Monday, September 23, 2024

ຊີວະປະຫວັດຫຍໍ້ ຂອງ ພະນະທ່ານ ນາງ ເພັນນີ ວອງ

……

ທ່ານ ນາງ ເພັນນີ ວອງ ເກີດທີ່ ລັດຊາບາ ປະເທດມາເລເຊຍ. ໃນປີ 1976 ເວລາທີ່ທ່ານມີອາຍຸໄດ້ 8 ປີ ຄອບຄົວຂອງ ທ່ານ ໄດ້ຍ້າຍມາອາໄສທີ່ ລັດອາດີເລດ ປະເທດອົສຕຣາລີ. ທ່ານໄດ້ສຶກສາວິຊາກົດໝາຍ ແລະ ສິລະປະສາດ ທີ່ ມະຫາວິທະຍາໄລອາດີເລດ. ພາຍຫຼັງຮຽນຈົບ, ໄດ້ເຮັດວຽກກັບ ສະຫະພັນແຮງງານ ດ້ານການປົກປ້ອງ ພະນັກງານທີ່ເຮັດວຽກໃນອຸດສາຫະກຳເຟີນີເຈີ ແລະ ໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ຮຽກຮ້ອງເພື່ອແກ້ໄຂຄ່າແຮງງານ ແລະ ຊີວິດການເປັນຢູ່ ຂອງສະມາຊິກສະຫະພາບ, ລວມທັງການຈ່າຍຄ່າແຮງທີ່ບໍ່ເປັນທຳໃນຂະແໜງເຟີນີເຈີ ໃຫ້ແຮງງານເພດ ຍິງ ທີ່ເປັນຄົນອົບພະຍົບ; ທ່ານ ນາງ ເພັນນີ ໄດ້ເຮັດວຽກເປັນ ທີ່ປຶກສາ ໃຫ້ພັກແຮງງານ ຢູ່ລັດນິວຊາວເວວ ຊ່ວຍເຫຼືອໃນການພັດທະນາ ນະໂຍບາຍດ້ານປ່າໄມ້, ແລະ ເປັນທະນາຍຄວາມ ກ່ອນໜ້າທີ່ທ່ານຈະໄດ້ຮັບເລືອກຕັ້ງ ເປັນວຸດທິສະພາ ຂອງພັກແຮງງານ ໃນປີ 2001. ທ່ານຍັງໄດ້ຮັບການເລືອກຕັ້ງຈາກ ປະຊາຊົນ ເປັນຈໍານວນເຖິງ 4 ຄັ້ງ ຄື ໃນປີ 2007, 2013, 2016 ແລະ 2022; ໃນລັດຖະບານ ຂອງ ທ່ານ ເຄວິນ ຣັດ ຄືປີ 2007, ທ່ານນາງ ເພັນນີ ໄດ້ຮັບການແຕ່ງຕັ້ງ ໃຫ້ເປັນລັດຖະມົນຕີວ່າການກະຊວງການປ່ຽນແປງສະພາບດິນຟ້າອາກາດ ແລະ ຊັບພະຍາ ກອນນ້ຳ. ໃນລະຫວ່າງນັ້ນ, ທ່ານໄດ້ຂະຫຍາຍເປົ້າໝາຍການນຳໃຊ້ພະລັງງານທົດແທນ ຊຶ່ງໄດ້ດຶງດູດການລົງທຶນ ທາງດ້ານພະລັງງານລົມ ແລະ ພະລັງງານແສງຕາເວັນ ເປັນຈຳນວນຫຼວງຫຼາຍ. ທ່ານຍັງໄດ້ເປັນຕົວແທນໃຫ້ແກ່ ປະເທດອົສຕຣາລີ ໃນເວທີການເຈລະຈາກ່ຽວກັບການປ່ຽນແປງສະພາບດິນຟ້າອາກາດໃນລະດັບສາກົນ, ແລະ ຍັງໄດ້ ພັດທະນາຂອບການຄ້າດ້ານການປ່ອຍອາຍກາກໂບນິກ ຂອງລັດຖະບານ ເຄວັນ ຣັດນຳ, ກົນໄກທາງການຕະຫຼາດຂອງ ອົສຕຣາລີ ເພື່ອຫຼຸດຜ່ອນການປ່ອຍອາຍຮ້ອນຈາກເຮືອນແກ້ວ ເພື່ອໃຫ້ກະທົບກັບເສດຖະກິດໜ້ອຍທີ່ສຸດ.

ພາຍຫຼັງການເລືອກຕັ້ງໃນປີ 2010, ທ່ານ ນາງເພັນນີ ໄດ້ຖືກແຕ່ງຕັ້ງເປັນ ລັດຖະມົນຕີວ່າການກະຊວງການເງິນ ແລະ ວ່າດ້ວຍລະບຽບການ. ທ່ານໄດ້ເຮັດວຽກກັບລັດຖະມົນຕີກະຊວງການຄັງ ທ່ານ ວາຍ ສະວອນ ເພື່ອ ແກ້ໄຂບັນຫາງົບປະມານ 3 ບ້ວງ ພາຍຫຼັງວິກິດການເສດຖະກິດໂລກ ແລະ ທ່ານຍັງເປັນຜູ້ສຳເລັດການສ້າງນະໂຍບາຍ ເພື່ອຮັບປະກັນໃຫ້ ແມ່ຍິງ ໄດ້ຮັບການແຕ່ງຕັ້ງໃນຕຳແໜ່ງອາວຸໂສ ຂອງທັງພາກລັດ ແລະ ເອກະຊົນ.

ໃນປີ 2013, ທ່ານ ນາງເພັນນີ ໄດ້ຮັບການເລືອກຕັ້ງ ເປັນຜູ້ນຳຝ່າຍລັດຖະບານ ໃນສະພາສູງ, ແລະ ພາຍ ຫຼັງຈາກການປ່ຽນລັດຖະບານ ໃນປີ 2013, ທ່ານໄດ້ກາຍເປັນຜູ້ນຳຝ່າຍຄ້ານໃນສະພາສູງ ຊຶ່ງທ່ານເປັນແມ່ຍິງຄົນທຳ ອິດ ທີ່ໄດ້ຮັບທັງສອງຕຳແໜ່ງດັ່ງກ່າວ; ກ່ອນການເປັນລັດຖະມົນຕີເງົາ ກະຊວງການຕ່າງປະເທດ ຂອງລັດຖະບານ ທ່ານ ອາບານີ ໃນປີ 2022, ທ່ານໄດ້ຖືກແຕ່ງຕັ້ງເປັນລັດຖະມົນຕີເງົາກະຊວງການຕ່າງປະເທດ ມາແລ້ວເປັນເວລາ 6 ປີ; ໃນການເປັນລັດຖະມົນຕີການຕ່າງປະເທດໃນຕຳແໜ່ງປັດຈຸບັນ, ທ່ານນາງ ເພັນນີ ມີຄວາມພະຍາຍາມເສີມສ້າງຊື່ສຽງ ຂອງອົສຕຣາລີ ໃນການເປັນຄູ່ຮ່ວມມືແບບທາງເລືອກ ກໍຄືການສ້າງພາກພື້ນທີ່ມີສະຖຽນລະພາບ ແລະ ວັດທະນາຖາ ວອນ, ພາກພື້ນທີ່ອຳນາດອະທິປະໄຕໄດ້ຮັບການເຄົາລົບ ແລະ ກົດລະບຽບຕ່າງໆ ໄດ້ຮັບການປະ ຕິບັດ.

ໃນຖານະທີ່ເປັນຕົວແທນແຫ່ງຄວາມພາກພູມໃຈຈາກພາກໃຕ້ ຂອງອົສຕຣາລີ ຢູ່ໃນລັດຖະສະພາ, ທ່ານໄດ້ມີ ສ່ວນຮ່ວມໃນການ ປົກປ້ອງຜົນປະໂຫຍດຂອງລັດຕົນເອງ ໂດຍການປົກປ້ອງຄວາມຍືນຍົງຂອງແມ່ນ້ຳ ເມີເຣ ເພື່ອອະນາ ຄົດ ແລະ ການພັດທະນາ ເສດຖະກິດຂອງລັດ ດັ່ງກ່າວ; ທ່ານ ນາງ ເພັນນີ ວອງ ອາໄສ ຢູ່ໃນ ອາດີເລດ ກັບ ຄອບຄົວ ແລະ ລູກສາວ, ໃນເວລາວ່າງ, ທ່ານມັກແຕ່ງກິນ, ຊື້ເຄື່ອງຕາມຕະຫຼາດ ແລະ ບາງຄັ້ງກໍດື່ມວາຍ ຈາກພາກໃຕ້ຂອງອົສຕຣາລີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments