Sunday, September 22, 2024
Homeຂ່າວຕ່າງປະເທດອາຊຽນ ຈະສ້າງເຄືອຂ່າຍ ໝູ່ບ້ານຕາແສງ ໃນພາກພື້ນ

ອາຊຽນ ຈະສ້າງເຄືອຂ່າຍ ໝູ່ບ້ານຕາແສງ ໃນພາກພື້ນ

ຕາມ​ຂ່າວ​ຈາກ ວິທະຍຸສາ​ກົນ ຫວຽດນາມ, ວັນ​ທີ 11 ​ພືດ​ສະພາ​ນີ້, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ພວມຈັດ​ຂຶ້ນ​ຢູ່ ອິນໂດເນເຊຍ ໄດ້ຮັບຮອງເອົາຖະແຫລງການຮ່ວມຂອງບັນດາການນຳ ກ່ຽວກັບການສ້າງເຄືອຂ່າຍໝູ່ບ້ານຕາແສງໃນອາຊຽນ. ເຄືອຂ່າຍໝູ່ບ້ານຕາແສງໃນອາຊຽນມີເປົ້າໝາຍສະໜອງພື້ນຖານໃຫ້ແກ່ການເຂົ້າຮ່ວມຂອງໝູ່ຄະນະ ບັນດາປະຊາຄົມ, ຊ່ວຍໃຫ້ສຽງເວົ້າຂອງເຂົາເຈົ້າໄດ້ຮັບການຮັບຟັງ, ສ້າງກາລະໂອກາດໃຫ້ເຂົາເຈົ້າໄດ້ປະກອບສ່ວນ ກໍ່ຄືໄດ້ຮັບຜົນປະໂຫຍດຈາກການພັດທະນາ, ສ້າງເງື່ອນໄຂການຮ່ວມມື ແລະ ເຊື່ອມຕໍ່ລະຫວ່າງບັນດາໝູ່ບ້ານເພື່ອແນໃສ່ ຊຸກຍູ້ການຫັນປ່ຽນຊົນນະບົດ ແລະ ​ໃນວັນທີ 10 ພຶດສະພາ ກອງປະຊຸມໄດ້ຮັບຮອງເອົາຖະແຫລງການຂອງບັນດາ ການນຳ ວ່າດ້ວຍການຄ້າມະນຸດ (TIP) ຍ້ອນສວຍໃຊ້ ເຕັກໂນໂລຊີ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments