Monday, September 23, 2024
Homeຂ່າວພາຍໃນປະກາດແຕ່ງຕັ້ງຄະນະບັນຊາກອງບັນຊາການທະຫານແຂວງຜົ້ງສາລີ

ປະກາດແຕ່ງຕັ້ງຄະນະບັນຊາກອງບັນຊາການທະຫານແຂວງຜົ້ງສາລີ

ໃນວັນທີ 11 ພຶດສະພາ ຜ່ານມາ ທີ່ຫ້ອງວ່າການແຂວງຜົ້ງສາລີ ໄດ້ຈັດພິທີປະກາດແຕ່ງຕັ້ງຄະນະນໍາກອງບັນຊາການທະຫານແຂວງ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສີລິວົງ ຮອງລັດຖະ ມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ປະທານຄະນະກໍາມະການ ປກຊ-ປກສ ແຂວງ ພ້ອມດ້ວຍແຂກຖືກເຊີນ, ພະນັກງານຫຼັກແຫຼ່ງກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ສີທາ ດວງມາລາ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານ ດໍາລັດຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 150 ແລະ 149/ນຍ, ລົງວັນທີ 30 ມີນາ 2023 ວ່າດ້ວຍການແຕ່ງຕັ້ງຫົວໜ້າການເມືອງ ແລະ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຜົ້ງສາລີ ຊຶ່ງໄດ້ຕົກ ລົງແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເປັນຫົວໜ້າການເມືອງ, ສະຫາຍ ພັນເອກ ຄໍາພອນ ແສນສີວົງສາ ເປັນຫົວໜ້າການທະຫານ ແລະ ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 1523/ກປທ, ລົງວັນທີ 14 ມີນາ 2023 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າການທະຫານ ກອງບັນຊາການທະຫານແຂວງໃນນີ້: ແຕ່ງຕັ້ງສະຫາຍ ພັນໂທ ວິໄລ ແພງສົມເຮືອງ ເປັນຮອງຫົວໜ້າການທະຫານ ທັງເປັນຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງ.

ໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສິລິວົງ ໄດ້ໃຫ້ກຽດໂອ້ລົມ ແລະ ຮຽກຮ້ອງໃຫ້ຄະນະພັກ, ຄະ ນະບັນຊາ ກອງບັນຊາການທະຫານແຂວງ ກໍາແໜ້ນພາລະບົດບາດ, ສິດ, ໜ້າທີ່ ຄວາມຮັບຜິດຊອບຂອງຕົນເພື່ອຈັດຕັ້ງເຄື່ອນໄຫວໃຫ້ຖືກຕ້ອງ ສອດຄ່ອງກັບສະພາບຄວາມເປັນຈິງ, ເປັນເຈົ້າການເຮັດໜ້າທີ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານໃນທົ່ວກົມກອງ ເຊື່ອມຊຶມກໍາແໜ້ນບັນດາແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ, ມີຄວາມເປັນເອກະພາບພາຍໃນ, ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ຕັ້ງໜ້າປັບປຸງກໍ່ສ້າງກົມກອງໃຫ້ມີຄວາມເຂັ້ມແຂງທຸກດ້ານ, ມີແບບແຜນທັນສະໄໝ ຄຽງຄູ່ກັບໜ້າທີ່ການເມືອງຂອງຕົນ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຈຸດສຸມຂອງກະຊວງປ້ອງກັນປະເທດ ໄປຈັດຕັ້ງຜັນຂະຫຍາຍໃຫ້ເປັນແຜນວຽກອັນລະອຽດ, ເອົາໃຈໃສ່ກໍ່ສ້າງພັກ-ກໍ່ສ້າງພະນັກງານໃຫ້ຖືກຕາມທິດນໍາ ແລະ ຫຼັກການຂອງພັກ ຕິດພັນກັບການກໍ່ສ້າງກົມກອງ 3 ປອດ, ກອງວັດທະນະທໍາ, ນັກຮົບວັດທະນະທໍາ, ຄົ້ນຄວ້າສຸມໃສ່ການສ້າງພະລາທິການຕາມທິດເພິ່ງຕົນເອງ ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຕາມທ່າແຮງ ແລະ ເງື່ອນໄຂຂອງກົມກອງ, ເອົາໃຈໃສ່ກໍາແໜ້ນແນວທາງພົວພັນຕ່າງປະເທດ ກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ສາກົນ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອທາງດ້ານບົດຮຽນປະສົບການຕາມການຊີ້ນໍາຂອງຂັ້ນເທິງ ແລະ ຂະບວນການຕ່າງໆ ເພື່ອເຮັດໃຫ້ກົມກອງມີຂະບວນການປ່ຽນແປງໃໝ່ດີຂຶ້ນກວ່າເກົ່າ.

ຂ່າວ-ພາບ: ແສງຄຳ ສາລີວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments