທີເຊັນສັນຍາຮ່ວມມືດັ່ງກ່າວ ຈັດຂຶ້ນໃນທ້າຍອາທິດຜ່ານມາໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ແລະ ທ່ານ ຄຳຫລ້າ ນາກຄະວົງ ຜູ້ອຳນວຍການ ບໍລິສັດ ວຽງຈັນບໍລິຫານຈັດການຂີ້ເຫຍື້ອ ຈຳກັດ ໂດຍມີ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ການດຳເນີນການຮ່ວມມືການສຶກສາຄັ້ງນີ້, ຈະເປັນຂໍ້ມູນໃຫ້ແກ່ພາກລັດໃນການວາງແຜນ, ບໍລິ ຫານ, ກຳຈັດຂີ້ເຫຍື້ອໃນອະນາຄົດ ແລະ ສ້າງເປັນໂຄງການຕົວແບບການຮ່ວມມືລະຫວ່າງ ພາກລັດ ແລະ ເອກະຊົນ, ຊ່ວຍຫລຸດຜ່ອນການລົງທຶນຂອງພາກລັດ, ເຮັດໃຫ້ພະນັກງານ-ລັດຖະກອນຂອງລັດໄດ້ຮັບການປັບປຸງຄວາມສາມາດດ້ານວິຊາການ ກ່ຽວກັບວຽກງານດັ່ງກ່າວ.

ຂ່າວ: ສຸກສະຫວັດ

ຂໍ້ມູນ: ວຽງສະຫວັນ ປຣະດິດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments