Friday, October 18, 2024
Homeຂ່າວໜ້າໜຶ່ງລັດຖະມົນຕີກະຊວງການເງິນ ເຄື່ອນໄຫວເຮັດວຽກຢູ່ດ່ານສາກົນນ້ຳເງິນ

ລັດຖະມົນຕີກະຊວງການເງິນ ເຄື່ອນໄຫວເຮັດວຽກຢູ່ດ່ານສາກົນນ້ຳເງິນ

ເມື່ອບໍ່ດົນມານີ້ ທີ່ດ່ານສາກົນນ້ຳເງິນ ເມືອງເງິນ ແຂວງໄຊຍະບູລີ. ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ, ມີຫົວໜ້າກົມ-ຮອງກົມ ແລະ ຄະນະນຳຂອງແຂວງໄຊຍະບູລີ ໄດ້ເຄື່ອນໄຫວເຮັດວຽກຢູ່ດ່ານສາກົນນ້ຳເງິນ ເມືອງເງິນ. ໃຫ້ກຽດຕ້ອນຮັບຈາກ ທ່ານ ທະວິສັກ ໄຊຍະວົງ ເຈົ້າ ເມືອງໆເງິນ ພ້ອມດ້ວຍຄະນະນຳເມືອງ ແລະ ຄະນະຄຸ້ມຄອງດ່ານສາກົນນ້ຳເງິນເຂົ້າຮ່ວມ.

ທ່ານ ພັນໂທ ຈອມພົນ ບຸນວິຈິດ ຫົວໜ້າຄະນະຄຸ້ມຄອງດ່ານສາກົນນ້ຳເງິນ ແລະ ທ່ານ ຕຸ້ຍ ຄາວັນດີ ຫົວໜ້າດ່ານພາສີສາກົນນ້ຳເງິນ ກໍໄດ້ຜັດປ່ຽນກັນຂຶ້ນລາຍງານ ສະພາບການເຄື່ອນໄຫວວຽກງານຄຸ້ມຄອງດ່ານສາກົນໂດຍຫຍ້ໍ: ຜ່ານມາ, ຄະນະຄຸ້ມຄອງດ່ານສາກົນນໍ້າເງິນ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ສຶກສາອົບຮົມການ ເມືອງ ແນວຄິດໃຫ້ສະມາຊິກພັກ-ພະນັກງານໃນຄວາມຮັບຜິດຊອບ ໃຫ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ປະຕິບັດໜ້າທີ່ການເມືອງ ຕາມການມອບໝາຍສຳເລັດໄດ້ເປັນຢ່າງດີ. ສະແດງອອກການຈັດເກັບລາຍຮັບຕາມແຜນພາສີປະຈຳແຂວງ ໃຫ້ຈັດຕັ້ງປະຕິບັດແມ່ນ 364 ຕື້ກີບ, ຜ່ານການຈັດຕັ້ງປະຕິ ບັດມາຮອດວັນທີ 11 ພຶດສະພາ ຜ່ານມາ ສາມາດຈັດຕັ້ງປະຕິບັດໄດ້ 179.959.208.130 ກີບ (179 ຕື້ກວ່າກີບ) ເທົ່າກັບ 49,44%, ຍັງເຫຼືອ 7 ເດືອນທ້າຍປີ 184.040.791.870 ກີບ ເທົ່າກັບ 50,56%. ທຽບໃສ່ໄລຍະດຽວກັນປີຜ່ານມາເພີ່ມຂຶ້ນ 64 ຕື້ກີບ ເທົ່າກັບ 35,56%. ລາຍຮັບສ່ວນໃຫຍ່ແມ່ນລາຍຮັບຈາກນໍ້າມັນເຊື້ອໄຟແຕ່ເດືອນມັງກອນຮອດປັດຈຸບັນ 171.647.340.130 ກີບ, ກວມ 95,16% ແລະ ເຄື່ອງອຸປະໂພກ 8.311.868.000 ກີບ.

ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ເປັນປົກກະຕິຕໍ່ເນື່ອງ, ເພີ່ມທະວີເອົາໃຈໃສ່ຄຸ້ມຄອງການເຂົ້າ-ອອກສິນຄ້າໃຫ້ເຂັ້ມງວດ, ສືບຕໍ່ເອົາໃຈໃສ່ຈັດເກັບລາຍຮັບໃນປີ 2023 ໃຫ້ບັນລຸຕາມແຜນ ໂດຍຜ່ານລະບົບທັນສະໄໝ, ແບບລວມສູນ ແລະ ໃຫ້ມີປະສິດທິຜົນ, ສືບຕໍ່ການຈັດຕັ້ງປະຕິບັດຕາມກົດໝາຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020 ແລະ ບັນດານິຕິກຳຕ່າງໆໃຕ້ກົດໝາຍໃຫ້ເຂັ້ມງວດ, ສິ່ງສຳຄັນແມ່ນເພີ່ມທະວີໃນການປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງ, ສູນກາງ, ທ້ອງຖິ່ນໃຫ້ກົມກຽວ ຕິດພັນກັບການສະຫຼຸບລາຍງານ ປະຈຳວັນ, ອາທິດ, ເດືອນ, ປີໃຫ້ທ່ວງທັນກັບເວລາ.

ຂ່າວ-ພາບ: ອິນແປງ ແຫວນຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments