Friday, October 18, 2024
Homeຂ່າວພາຍໃນຂະແໜງປູກຝັງ 4 ແຂວງພາກເຫນືອໄດ້ຮັບການຝຶກອົບຮົມການກວດກາມາດຕະຖານກະສິກຳທີ່ດີ (GAP)

ຂະແໜງປູກຝັງ 4 ແຂວງພາກເຫນືອໄດ້ຮັບການຝຶກອົບຮົມການກວດກາມາດຕະຖານກະສິກຳທີ່ດີ (GAP)

ວັນທີ 15 ພຶດສະພາ 2023 ຢູ່ທີ່ ໂຮງແຮມ ລາວ-ເອຊຽນ ແຂວງຫຼວງນ້ຳທາ ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ເປີດການຝຶກອົບຮົມ ກ່ຽວກັບ ການກວດກາມາດຕະຖານກະສິກຳທີ່ດີ (GAP) ໃຫ້ພະນັກງານຂະແໜງປູກຝັງແຂວງ ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ ແລະ ຫຼວງພະບາງ ເພື່ອເປັນນັກກວດກາມາດຕະຖານກະສິກຳທີ່ດີ ໂດຍການເຂົ້າຮ່ວມຂອງ ທ່ານສາຍຄຳ ສົມຫວັງ, ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ ຫຼວງນ້ຳທາ ແລະ ຕາງໜ້າກົມປູກຝັງໂດຍແມ່ນທ່ານ ສຸກັນ ວົງພະຈັນ, ຮອງຫົວໜ້າພະແນກມາດ

ຕະຖານ ແລະ ການຢັ້ງຢືນ, ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້, ມີວິທະຍາກອນຈາກກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້, ມີສໍາມະນາກອນຈາກຂະແໜງປູກຝັງ 4 ແຂວງ ແລະ ມີຜູ້ຕາງໜ້າຈາກໂຄງການASEAN AgriTrade ເຂົ້າຮ່ວມ.

ການຈັດຝຶກອົບຮົມໃນຄັ້ງນີ້ ເປັນການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງລັດຖະ

ມົນຕີກະຊວງກະສິກຳວ່າດ້ວຍ ມາດຕະຖານກະສິກຳທີ່ດີ ກ່ຽວກັບ ຄວາມປອດໄພຂອງຜົນຜະລິດ ສະບັບເລກທີ 3004/ກປ, ລົງວັນທີ 15 ມີຖຸນາ 2022 ໂດຍໄດ້ຫັນເອົາວຽກງານກວດກາ ແລະ ຢັ້ງຢືນຜົນການກວດກາ ຈາກຂັ້ນສູນກາງ ກໍ່ຄື ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ມາໃຫ້ທ້ອງຖິ່ນ ກໍ່ຄື ຂະແໜງປູກຝັງຂັ້ນແຂວງ ເປັນຜູ້ຈັດຕັ້ງປະຕິບັດ. ສ່ວນການຢັ້ງຢືນມາດຕະຖານກະສິກຳທີ່ດີ ຍັງແມ່ນຂັ້ນສູນກາງ ຄື ກົມປູກຝັງ ເປັນຜູ້ຈັດຕັ້ງປະຕິບັດ ຕາມຂໍ້ຕົກລົງ.

ຊຸດຝຶກອົບຮົມຄັ້ງນີ້ ສໍາມະນາກອນ ຈະໄດ້ຮຽນຮູ້ພາກທິດສະດີ ເປັນຕົ້ນ ແມ່ນ ມາດຕະຖານກະສິກຳທີ່ດີ (GAP) ແລະ ເງື່ອນໄຂການຢັ້ງຢືນມາດຕະຖານກະສິກຳທີ່ດີ ກ່ຽວກັບຄວາມປອດໄພຂອງຜົນຜະລິດ, ລະບຽບການ,ວິທີການ ແລະ ເຕັກນິກ ການກວດກາ ການນຳໃຊ້ຢາປາບສັດຕູພືດ, ສະຖານທີ່ປະກອບການຜະລິດ,ການປຸງແຕ່ງ, ລາຍການການກວດກາກະສິກໍາທີ່ດີ ແລະ ວິທີການຂຽນບົດລາຍງານຫຼັງຈາກການລົງກວດກາ, ລະບົບການກວດກາພາຍໃນ (ICS), ວິທີການສຸ່ມເກັບຕົວຢ່າງຂອງດິນ, ນ້ໍາ ເພື່ອນຳໄປວິໄຈຫາການປົນເປື້ອນ ແລະ ວິທີການຂໍສະໝັກຂໍການຢັ້ງຢືນກະສິກຳທີ່ດີ, ພາຍຫຼັງສຳເລັດການຝຶກອົບຮົມພາກທິດສະດີແລ້ວ, ສໍາມະນາກອນ ຈະໄດ້ລົງປະຕິບັດຕົວຈິງ ຢູ່ ພື້ນທີ່ການຜະລິດກະສິກຳທີ່ດີຕົວແບບຂອງໂຄງການ ຢູ່ ແຂວງ ຫຼວງນ້ໍາທາ. ການຝຶກອົບຮົມຄັ້ງນີ້ ແມ່ນ ເພື່ອສ້າງຄວາມເຂັ້ມແຂງດ້ານຄວາມຮູ້ວິຊາການກວດກາໃຫ້ແກ່ພະນັກງານວິຊາການຂະແໜງປູກຝັງຂັ້ນແຂວງ ທີ່ເປັນເປົ້າໝາຍສ້າງເປັນນັກກວດກາການຜະລິດກະສິກໍາທີ່ດີ ເພື່ອຮອງຮັບເອົາການຈັດຕັ້ງປະຕິບັດວຽກງານກວດກາ ແລະ ການຢັ້ງຢືນຜົນການກວດກາ ການຜະລິດກະສິກຳທີ່ດີ. ສຳລັບ ນັກສຳມະນາກອນຈາກຂະແໜງປູກຝັງແຂວງ ທີ່ຜ່ານການຝຶກອົບຮົມໃນຄັ້ງນີ້ ຈະໄດ້ນໍາເອົາຄວາມຮູ້ໄປເຜີຍແຜ່ ແລະ ຝຶກອົບຮົມໃຫ້ພະນັກງານຫ້ອງການກະສິກຳ ແລະ ປ່າໄມ້ເມືອງທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຕາມສິດ ແລະ ໜ້າທີ່ ໄວ້ໃນຂໍ້ຕົກລົງສະບັບນີ້ ເພື່ອໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ຂັ້ນເມືອງ ໄດ້ຖ່າຍທອດຄວາມຮູ້ແລະ ນຳພາຈັດຕັ້ງປະຕິບັດມາດຕະຖານກະສິກຳທີ່ດີ ໃຫ້ແກ່ຊາວກະສິກອນ ແລະ ຜູ້ປະກອບການ ທີ່ເຮັດການຜະລິດກະສິກຳທີ່ດີ ຕາມສິດ ແລະ ໜ້າທີ່ .

ທ່ານ ສຸກັນ ວົງພະຈັນ, ຮອງຫົວໜ້າພະແນກມາດຕະຖານ ແລະ ການຢັ້ງຢືນ, ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງການຝຶກອົບຮົມ ເພື່ອເປັນການກະກຽມຄວາມພ້ອມທາງດ້ານບຸກຄະລາກອນ ເພື່ອຮອງຮັບຈັດຕັ້ງປະຕິບັດການກວດກາ ແລະ ຢັ້ງຢືນຜົນການກວດກາ ຈາກກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ມາໃຫ້ຂະແໜງປູກຝັງຂັ້ນແຂວງ ກໍ່ຄື ຂັ້ນທ້ອງຖິ່ນເປັນຜູ້ຈັດຕັ້ງປະຕິບັດ, ເປັນວຽກໃໝ່, ເປັນສິ່ງທ້າທາຍໃຫ້ກັບທ້ອງຖິ່ນ, ສະນັ້ນ, ຈິ່ງຮຽກຮ້ອງມາຍັງຄູຝຶກ, ວິທະຍາກອນແລະ ນັກສໍາມະນາກອນທຸກທ່ານ ຈົ່ງໄດ້ຕັ້ງໃຈ, ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງໃນການຝຶກອົບຮົມຄັ້ງນີ້.

ການຝຶກອົບຮົມຄັ້ງນີ້ ໄດ້ຮັບການສະໜັບສະໜູນດ້ານທຶນຮອນຈາກໂຄງການ ASEAN AgriTrade. ຂ່າວ: ອຸ້ມ ສົມນໍ່ວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments