Sunday, September 22, 2024
Homeຂ່າວພາຍໃນປະຊາຊົນ 91% ຂອງຄົວເຮືອນປະສົບບັນຫາດ້ານຄ່າຄອງຊີບເນື່ອງຈາກອັດຕາເງິນເຟີ້

ປະຊາຊົນ 91% ຂອງຄົວເຮືອນປະສົບບັນຫາດ້ານຄ່າຄອງຊີບເນື່ອງຈາກອັດຕາເງິນເຟີ້

ບັນດາອົງການຈັດຕັ້ງທາງສັງຄົມທີ່ມີສ່ວນຮ່ວມໃນເຄືອຂ່າຍໂພຊະນາການ (SUN CSA) ໄດ້ເຜີຍແຜ່ ບົດສຶກສາກ່ຽວກັບຜົນກະທົບຂອງອັດຕາເງີນເຟີ້ຕໍ່ການຄໍ້າປະກັນດ້ານສະບຽງອາຫານໃນ ສປປ ລາວ ວັນທີ 10 ພຶດສະພາ 2023 ທີ່ນະຄອນຫຼວງວຽງຈັນ ມີທ່ານ ແອນໂທນີ້ ແກລນວີລ໌ ທີ່ປຶກສາອາວຸໂສວຽກງານສຸຂະພາບແມ່ຍິງ ແລະ RMNCH ຂອງອົງການແຄຣ໌ນານາຊາດ ປະຈຳ ສປປ ລາວ ທັງເປັນປະທານຮ່ວມຈາກ SUN CSA ລາວ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ການສຶກສາຄັ້ງນີ້ດຳເນີນໂດຍ 13 ອົງກອນ ຢູ່ໃນ 14 ແຂວງ ແລະ ພົບວ່າ 91% ຂອງຄົວເຮືອນແມ່ນປະສົບບັນຫາດ້ານຄ່າຄອງຊີບເນື່ອງຈາກອັດຕາເງິນເຟີ້ ການແຜ່ລະບາດຂອງພະຍາດໂຄວິດ ແລະ ການປ່ຽນແປງຂອງດິນຟ້າອາກາດ ຈາກຜົນການສຶກສາ ບັນດາອົງການຈັດຕັ້ງທາງສັງຄົມຈຶ່ງຢືນຢັນຄວາມໝາຍໝັ້ນທີ່ຈະສືບຕໍ່ໃຫ້ໂຄງການຂອງພວກເຮົາສະໜັບສະໜູນການດຳລົງຊີວິດ ກະສິກຳ ການສຶກສາ ແລະ ສຸຂະພາບ ສຳລັບຄົວເຮືອໃນປະເທດລາວ ແລະ ສະໜັບສະໜູນຊຸມຊົນທີ່ດ້ອຍໂອກາດທີ່ສຸດໃນລາວ ທີ່ໄດ້ຮັບຜົນກະທົບຈາກກອັດຕາເງິນເຟີ້ ຄ່າຄອງຊີບທີ່ສູງຂຶ້ນ ໃນລະດັບທີ່ແຕກຕ່າງກັນໄປ.

ການສໍາຫຼວດຄວາມໝັ້ນຄົງດ້ານສະບຽງອາຫານຄັ້ງນີ້ ພົບວ່າ 47% ຂອງຄົວເຮືອນຂາດອາຫານຢ່າງໜ້ອຍໜຶ່ງຄັ້ງໃນ 12 ເດືອນທີ່ຜ່ານມາ 31% ຂອງຜູ້ຕອບແບບສອບຖາມເຄີຍໄດ້ອົດເຂົ້າ 56% ຂອງຄົວເຮືອນບໍ່ສາມາດກິນອາຫານທີ່ດີຕໍ່ສຸຂະພາບ ຫຼື ມີໂພຊະນາການໄດ້ຕະຫຼອດປີ ຜູ້ຕອບແບບສອບຖາມເຊື່ອວ່າສິ່ງທ້າທາຍຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານຂອງເຂົາເຈົ້າແມ່ນເນື່ອງຈາກການເພີ່ມຂຶ້ນຂອງລາຄາອາຫານ (67%) ລາຍຮັບບໍ່ພຽງພໍ (66%) ແລະ ການເພີ່ມຂຶ້ນຂອງລາຄານໍ້າມັນ (63%) ຜູ້ຕອບແບບສອບຖາມໃຫ້ຮູ້ວ່າຄົວເຮືອນຂອງເຂົາເຈົ້າຕ້ອງໃຊ້ມາດຕະການແກ້ໄຂທາງລົບເຊັ່ນ ການຊື້ອາຫານໜ້ອຍລົງ (71%) ການຊື້ຫາອາຫານໃຫ້ໄດ້ຫຼາຍຂຶ້ນ (65%) ກິນໜ້ອຍລົງ (52%) ຢືມເງິນ (41%) ແລະ ຂາຍຊັບສິນ (34%) ຄົວເຮືອນທີ່ຕອບແບບສອບຖາມຍັງໃຫ້ຮູ້ວ່າມີການຫຼຸດຜ່ອນການໃຊ້ຈ່າຍດ້ານການສຶກສາ (15%) ມີເດັກນ້ອຍຂາດໂຮງຮຽນ ຫຼື ປະລະການຮຽນ (13%) ແລະ ຫຼຸດຜ່ອນການໃຊ້ຈ່າຍໃນການຮັກສາສຸຂະພາບທີ່ຈໍາເປັນ (12%) ນອກຈາກນີ້ການສຳຫຼວດອື່ນໆກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານເມື່ອບໍ່ດົນມານີ້ພົບບັນຫາທີ່ຄ້າຍຄືກັນ ຈາກບົດລາຍງານການຕິດຕາມປະຈຳເດືອນຂອງ WFP ພົບວ່າ 12 % ຂອງຄົວເຮືອນໃນລາວແມ່ນບໍ່ຄໍ້າປະກັນດ້ານສະບຽງອາຫານ ການສຳຫຼວດຂອງອົງການສູພານິມິດເມື່ອບໍ່ດົນມານີ້ຍັງພົບວ່າ ໃນ 9 ແຂວງ ມີປະຊາຊົນ 35% ທີ່ເຄີຍບໍ່ໄດ້ກິນອາຫານໝົດມື້ ຢ່າງໜ້ອຍໜຶ່ງຄັ້ງໃນປີທີ່ຜ່ານມາ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments